Friday, November 14, 2025
Homeຂ່າວການເມືອງສອງສຳນັກຂ່າວສານ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ສອງສຳນັກຂ່າວສານ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ໃນໂອກາດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນລະຫວ່າງ ວັນທີ 9-14ພະຈິກ 2025 ນີ້, ສະຫາຍ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ-KPL) ພ້ອມຄະນະ ໄດ້ພົບປະສອງຝ່າຍ ກັບສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອໍາ ນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ (VNA-TTXVN) ພ້ອມຄະນະ ໃນ ຕອນເຊົ້າວັນທີ 13 ພະຈິກ 2025 ທີ່ນະຄອນຫລວງຮ່າໂນ້ຍ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ເວົ້າລວມ, ເວົ້າສະເພາະ ສອງສໍານັກຂ່າວສານລາວ-ຫວຽດນາມ ທີ່ີມີມູນເຊື້ອໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໂອກາດນີ້, ສະຫາຍ ນາງ ຫວູ ຫວຽດ ຈາງ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຈາກ ຂປລ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາສູ່ຂ່າວສານຫວຽດນາມ, ພ້ອມທັງ ໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ເຊິ່ງຕະຫລອດໄລຍະ 1 ປີຜ່ານມາ, ສອງສໍານັກຂ່າວ ລາວ-ຫວຽດນາມ ໄດ້ມີການຊຸກຍູ້ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງມີປະສິດທິພາບ ແລະ ນັບມື້ຍິ່ງມີປະສິດທິຜົນສູງ. ໃນການພົບປະຄັ້ງນີ້ ໄດ້ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດອະນຸສັນຍາ ການຮ່ວມມື 3 ປີຜ່ານມາ (2022-2025) ແລະ ປຶກສາຫາລືແຜນການຮ່ວມມືໃນອະນາຄົດ 2026-2030. ດ້ານວິຊາສະເພາະ ສອງສໍານັກຂ່າວ ຮັກສາການຮ່ວມມືຢ່າງສະໜິດແໜ້ນ, ດ້ວຍການຊ່ວຍເຫລືອຂອງ ສຳນັກຂ່າວສານປະເທດລາວ ເຮັດໃຫ້ ຫ້ອງການຜູ້ຕາງໜ້າ ຂ່າວສານຫວຽດນາມ ປະຈຳລາວ ສາມາດເຮັດສຳເລັດໜ້າທີ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໄດ້ຫລາກຫລາຍ ແລະທັນການ ໂດຍສະເພາະ ເມື່ອມີເຫດການສຳຄັນໃນລາວ, ຝ່າຍ ສຳນັກຂ່າວສານປະເທດລາວ ໄດ້ສະໜັບສະໜູນ ຂ່າວສານຫວຽດນາມ ປະຈຳລາວ ໄດ້ເຂົ້າຮ່ວມຮັບໃຊ້ ເຮັດໃຫ້ປະຊາຊົນສອງປະເທດ ແລະ ປະຊາຄົມໂລກ ໄດ້ຮັບຮູ້ ກ່ຽວກັບສາຍພົວພັນມິດຕະພາບ, ການພັດທະນາຂອງສອງປະເທດຢ່າງຕໍ່ເນື່ອງ. ໃນໂອກາດວັນສໍາຄັນຂອງພັກຂອງຊາດ ສອງຝ່າຍ ໄດ້ຮ່ວມກັນຈັດງານວາງສະແດງຮູບພາບ ໂດຍໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ນໍາພັກ-ລັດ ກໍຄື ມວນຊົນທົ່ວໄປທີ່ເຂົ້າຮ່ວມງານ. ສໍາລັບ ອະນຸສັນຍາ 5 ປີທ່ີສອງຝ່າຍຈະຮ່ວມກັນຈັດຕັ້ງປະຕິບັດ ແມ່ນຈະສືບຕໍ່ຮ່ວມມືກັນ ຫັນເປັນດີຈິຕອນ ແລະ ນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານຂ່າວສານ; ແລກປ່ຽນບົດຮຽນດ້ານການກໍ່ສ້າງບຳລຸງພະນັກງານ; ຊ່ວຍເຫລືອນັກຂ່າວຂອງກັນ ແລະ ກັນ ໃນການເຄື່ອນໄຫວວິຊາການ ໂດຍສະເພາະ ໃຫ້ສາມາດໄດ້ເຂົ້າຮ່ວມຮັບໃຊ້ກອງປະຊຸມໃຫຍ່ ກໍຄື ເຫດການສໍາຄັນຂອງສອງປະເທດ; ແລກ ປ່ຽນຄະນະຜູ້ແທນການນຳ ແລະ ນັກຂ່າວ ດ້ວຍຈຸດປະສົງຊຸກຍູ້ການຮ່ວມມື ລະຫວ່າງ ສອງຝ່າຍ ເພື່ອຍົກສູງພາລະບົດບາດ ແລະ ໜ້າທີ່ ໃນຖານະເປັນສຳນັກຂ່າວສານແຫ່ງຊາດ ຂອງລາວ ແລະ ຫວຽດນາມ. ສອງຝ່າຍເປັນເອກະພາບກັນ ຕາມຄວາມອາດສາມາດຂອງຕົນ ທີ່ຈະສະໜອງຂໍ້ມູນຂ່າວສານ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະເວລາໄປປະຕິບັດໜ້າທີ່ໄລຍະຍາວ ຫລື ໄລຍະສັ້ນ ຢູ່ໃນປະເທດຂອງກັນ ແລະ ກັນ; ສອງຝ່າຍຈະປະສານກັນຢ່າງແໜ້ນແຟ້ນ ໃນການສະກັດກັ້ນ ແລະ ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງ ໂດຍການແລກປ່ຽນ ແລະ ຊ່ວຍກວດສອບຂໍ້ມູນທີ່ບໍ່ໄດ້ຮັບການຢືນຢັນກ່ຽວກັບອີກຝ່າຍໜຶ່ງ ເພື່ອຮັບປະກັນວ່າຂໍ້ມູນນັ້ນ ຖືກຕ້ອງ ແລະ ເປັນຄວາມຈິງ.

ສະຫາຍ ວັນນະສິນ ສິມມະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຈາກ ສະຫາຍນາງ ຫວູ ຫວຽດ ຈາງ ພ້ອມດ້ວຍຄະນະ ທີ່ໄດ້ກະກຽມແຜນການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຫງະອານ ແລະ ນະຄອນຫລວງຮ່າໂນ້ຍ ຊຶ່ງຕະຫລອດໄລຍະຂອງການເດີນທາງ ແມ່ນມີຄວາມສະດວກປອດໄພ ແລະ ມີບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ. ພ້ອມທັງ ຕີລາຄາສູງ ຕໍ່ການຮ່ວມມືສອງຝ່າຍ ໂດຍຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ.

ສອງສະຫາຍຜູ້ອໍານວຍການໃຫຍ່ ສໍານັກຂ່າວສານລາວ-ຫວຽດນາມ ໄດ້ສະແດງຄຳໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ, ສະໜັບສະ ໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ພາຍຫລັງພົບປະສອງຝ່າຍ, ກໍໄດ້ມີພິທີລົງນາມ ອະນຸສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ຂ່າວສານປະເທດລາວ ແລະ ສໍານັກຂ່າວສານຫວຽດນາມ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments