ໃນຕອນແລງວັນທີ 11 ທັນວາ 2025, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາເຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວາ 2025.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ທ່ານ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດ ວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນອາຊີ-ປາຊີຟິກ; ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການຊ້ອມຮົບທາງທະຫານຮ່ວມກັນ (LAROS 2025) ຢູ່ ສປປ ລາວ ໃນເດືອນກັນຍາ 2025 ຜ່ານມາ ແລະ ຜົນສໍາເລັດຂອງກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ຄັ້ງທີ 18 ຢູ່ນະຄອນຫຼວງມົດສະກູ ໃນເດືອນຕຸລາ 2025 ຜ່ານມາ; ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຣັດເຊຍ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງໜັກແໜ້ນ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ ໂດຍສະເພາະ ໃນຂົງເຂດການເມືອງ ແລະ ຄວາມໝັ້ນຄົງ ທີ່ສອງຝ່າຍໃຫ້ການສະໜັບສະໜູນ, ມີຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ, ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ນັບແຕ່ຂັ້ນວິຊາການ ຈົນເຖິງການນໍາຂັ້ນສູງ; ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍ່ຄືກອງທັບ ແລະ ປະຊາຊົນຣັດເຊຍ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານຕ່າງໆ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພ້ອມທັງ ໃຫ້ຄວາມໝາຍໝັ້ນວ່າ ສອງຝ່າຍ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານ ທີ່ໄດ້ລົງນາມຮ່ວມກັນ ໃນໂອກາດ ທີ່ທ່ານປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ໃນເດືອນກໍລະກົດ 2025 ຜ່ານມາ.

ໃນໂອກາດດຽວກັນ, ທ່ານ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ເພື່ອສືບຕໍ່ການພົວພັນຮ່ວມມືສອງຝ່າຍ ທາງດ້ານວຽກ ງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ທັງຕາງໜ້າທ່ານ ປະທານາທິບໍດີ ກໍ່ຄືລັດຖະບານ ແຫ່ງ ສ.ຣັດເຊຍ ໄດ້ນໍາເອົາຫຼຽນໄຊ ອາເລັກຊານເດີ ເນວະຊາກີ ມາມອບໃຫ້ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສ.ຣັດເຊຍ ແລະ ສປປ ລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

