ໃນວັນທີ 30 ພະຈິກ 2025 ນີ້, ບັນດາການນຳຂັ້ນສູງ ພັກ, ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ໄດ້ຕ້ອນຮັບການເຂົ້າອວຍພອນຂອງບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ປີໃໝ່ສາກົນ 2026.
ໂອກາດນີ້, ທ່ານ ເອດີ ເອີວານ ບິນ ມາມຸດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳລາວ, ທູດອາວຸໂສ ໄດ້ຕາງໜ້າໃຫ້ແກ່ບັນດາ ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ລາວ ສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ພ້ອມທັງສະແດງຄວາມຊົມເຊີຍ ມາຍັງ ພັກປະຊາຊົນ ປະຕິວັດລາວ ໃນໂອກາດຄົບຮອບ 70 ປີແຫ່ງການສ້າງຕັ້ງພັກ. ໃນໄລຍະ 7 ທົດສະວັດທີ່ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວດ້ວຍຄວາມໝາຍໝັ້ນອັນເດັດດ່ຽວ, ນໍາພາປະເທດຊາດຜ່ານຜ່າຄວາມທຸກຍາກໃນອະດີດ ສູ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.
ທ່ານ ເອດີ ເອີວານ ບິນ ມາມຸດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນດ້ານຕ່າງໆ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ຜົນສໍາເລັດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນຫລາຍຄັ້ງຜ່ານມາ, ສະແດງໃຫ້ເຫັນເຖິງຂີດຄວາມສາມາດທາງດ້ານການທູດຂອງ ສປປ ລາວ ແລະ ຄວາມໝາຍໝັ້ນໃນການຮັດແໜ້ນຄວາມເປັນແກນກາງອາຊຽນ ແລະ ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນຂອງພວກເຮົາ. ພ້ອມນີ້, ທ່ານທູດອາວຸໂສ ຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານ ແລະ ການຮ່ວມກິດຈະກຳຕ່າງໆ ຂອງບັນດາທູດຕານຸທູດ ຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ຊຶ່ງມັນໄດ້ປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດ ແລະ ສປປ ລາວ. ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການເປັນຄູ່ຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະເທດຂອງພວກເຮົາ ແລະ ສປປ ລາວ.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານ ເອດີ ເອີວານ ບິນ ມາມຸດ ໃນນາມຕາງໜ້າບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ທີ່ໄດ້ມີຄຳເວົ້າທີ່ຈົບງາມ ຊຶ່ງເປັນຄຳເວົ້າທີ່ໃຫ້ກຽດ ແລະ ໃຫ້ກຳລັງໃຈ ຕໍ່ໝາກຜົນແຫ່ງການນຳພາປະເທດຊາດຕະຫລອດ 50 ປີ ທີ່ຜ່ານມາ. ຄໍາອວຍພອນຂອງບັນດາທ່ານ ເປັນການຢັ້ງຢືນ ແລະ ສະແດງໃຫ້ເຫັນເຖິງໄມຕີຈິດ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ປະເທດຂອງພວກທ່ານ ແລະ ອົງການຈັດຕັ້ງສາກົນຕ່າງໆ ກັບ ສປປ ລາວ, ພິເສດຍັງເປັນການໃຫ້ກຳລັງໃຈອັນໃຫຍ່ຫລວງແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສູງສົ່ງ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອີກດ້ວຍ.
ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສຳຄັນ ແລະ ຕັ້ງໜ້າໃຫ້ ສປປ ລາວ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ໃນໄລຍະຜ່ານມາ. ສປປ ລາວ ມີຄວາມຍິນດີທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຄວາມພະຍາມຍາມຂອງວົງຄະນະຍາດສາກົນ ໃນຂອບການຮ່ວມມືຕ່າງໆທີ່ຕົນເປັນພາຄີ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ສາກົນ.
ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ອີກວ່າ: ຕະຫລອດ 50 ປີ ທີ່ຜ່ານມາ, ສປປ ລາວ ໄດ້ຜ່ານຜ່າເສັ້ນທາງການພັດທະນາ ທີ່ເຕັມໄປດ້ວຍການຫັນປ່ຽນອັນໃຫຍ່ຫລວງ, ຈາກປະເທດທີ່ເຄີຍຖືກທໍາລາຍຈາກສົງຄາມ, ລະດັບພື້ນຖານເສດຖະກິດທີ່ຫລ້າຫລັງ ແລະ ມີຄວາມຫຍຸ້ງຍາກຫລາຍດ້ານ. ໂດຍພາຍໃຕ້ການນໍາພາ ຂອງປະທານ ໄກສອນ ພົມວິຫານ ຜ່ານແນວທາງການປ່ຽນແປງໃໝ່ຢ່າງມີຫລັກການ ຊຶ່ງໄດ້ເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ຜົົນສໍາເລັດທີ່ໜ້າພາກພູມໃຈໃນທຸກຂົງເຂດ, ນັບແຕ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງພື້ນຖານໂຄງລ່າງທີ່ສໍາຄັນຫລາຍດ້ານ ເພື່ອການພັດທະນາທີ່ຍືນຍົງ ແລະ ໝັ້ນຄົງໃນໄລຍະຍາວ.
ໃນໂອກາດປີໃໝ່ສາກົນ 2026 ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ປະຊາຊົນລາວ ທຸກຖ້ວນໜ້າ ອວຍພອນໄຊອັນປະເສີດ ມາຍັງບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງບັນດາທ່ານ. ພ້ອມທັງ ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ໄປຍັງປະມຸກລັດ, ຫົວໜ້າລັດຖະບານ ແລະ ປະຊາຊົນຂອງບັນດາປະເທດ ກໍຄື ການນຳອົງການຈັດຕັ້ງສາກົນທີ່ບັນດາທ່ານເປັນຕົວແທນມານະໂອກາດນີ້ດ້ວຍ. ພ້ອມທັງອວຍພອນ ໃຫ້ປະຊາຊົນ ຂອງທຸກປະເທດ ໃນໂລກນີ້ ຈົ່ງມີຄວາມຜາສຸກ, ມີຄວາມກ້າວໜ້າ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ. ອວຍພອນໃຫ້ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ລະຫວ່າງ ສປປ ລາວ ກັບ ບັນດາປະຊາຊາດໃນໂລກ ຈົ່ງຍືນຍົງຕະຫລອດໄປ.