ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດ ຜ່ານທາງອອນລາຍ ພາຍໃຕ້ຫົວຂໍ້ “ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ” ຈັດຂຶ້ນໃນວັນທີ 8 ທັນວາ 2025 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ(ຄຊກມດ), ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ(UNFPA) ປະຈໍາລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງ ການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ.

ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ກ່າວວ່າ: ກອງປະຊຸມການເຜີຍແຜ່ລະດັບຊາດ ຂະບວນ ການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໃນຄັ້ງນີ້ ຈັດຂຶ້ນໃນໂອກາດ 16 ວັນ ແຫ່ງການລະນຶກ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຊຶ່ງຫົວຂໍ້ໃນປີ 2025 ແມ່ນ “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ” ເປັນຫົວຂໍ້ທີ່ສໍາຄັນ ໂດຍສະເພາະໃນຂະນະທີ່ໃນໂລກ ກໍຄື ໃນຂົງເຂດອາຊຽນ ແລະ ປະເທດລາວ ພວມຜະເຊີນໜ້າກັບສິ່ງທ້າທາຍທັງໃນຮູບແບບເກົ່າ ແລະ ຮູບແບບໃໝ່ທີ່ມາພ້ອມກັບຄວາມກ້າວໜ້າດ້ານດີຈິຕອນ. ຄວາມຮຸນແຮງຕໍ່ແມ່ຍິງ ກໍຄື ເດັກຍິງສາມາດເກີດຂຶ້ນໄດ້ທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ ແລະ ລະດັບການສຶກສາ, ແມ່ຍິງທີ່ເປັນກຸ່ມສ່ຽງກວ່າໝູ່ ແມ່ນແມ່ຍິງທີ່ທຸກຍາກ, ແມ່ຍິງຢູ່ຊົນນະບົດ, ແມ່ຍິງຊົນເຜົ່າ, ແຮງງານເຄື່ອນຍ້າຍ, ແມ່ຍິງທີ່ຢູ່ໃນສະຖານທີ່ກັກຂັງ, ແມ່ຍິງພິການ, ເດັກຍິງ, ແມ່ຍິງທີ່ມີອາຍຸສູງ ຫລື ແມ່ຍິງອົບພະຍົບທີ່ຖືກສົ່ງກັບປະເທດໃນເຂດທີ່ມີການປະທະກັນທາງດ້ານອາວຸດ. ອີງຕາມການສຶກສາຂອງສາກົນເຫັນວ່າ ໃນທົ່ວໂລກ ມີແມ່ຍິງ 1 ໃນ 3 ຄົນເຄີຍຖືກຄວາມຮຸນແຮງ, ສ່ວນຢູ່ໃນປະເທດລາວມີກໍລະນີສຶກສາເຫັນວ່າ ແມ່ຍິງ 30% ໄດ້ບອກວ່າເຄີຍຖືກຄວາມຮຸນແຮງ ຢ່າງໜ້ອຍໜຶ່ງໃນ 3 ປະເພດຄວາມຮຸນແຮງໃນຊ່ວງຊີວິດ ທາງຮ່າງກາຍ, ທາງເພດ ແລະ ທາງຈິດໃຈ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ວ່າຈະເປັນທາງດ້ານຮ່າງກາຍ, ຈິດໃຈ, ເສດຖະກິດ ຫລື ດີຈິຕອນ ເປັນການລະເມີດສິດທິໂດຍພື້ນຖານຂອງແມ່ຍິງ ແລະ ເດັກຍິງ, ເປັນການສ້າງຄວາມບໍ່ປອດໄພ, ຈຳກັດທາງເລືອກ ແລະ ຈຳກັດຄວາມສາມາດໃນການເຄື່ອນໄຫວຂອງເຂົາເຈົ້າ, ເປັນສິ່ງກີດ ຂວາງການພັດທະນາ, ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ເມື່ອເກີດຂຶ້ນແລ້ວແມ່ນມີຜົນກະທົບຍາວນານ ຕໍ່ຕົວແມ່ຍິງ ແລະ ລູກ ຂອງເຂົາເຈົ້າ, ຕະຫລອດຮອດຜົນກະທົບຕໍ່ຊຸມຊົນ ແລະ ທົ່ວສັງຄົມ ເພາະແມ່ຍິງທີ່ຖືກຄວາມຮຸນແຮງ ມີຄວາມສ່ຽງມີບັນຫາດ້ານສຸຂະພາບ ເຮັດໃຫ້ຄວາມສາມາດໃນການຫາລ້ຽງຊີບ ແລະ ເຂົ້າຮ່ວມກິດຈະກຳໃນສັງຄົມຂອງເຂົາເຈົ້າກໍຫລຸດໜ້ອຍຖອຍລົງ. ສ່ວນລູກກໍມີຄວາມສ່ຽງທາງດ້ານສຸຂະພາບ, ມີບັນຫາການຮຽນ ກາຍເປັນຊັບພະຍາກອນມະນຸດທີ່ຄຸນນະພາບບໍ່ສູງ ຈະສົ່ງຜົນສະທ້ອນຕໍ່ການຜະລິດໃນຄອບຄົວ ກໍຄື ການສ້າງສາພັດທະນາຂອງປະເທດຊາດ.

ໃນຊຸມປີມໍ່ໆ ມານີ້, ການປ່ຽນຜ່ານສູ່ຍຸກສະໄໝຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ບໍ່ພຽງແຕ່ ຂະຫຍາຍໂອກາດທາງດ້ານເສດຖະກິດ ສັງຄົມເທົ່ານັ້ນ, ແຕ່ຍັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນ: ການໃຫ້ຂໍ້ມູນບໍ່ຖືກຕ້ອງ, ບິດເປືອນຄວາມຈິງ, ການສົ່ງຕໍ່ຮູບພາບສ່ວນຕົວທີ່ບໍ່ໄດ້ຮັບຄວາມຍິນຍອມ, ການຂົ່ມຂູ່ທາງອອນລາຍ, ຮູບພາບປອມລາມົກອານາຈານທີ່ສ້າງດ້ວຍ ເອໄອ, ຄໍາເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ. ການກະທໍາເຫລົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງນໍາໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ: ການຈັດຫາ ເພື່ອບັງຄັບຂາຍບໍລິການທາງເພດ, ການແຕ່ງດອງກ່ອນໄວ, ການຄ້າມະນຸດໄປເຖິງການຄາດຕະກຳແມ່ຍິງ ແລະ ເດັກຍິງ; ຄວາມອັນຕະລາຍເຫລົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫລວງຫລາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ. ຕາມການສຶກສາຂອງສາກົນ, ແມ່ຍິງ 58% ເຄີຍຖືກຄວາມຮຸນແຮງທາງເພດຜ່ານທາງດີຈິຕອນ ແລະ 85% ເຄີຍເຫັນຄວາມຮຸນແຮງຜ່ານທາງດິຈິຕອນເກີດຂຶ້ນກັບຜູ້ອື່ນ. ຢູ່ ສປປ ລາວ ເຖິງວ່າຈະຍັງບໍ່ທັນມີສະຖິຕິການໃຊ້ຄວາມຮຸນແຮງຜ່ານທາງດີຈິຕອນ, ແຕ່ເຫັນວ່າມີຄວາມສ່ຽງ ແລະ ມີປະກົດການທີ່ແມ່ຍິງ ແລະ ເດັກຍິງຜະເຊີນກັບຄວາມຮຸນແຮງຈາກການນໍາໃຊ້ເຕັກໂນໂລຊີດີຈິຕອນຫລາຍຂຶ້ນ ເປັນຕົ້ນ ການລ່ວງລະເມີດໂດຍໃຊ້ຮູບພາບ, ການເຢາະເຢີ້ຍ ທາງອອນລາຍ ແລະ ການແຮັກ, ໃຊ້ບັນຊີປອມ ແລະ ອື່ນໆ, ແມ່ຍິງ ແລະ ເດັກຍິງມັກຕົກເປັນເປົ້າໝາຍຂອງຄວາມຮຸນແຮງແບບໃໝ່ນີ້, ຊຶ່ງຮູບແບບຄວາມຮຸນແຮງດີຈິຕອນນີ້ບໍ່ມີຂອບເຂດ, ເຮັດໃຫ້ການຮ່ວມມືຂອງອາຊຽນຍິ່ງມີຄວາມສໍາຄັນຫລາຍກວ່າທີ່ເຄີຍ. ພ້ອມນີ້, ອາຊຽນໄດ້ໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາໂດຍໄດ້ພ້ອມກັນຜັນຂະຫຍາຍວາລະການພັດທະນາຂອງສາກົນເຂົ້າສູ່ອາຊຽນ. ພາຍໃຕ້ການສະໜັບສະໜູນຂອງອົງການ UNFPA ປະຈໍາ ພາກພື້ນອາຊີປາຊີຟິກ, ASEAN ໄດ້ລິເລີ່ມຂະບວນການໂຄສະນາຂອງອາຊຽນເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທາງອອນລາຍຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດ ຄື: ບໍ່ ກໍຄື ບໍ່ (No Means No. Online Too) ເພື່ອຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວ, ສົ່ງເສີມພຶດຕິກໍາອອນລາຍທີ່ມີຄວາມຮັບຜິດຊອບ, ທັງເປັນການກຽມຄວາມພ້ອມໃຫ້ກັບ ແມ່ຍິງ, ເດັກຍິງ ແລະ ຜູ້ທີ່ພົບເຫັນເຫດການ ລວມທັງຜູ້ຊາຍ ແລະ ເດັກຊາຍ ໃຫ້ຮູ້ວິທີຮັບມືທີ່ຖືກຕ້ອງ ເຊັ່ນ: ການລາຍງານ, ການຂໍຄວາມຊ່ວຍເຫລືອ ຫລື ໃຫ້ຄວາມຊ່ວຍເຫລືອທັນເວລາອີກດ້ວຍ.

