ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລຶກ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ອາແຊັກໄບຊານ ຈັດຂຶ້ນ ໃນວັນທີ 8 ທັນວາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອາແຊັກໄບຊານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນຂີດໝາຍອັນສຳຄັນປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ແລະ ມີຂຶ້ນໃນທ່າມກາງທີ່ສອງປະເທດພວມຮ່ວມກັນສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອາແຊັກໄບຊານ ຄົບຮອບ 30 ປີ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສະພາບການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການຮ່ວມມືສອງຝ່າຍ, ຫລາຍຝ່າຍ ແລະ ການຮ່ວມມືໃນຂົງເຂດຕ່າງໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ຊຶ່ງນັບຕັ້ງແຕ່ ສປປ ລາວ ແລະ ສ ອາແຊັກໄບຊານ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 22 ພຶດສະພາ 1995 ເປັນຕົ້ນມາ, ສອງປະເທດ ແມ່ນສືບຕໍ່ຮັກສາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ. ພິເສດໃນປີ 2025 ນີ້, ສອງປະເທດ ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດນໍາກັນ; ສອງຝ່າຍ ຍັງຕີລາຄາສູງຕໍ່ໝາກຜົນການພົບປະ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ອິວຮາມ ອາລີເຢບ ປະທານາທິບໍດີ ແຫ່ງ ສ ອາແຊັໄບຊານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບຣິກສ໌ ໃນເດືອນຕຸລາ 2024 ຜ່ານມາ ທີ່ ເມືອງກາຊານ, ສ ຣັດເຊຍ, ຊຶ່ງເປັນຂີດໝາຍສໍາຄັນຕໍ່ການໝັ້ນໝາຍອັນແຮງກ້າທາງດ້ານການເມືອງ ໃນການເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ໃນຂົງເຂດຕ່າງໆ, ລວມທັງການກ້າວໄປສູ່ການຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ອາແຊັກໄບຊານ ຄັ້ງປະຖົມມະລຶກນີ້ ກໍແມ່ນການຜັນຂະຫຍາຍຜົນຂອງການພົບປະດັ່ງກ່າວ.

ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານການເມືອງ, ການຮ່ວມມືລະຫວ່າງສອງພັກການເມືອງ, ການຮ່ວມມືທາງດ້ານລັດຖະສະພາ, ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ລວມເຖິງວຽກງານການເກັບກູ້ລະເບີດບໍ່ທັນແຕກ, ຊຶ່ງທັງສອງປະເທດໃຫ້ຄວາມສໍາຄັນຕໍ່ວຽກງານດັ່ງກ່າວ ເນື່ອງຈາກເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດຄືກັນ. ນອກນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ໃນຕໍ່ໜ້າໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ; ສອງຝ່າຍ ເຫັນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ເອລນູຣ ມາມາດົບ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອາແຊັກໄບຊານ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ, ເປັນເຈົ້າພາບງານລ້ຽງຮ່ວມກັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາແຊັກໄບຊານ ແລະ ຍັງໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ສໍາຄັນຈໍານວນໜຶ່ງຢູ່ນະຄອນ ຫລວງວຽງຈັນ.

