ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025 ໄດ້ໄຂຂຶ້ນວັນທີ 11 ທັນວາ 2025 ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
1. ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2025 ຂອງລັດຖະ ບານ; ລາຍງານສະພາບພົ້ນເດັ່ນ ສາກົນ ແລະ ພາກພື້ນ, ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລາຍງານການເກັບຂໍ້ມູນ ແລະ ຜົນການສຶກສາຕັ້ງດ່ານເກັບເງິນ ຄ່າບໍລິການຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ໃນກິໂລແມັດທີ 71-346 (ໄລຍະທາງ 275 ກິໂລແມັດ) ແລະ ທາງຫຼວງແຫ່ງຊາດເລກທີ 12 ແຕ່ທ່າແຂກ ຫາ ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ).

2. ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ການນໍາໃຊ້ມາດຕະການອືື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ.
3. ຮ່າງດຳລັດ ວ່າດ້ວຍເງິນເດືອນ, ຜົນປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ.
4. ຮ່າງດໍາລັດ ວ່າດ້ວຍການນສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ.
5. ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ.
6. ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງນໍ້າ ແຫ່ງຊາດ.
7. ຮ່າງດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ.
8. ຮ່າງດຳລັດ ວ່າດ້ວຍຝຸ່ນ.
ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ເຊິ່ງບັນຫາຫຼົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ.
ສໍາລັບຢູ່ປະເທດລາວເຮົາ ແນ່ນອນວ່າ ຈະບໍ່ສາມາດຫຼີກລ່ຽງຜົນກະທົບ ຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ບໍ່ຫຼາຍກໍໜ້ອຍ. ສະນັ້ນ ຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ນອກນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃຫ້ເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຕໍ່ແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

