ກອງປະຊຸມລັດຖະມົນຕີ ແຮງງານລາວ-ຫວຽດນາມ ຄັ້ງທີ IX ໄຂຂຶ້ນໃນວັນທີ 11 ພະຈິກ ແລະ ອັດລົງໃນວັນທີ 12 ພະຈິກ 2025 ທີ່ແຂວງນິງບິ່ງ ສສ ຫວຽດນາມ ດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ໂດ້ແທງບິ່ງ ລັດຖະມົນຕີ ກະຊວງພາຍໃນ ແຫ່ງ ສສ ຫວຽດນາມ (ພນ) ແລະ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ (ຮສສ), ມີສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍການນໍາຂອງແຂວງນິງບິ່ງ ແລະ ຄະນະທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ທັງນີ້ກໍເພື່ອເປັນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ.

ໃນກອງປະຊຸມ, ສະຫາຍ ໂພໄຊ ໄຊຍະສອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ຜົນສຳເລັດ ໃນການຮ່ວມມືທີ່ທັງສອງກະຊວງຍາດມາໄດ້ໃນໄລຍະ 02 ປີຜ່ານມາ, ຊຶ່ງກອງປະຊຸມນີ້ ມີຄວາມໝາຍສຳຄັນຍິ່ງ ໂດຍສະເພາະ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ພວມສຸມໃສ່ການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ແລະ ກະກຽມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີຜ່ານມາ. ພ້ອມທັງໄດ້ຢືນຢັນໃນການເພີ່ມທະວີ ການຮ່ວມມືຂອງສອງປະເທດ ແມ່ນຕັ້ງຢູ່ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຊຶ່ງໄດ້ນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ນັບມື້ນັບເພີ່ມຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການຮ່ວມມື ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ໃນດ້ານວຽກງານແຮງງານ ໃຫ້ນັບມື້ຫັນໄປສູ່ລວງເລິກ ແລະ ເປັນຮູບປະທໍາຫລາຍຂຶ້ນ.

ໂອກາດນີ້, ສະຫາຍ ໂພໄຊ ໄຊຍະສອນ ຍັງໄດ້ຢືນຢັນເຖິງຄໍາໝັ້ນສັນຍາ ທີ່ຈະສະໜັບສະໜູນສືບຕໍ່ແຜນການຮ່ວມມືດ້ານແຮງງານກັບ ສສ ຫວຽດນາມ ໃນໄລຍະ 05 ປີຕໍ່ໜ້າ (2026-2030) ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຍຸດທະສາດການຮ່ວມມື 10 ປີ (2021-2030) ຕາມເປົ້າໝາຍຂອງສອງພັກ, ສອງລັດຖະບານ ໃນການສືບຕໍ່ເພີ່ມທະວີ ການຊຸກຍູ້, ສົ່ງເສີມ ແລະ ຈັດຕັ້ງປະຕິບັດວຽກງານແຮງງານ ຂອງສອງຝ່າຍໃຫ້ກວ້າງຂວາງ, ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ.
ພ້ອມນີ້, ທັງສອງຝ່າຍໄດ້ເປັນເອກະພາບ ແລະ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ແລະ ຜູ້ມີຄຸນງາມຄວາມດີໃນພາລະກິດປະຕິວັດ ແລະ ບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ຄັ້ງທີ IX ປີ 2025 ເປັນຕົ້ນ ສືບຕໍ່ທົບທວນຄືນສັນຍາ ວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ຫວຽດນາມ ສະບັບປີ 2013 ເພື່ອໃຫ້ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດໃນປັດຈຸບັນ; ສົ່ງເສີມການຮ່ວມມືແລກປ່ຽນບົດຮຽນດ້ານວິຊາການ ແລະ ຂໍ້ມູນຂ່າວສານ ໃນວຽກງານສຳຄັນຕ່າງໆ ເຊັ່ນ: ການຄຸ້ມຄອງແຮງງານ ແລະ ການຈ້າງງານ; ການພັດທະນາທັກສະ ໃຫ້ແກ່ຜູ້ອອກແຮງງານ; ຄວາມປອດໄພ ແລະ ສຸຂະພາບແຮງງານ, ປະກັນສັງຄົມ, ຄວາມສະເໝີພາບບົດບາດຍິງ-ຊາຍ, ການຫັນເປັນດີຈິຕອນໃນຂົງເຂດແຮງງານ, ຍາດແຍ່ງການຮ່ວມມືຝຶກອົບຮົມໄລຍະສັ້ນ ຈາກແຫລ່ງທຶນຊ່ວຍເຫລືອລ້າ (ODA) ຂອງສອງລັດຖະບານໃນແຕ່ລະປີ; ສືບຕໍ່ສະໜັບສະໜູນຄໍາຄິດເຫັນເຊິ່ງກັນ ແລະ ກັນ ໃນເວທີກອງປະຊຸມຂົງເຂດພາກພື້ນ ແລະ ສາກົນ.
ໃນກອງປະຊຸມ ສອງຝ່າຍຍັງໄດ້ເປັນເອກະພາບກັນ ໃນການຈັດກອງປະຊຸມລັດຖະມົນຕີແຮງງານ ລາວ-ຫວຽດນາມ ຄັ້ງທີ X ຂຶ້ນທີ່ ສປປ ລາວ ໃນປີ 2027 ນໍາອີກ.

