Friday, December 12, 2025
Homeຂ່າວຕ່າງປະເທດຜູ້ນຳ ສ.ອາເມລິກາ ປະກາດມາດຕະການຊ່ວຍເຫລືອ ຊາວກະສິກອນ 12 ຕື້ກວ່າໂດລາສະຫະລັດ

ຜູ້ນຳ ສ.ອາເມລິກາ ປະກາດມາດຕະການຊ່ວຍເຫລືອ ຊາວກະສິກອນ 12 ຕື້ກວ່າໂດລາສະຫະລັດ

ສຳນັກຂ່າວເອເອຟພີ ວັນທີ 9 ທັນວານີ້ ທ່ານ ໂດນັນ ທຣຳ, ປະທານາ ທິບໍດີ ສ.ອາເມລິກາ ປະກາດມາດຕະການ ຊ່ວຍເຫລືອຊາວກະສິກອນ ພາຍໃນປະເທດ ມູນຄ່າ 12 ຕື້ກວ່າໂດລາສະຫະລັດ ເພື່ອປົກປ້ອງ ແລະ ຄຸ້ມຄອງຊາວກະສິກອນ ຫລັງຈາກຈັດກອງປະຊຸມປຶກສາຫາລືກັບຜູ້ຜະລິດກະສິກຳຢູ່ທຳນຽບຂາວ.ກ່ອນໜ້ານີ້ ສ.ອາເມລິກາ ຂາດທຶນຈາກການສົ່ງອອກສິນຄ້າກະສິກຳຫລາຍກວ່າ 27 ຕື້ໂດລາສະຫະລັດ ລະຫວ່າງ ປີ 2018 ແລະ 2019 ແລະ ລັດຖະບານ ສ.ອາເມລິກາ ໄດ້ຈັດສັນງົບປະມານ 23 ຕື້ໂດລາສະຫະລັດ ເພື່ອຊ່ວຍເຫລືອຊາວກະສິກອນທີ່ໄດ້ຮັບຜົນກະທົບ. ທ່ານ ນາງ ບຣູດ ໂຣລລິນລັດຖະມົນຕີກະຊວງກະສິກຳ ສະຫະລັດອາເມລິກາ ກ່າວວ່າ: ລັດຖະບານ ສ.ອາເມລິກາ ຈະຈັດສັນງົບປະມານເບື້ອງຕົ້ນ 11 ຕື້ໂດລາສະຫະລັດ ສຳລັບພືດຜົນ ແລະ ຈັດສັນອີກ 1 ຕື້ໂດລາສະຫະລັດສຳລັບຄວາມຕ້ອງການທີ່ສຳຄັນທີ່ສຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments