Home ຂ່າວໜ້າໜຶ່ງ ໂຮມຊຸມນຸມລະນຶກ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໂຮມຊຸມນຸມລະນຶກ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

0
4

ພິທີໂຮມຊຸມນຸມລະນຶກ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 12 ທັນວາ 2025 ນີ້, ຢູ່ນະຄອນ ຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງພັກ, ລັດ, ພະເຖຣານຸເຖຣະ, ທູຕານຸທູດ, ພະນັກງານອາວຸໂສບຳນານ, ພະນັກ ງານ-ລັດຖະກອນ, ທະຫານ-ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ໂດຍທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະລະພາບມາສູ່ປະເທດຊາດ ກ້າວເຖິງການສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕ ປະຊາ ຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະ ນະຖາວອນ. ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາຜູ້ນໍາ ຂອງພັກເຮົາ ຄົ້ນຄວ້າວາງຍຸດທະສາດການຕໍ່ສູ້ຢ່າງຖືກຕ້ອງ ໂດຍໄດ້ສົມທົບການຕໍ່ສູ້ດ້ວຍຫລາຍຮູບການ ໄປພ້ອມໆກັນຢ່າງແໜ້ນແຟ້ນເປັນຕົ້ນ ການເປີດສະໜາມຮົບດ້ານການທະຫານ ໄປພ້ອມໆກັບການຕໍ່ສູ້ທາງການເມືອງ, ທາງກົດໝາຍ ແລະ ທາງການທູດ ກໍຄື ໄດ້ນໍາໃຊ້ຮູບການທັງຕໍ່ສູ້, ທັງເຈລະຈາ ສ້າງຄວາມຖືກຕ້ອງປອງດອງຊາດ ດ້ວຍການສ້າງຕັ້ງລັດຖະບານປະສົມ ເຖິງ 3 ຄັ້ງ ແລະ ໄດ້ດໍາເນີນຍຸດທະສາດ-ຍຸດໂທບາຍ ອັນນິ້ມນວນ-ຄ່ອງແຄ້ວ, ມີຫລັກການ ກັບຝ່າຍກົງກັນຂ້າມ ເຮັດໃຫ້ການປະຕິວັດ ກໍຄື ຂະບວນການຕໍ່ສູ້ ຂອງກຳລັງຮັກຊາດໄດ້ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະເປັນຂັ້ນໆມາ. ປະທານ ໄກສອນ ພົມວິຫານ ເປັນນັກຍຸດທະສາດ ທີ່ກໍາແໜ້ນຈຸດພິເສດ ຂອງຄົນລາວ, ສັງຄົມລາວ, ທັງຮູ້ສ້າງສະພາວະການປະຕິວັດ ໃຫ້ແກ່ແຕ່ລະສະໜາມຮົບ, ສຸດທ້າຍກໍສາມາດສ້າງກາລະໂອກາດໃຫ້ແກ່ການປະຕິວັດ ທີ່ເພິ່ນເອີ້ນວ່າ “ພັນປີມີເທື່ອໜຶ່ງ”, ດ້ວຍການນຳໃຊ້ “3ບາດຄ້ອນຍຸດທະສາດ” ທີ່ສາມາດທັບມ້າງກົງ ຈັກການປົກຄອງຂອງລັດຖະບານ ຝ່າຍຂວາໄດ້ສຳເລັດ ແລະ ຢຶດເອົາອໍານາດການປົກຄອງປະຕິວັດມາມື ໄດ້ດ້ວຍການໃຊ້ຍຸດທະສາດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້ທັງໝົດ”, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ອັນເປັນການໄຂສັງກາດໃໝ່, ສັງກາດແຫ່ງເອກະລາດແຫ່ງຊາດ ແລະ ອິດສະລະພາບທີ່ແທ້ຈິງ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ພາຍຫລັງທີ່ຊາດເຮົາຕົກເປັນເມືອງສ່ວຍ, ເມືອງຂຶ້ນ ຂອງຕ່າງຊາດ ມາເປັນເວລານັບຮ້ອຍໆປີ.

ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງ ໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ຄວາມເປັນປຶກແຜ່ນ ຂອງຊາດໃຫ້ກາຍເປັນ “ຫີນສີລາອັນໝັ້ນແກ່ນ” ໃຫ້ແກ່ກ້ອນກໍາລັງມະຫາສາມັກຄີ ພາຍໃນຊາດ; ຕ້ອງໄດ້ເຊີດຊູຄວາມເປັນແບບຢ່າງນໍາໜ້າ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ລຽບງ່າຍ, ປອດໃສຂາວສະອາດ ທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງເປັນຕົວແບບໄວ້ ໃນການດຳລົງຊີວິດ ແລະ ການນຳພາ-ຊີ້ນຳຂອງເພີ່ນ; ຍົກສູງຄວາມເປັນເຈົ້າການ, ປະດິດສ້າງ ໃນການປັບປຸງ-ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ແທດເໝາະ, ສອດຄ່ອງກັບເງື່ອນໄຂ, ສະພາບຈຸດພິເສດ ໃນແຕ່ລະໄລຍະ ຂອງການປະຕິວັດໃນປະເທດ; ຍຶດໝັ້ນ ແລະ ເສີມຂະຫຍາຍຈິດໃຈຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງແໜ້ນແຟ້ນ ລະ ຫວ່າງລັດທິຮັກຊາດ ອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກຳລັງແຮງພາຍໃນຊາດ ສົມທົບກັບກໍາລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາປະເທດຊາດກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here