Sunday, November 30, 2025
Homeຂ່າວຕ່າງປະເທດການາດາ ຈະສ້າງທໍ່ສົ່ງນໍ້າມັນໃໝ່

ການາດາ ຈະສ້າງທໍ່ສົ່ງນໍ້າມັນໃໝ່

ສຳນັກຂ່າວອິນໂຟເຄວສ: ວັນທີ 27 ພະຈິກ, ລັດຖະບານກາງການາດາ ແລະ ລັດອັລເບີຣຕາ ຊຶ່ງເປັນຖານການຜະລິດ ນໍ້າມັນສຳຄັນ ຂອງປະເທດໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອກ້າວສູ່ສຳລັບການກໍ່ສ້າງທໍ່ສົ່ງນໍ້າມັນເສັ້ນໃໝ່ ຊຶ່ງມີເປົ້າໝາຍເພີ່ມສັກກາຍະພາບການສົ່ງອອກໄປຍັງຕະຫລາດອາຊີ.

ໂດຍໜັງສືເອກະສານເອັມໂອຢູ ໄດ້ລະບຸວ່າ: ການາດາ ຈະຮ່ວມຊຸກຍູ້ໂຄງການທໍ່ສົ່ງນໍ້າມັນທີ່ພັດທະນາໂດຍພາກເອກະຊົນ ຊຶ່ງສາມາດລຳລຽງບິທູເມນະຊະນິດປອດກາກ ບອນຕໍ່າຢ່າງໜ້ອຍ 1 ລ້ານຖັງຕໍ່ວັນ. ພາຍໃຕ້ຂໍ້ຕົກລົງດັ່ງກ່າວລັດຖະບານກາງ ຢືນຢັນວ່າ ຈະສະໜັບສະໜູນການສົ່ງອອກບິທູເມນ ຈາກທ່າກຳປັ່ນນໍ້າເລິກເຊິ່ງຍຸດທະສາດໄປຍັງຕະຫລາດອາຊີ.

ນອກຈາກນັ້ນເຈົ້າໜ້າທີ່ລະດັບສູງການາດາ ຍັງກ່າວ ໃນໂອກາດນີ້ວ່າ ທ່າມກາງການປ່ຽນແປງຂອງ ການຄ້າໂລກ ແລະ ຄວາມບໍ່ແນ່ນອນ ທີ່ເພີ່ມຂຶ້ນ ການາດາ ແລະ ລັດອັລເບີຣຕາ ພວມສ້າງ ຄວາມຮ່ວມມືໃໝ່ ເພື່ອຍົກລະດັບ ເສດຖະກິດ ຂອງ ປະເທດ ໃຫ້ເຂັ້ມແຂງ ຍືນຍົງ ແລະ ມີຄວາມເປັນອິດສະລະ ຫລາຍຂຶ້ນ , ພ້ອມທັງ ຊຸກຍູ້ໃຫ້ ການາດາ ກ້າວຂຶ້ນເປັນ ມະຫາອຳນາດ ດ້ານພະລັງງານ , ຫລຸດການປ່ອຍ ກາກບອນ ແລະ ແຈກຢາຍຕະຫລາດ ສົ່ງອອກໃຫ້ຫລາກຫລາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments