Friday, December 12, 2025
Homeຂ່າວໜ້າໜຶ່ງລາວ-ຣັດເຊຍ ເປັນເຈົ້າພາບຮ່ວມ ຈັດກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 16

ລາວ-ຣັດເຊຍ ເປັນເຈົ້າພາບຮ່ວມ ຈັດກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 16

ໃນລະຫວ່າງ ວັນທີ 9-12 ທັນວາ 2025 ນີ້, ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນລັດເຊຍ ໄດ້ຮ່ວມກັນເປັນເຈົ້າພາບ ຈັດກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 16 ທີ່ ຖ້ຳຊ້າງລອດ ເມືອງວຽງໄຊ, ແຂວງຫົວພັນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງກອງທັບປະຊາຊົນລາວ, ມີສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫົວໜ້າກອງເລຂາອາຊຽນ ກອງທັບປະຊາຊົນລາວ, ສະຫາຍ ພັນເອກ ອາເລັກຊານເດີ ປໍຄູນົບ ຮອງຫົວໜ້າສູນເກັບກູ້ລະເບີດສາກົນ ວິທະຍາຄານຊ່າງແສງ ສ ຣັດເຊຍ ພ້ອມດ້ວຍບັນດາຄະນະຜູ້ແທນທີ່ມາຈາກ 20 ປະເທດ ທີ່ກ່ຽວຂ້ອງ.

ກອງປະຊຸມຄັ້ງນີ້, ສຸດທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງອາຊຽນ, ເຊິ່ງໄດ້ຈັດຂຶ້ນທີ່ ຖ້ຳຊ້າງລອດ, ເມືອງວຽງໄຊ, ແຂວງຫົວພັນ, ເມື່ອກ່ອນເປັນເຂດທີ່ໝັ້ນຂອງການປະຕິວັດຂອງຊາດລາວ ແລະ ເປັນເຂດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຖິ້ມລະເບີດໜັກໜ່ວງ ຫຼາຍທີ່ສຸດໃນປາງສົງຄາມຕໍ່ສູ້ປົດປ່ອຍຊາດ. ປັດຈຸບັນ ຖ້ຳຊ້າງລອດຍັງເປັນເຂດອານຸສອນສະຖານ, ເປັນແຫຼ່ງທ່ອງທ່ຽວທຳມະຊາດ-ປະຫວັດສາດທີ່ມີສື່ສຽງຂອງປະເທດເຮົາ. ກອງປະຊຸມຄັ້ງນີ້ ມີບັນດາຜູ້ແທນ ແລະ ຜູ້ຊ່ຽວຊານຂັ້ນສູງ ຈາກປະເທດ 10 ປະເທດອາຊຽນ ແລະ ປະເທດບວກອີກ 8 ປະເທດ. ນອກນັ້ນ, ຍັງມີ ຕີມໍເລັສເຕ ແລະ ຕູລະກີ ເຂົ້າຮ່ວມສັງເກດການ, ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດການກວດກູ້ລະເບີດໄລຍະຜ່ານມາ, ແລກປ່ຽນບົດຮຽນ, ເຕັກໂນໂລຊີໃໝ່ໆ ໃນການກວດກູ້ລະເບີດ ເພື່ອຫຼຸດຜ່ອນໄພອັນຕະລາຍຕໍ່ພົນລະເມືອງ, ສາທິດການກວດກູ້-ທຳລາຍລະເບີດຢູ່ພາກສະໜາມ, ປຶກສາຫາລືກົນໄກການຮ່ວມມື ລະຫວ່າງ ປະເທດອາຊຽນ-ບວກ ເພື່ອເພີ່ມທະວີຄວາມສາມາດໃນການກວດກູ້ລະເບີດ, ສ້າງແຜນງານຮ່ວມ ເພື່ອສະໜັບສະໜູນວຽກງານມະນຸດສະທຳໃນພາກພື້ນ, ໂດຍສະເພາະປະເທດທີ່ໄດ້ຮັບຜົນກະທົບໜັກ.

ໂອກາດນີ້, ປະທານກອງປະຊຸມ ໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານລາວ ໃນການແກ້ໄຂບັນຫາລະເບີດທີ່ຍັງຕົກຄ້າງ ແລະ ບໍ່ທັນແຕກໃຫ້ສຳເລັດ, ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຈາກປະເທດຄູ່ຮ່ວມ ປະເທດອາຊຽນ-ບວກ. ພ້ອມນີ້, ຝ່າຍລັດເຊຍ ກໍໄດ້ນຳສະເໜີເຕັກໂນໂລຢີ ແລະ ປະສົບການທີ່ກ້າວໜ້າຂອງຕົນໃນການເກັບກູ້ລະເບີດ, ເຊິ່ງເປັນພາກສ່ວນສຳຄັນໃນການເສີມສ້າງປະສິດທິພາບຂອງວຽກງານກວດກູ້-ທຳລາຍລະເບີດ. ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະເປັນການຍົກສູງບົດບາດຂອງ ປະເທດອາຊຽນ-ບວກ ໃນການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ, ສ້າງການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາໃນພາກພື້ນອາຊຽນ. ການເລືອກຈັດກອງປະຊຸມໃນເຂດເມືອງວຽງໄຊວິລະຊົນແຫ່ງນີ້ ມັນເປັນການສະແດງໃຫ້ເຫັນຄວາມມຸ້ງປະສົງຮ່ວມຂອງອາຊຽນບວກ ໃນການ ສັງເກດພື້ນທີ່ ເພື່ອວາງແຜນການໃນການກວດກູ້-ທຳລາຍລະເບີດບໍທັນແຕກທີ່ຕົກຄ້າງໃນປາສົງຄາມໃຫ້ໝົດໄປເປັນກ້າວໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments