Sunday, November 30, 2025
Homeຂ່າວຕ່າງປະເທດທະນາຄານໂລກ-ມາເລເຊຍ ຮ່ວມມື ໂຄງການພະລັງງານໝູນວຽນ ມູນຄ່າ6 ຕື້ໂດລາສະຫະລັດ

ທະນາຄານໂລກ-ມາເລເຊຍ ຮ່ວມມື ໂຄງການພະລັງງານໝູນວຽນ ມູນຄ່າ6 ຕື້ໂດລາສະຫະລັດ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທະນາຄານໂລກ ໄດ້ລົງນາມການຮ່ວມມື ກັບ ມາເລເຊຍ ເພື່ອພັດທະນາ ໂຄງການ ລະບຽງ ພະລັງງານ ໝູນວຽນ ຍະໂຮຣພາກໃຕ້ (Southern Johor Renewable Energy Corridor-SJREC) ຢູ່ໃນລັດຍະໂຮຣ ດ້ວຍມູນຄ່າລວມ 6 ຕື້ໂດລາສະຫະລັດ.

ຂໍ້ຕົກົລງດັ່ງກ່າວ ໄດ້ລົງນາມ ລະຫວ່າງ ບັນດາ ບໍລິສັດເງິນລົງທຶນ ລະຫວ່າງ ປະເທດ (IFC) ຊຶ່ງເປັນໜ່ວຍງານພາກເອກະຊົນ ຂອງ ທະນາຄານໂລກ; ເປີຣໂມດາລັນ ດາຣຸລ ຕະຊີມ(Permodalan Darul Ta’zim) ໜ່ວຍງານ ດ້ານການລົງທຶນ ເຊິງກົນຍຸດທະ ຂອງ ລັດຍະໂຮຣ ແລະ ບໍລິສັດດິໂທຣລິກ ເອເນີຣຈີ (Ditrolic Energy) ຜູ້ປະກອບການດ້ານພະລັງງານ ແບບຄົບວົງຈອນ.

ທັງ 3 ໜ່ວຍງານ ໄດ້ລະບຸໃນຖະແຫລງການວ່າ: ໂຄງການໂຊນ ໄຮບຣິດພະລັງງານ ແສງຕາເວັນ ແລະ ລະບົບກັກເກັບພະລັງງານ ດ້ວຍເນື້ອທີ່ 2.000 ຕາລາງກິໂລແມັດ ໃນລັດຍະໂຮຣ ໂດນມີເປົ້າໝາຍ ເພື່ອຈັດຫາພະລັງງານໄຟຟ້າສະອາດ ສຳລັບ ຮອງຮັບ ການພັດທະນາ ອຸດສາຫະກຳ ຂອງ ລັດ ແລະ ສະໜັບສະໜູນ ໂຄງການ ເຊື່ອມໂຍງເຄືອຂ່າຍ ໄຟຟ້າອາຊຽນ ຜ່ານການຊື້-ຂາຍ ໄຟຟ້າ ຂ້າມຊາຍແດນ. ໜັງສືຮ່ວມມື ຊຶ່ງລົງນາມ ຄຽງຄູ່ກັບ ການເປີດຕົວນະໂຍບາຍ ພະລັງງານ ໝູນວຽນ ລັດຍະໂຮຣປີ 2030 ໄດ້ລະບຸກອບການເຮັດວຽກ ຮ່ວມກັນ ຄວບຄຸມການພັດທະນາໂຄງການ ເຊື່ອມໂຍງ ເຄືອຂ່າຍໄຟຟ້າ ອາຊຽນ ຜ່ານການຊື້ຂາຍໄຟຟ້າຂ້າມຊາຍແດນ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments