Friday, December 12, 2025
Homeແຈ້ງການສໍາຄັນພະຍາກອນອາກາດ ປະຈໍາເຊົ້າວັນທີ 12 ທັນວາ 2025

ພະຍາກອນອາກາດ ປະຈໍາເຊົ້າວັນທີ 12 ທັນວາ 2025

ຄວາມກົດດັນສູງຂອງອາກາດໜາວເຢັນ ຍັງສືບຕໍ່ປົກຄຸມຢູູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນຫລາຍ, ຊຶ່ງຍັງຈະເຮັດໃຫ້ມີອາກາດເຢັນ ຫາ ໜາວເຢັນ ແລະ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປ ຢູູ່ແຂວງພາກເໜືອ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 19 ໂມງ ຂອງວັນທີ 12/12/2025 ຫາ ເວລາ 19 ໂມງ ຂອງວັນທີ 13/12/2025 ພາກເໜືອດ້ານຕາເວັນອອກ (ຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 25% ອຸນຫະພູມໃນລະຫວ່າງ 06–25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 20% ອຸນຫະພູມໃນລະຫວ່າງ 15–29 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງບໍລິເວນ ເນືື້ອທີ່ການປົກຫຸ້ມຂອງຝົນ 10% ອຸນຫະພູມໃນລະຫວ່າງ 22–30 ອົງສາ.

ພາກກາງ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 10% ອຸນຫະພູມໃນລະຫວ່າງ 19–33 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–28 ອົງສາ.

ພາກໃຕ້: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ບາງທ້ອງຖິ່ນ ເນືື້ອທີ່ການປົກຫຸ້ມຂອງຝົນ 10% ອຸນຫະພູມໃນລະຫວ່າງ 20–32 ອົງສາ.

ສຳລັບເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 13–26 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments