Thursday, November 13, 2025
Homeຂ່າວໜ້າໜຶ່ງສພຊ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ດ້ານເສດຖະກິດ-ການເງິນ

ສພຊ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ດ້ານເສດຖະກິດ-ການເງິນ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກ 2025 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ບົດລາຍງານສະຫລຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ (2021-2025) ໂດຍໄດ້ຕີລາຄາຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ເຖິງວ່າການປະຕິບັນດາບັດຄາດໝາຍຕ່າງໆ ຈະມີຜົນສຳເລັດພົ້ນເດັ່ນຫລາຍດ້ານກໍຕາມ, ແຕ່ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ເຫັນວ່າຍັງມີບາງຂໍ້ຄົງຄ້າງ ເປັນຕົ້ນ ການປະຕິບັດຄາດໝາຍ ການແກ້ໄຂໜີ້ສິນສາທາລະນະ; ການປະຕິບັດຄາດໝາຍການດຸນດ່ຽງງົບປະມານ; ການປະຕິບັດຄາດໝາຍອັດຕາເງິນເຟີ້; ການປະຕິບັດຄາດໝາຍອັດຕາແລກປ່ຽນ; ການປະຕິບັດຄາດໝາຍຜະລິດທົດແທນການນໍາເຂົ້າ; ການປະຕິບັດຈຸດສຸມ ການຜະລິດເປັນສິນຄ້າສົ່ງອອກ ຂອງຜະລິດຕະພັນປຸງແຕ່ງສິນຄ້າກະສິກຳ, ອຸດສາຫະກໍາປຸງແຕ່ງ ແລະ ຜະລິດຕະພັນປຸງແຕ່ງແຮ່ທາດ; ການປະຕິບັດຈຸດສຸມສ້າງຄວາມເຂັ້ມແຂງ ລາຍຮັບງົບປະມານ; ການປະຕິບັດຈຸດສຸມຍົກສູງປະສິດທິຜົນ ການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ; ການປະຕິບັດຈຸດສຸມສ້າງສະຖຽນລະພາບດ້ານເງິນຕາ ແລະ ການປະຕິບັດຈຸດສຸມຍົກສູງປະສິດທິພາບ ດ້ານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຍັງບໍ່ທັນບັນລຸໄດ້ ຕາມຄາດໝາຍ, ຍັງບໍ່ທັນເຂັ້ມງວດ ແລະ ມີຜົນສັກສິດເທົ່າທີ່ຄວນ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ໃຫ້ມີຢ່າງມີປະສິດທິພາບ, ປະສິດທິຜົນດີຂຶ້ນກວ່າເກົ່າ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ໃນຕໍ່ໜ້າ, ສະພາແຫ່ງຊາດ (ສພຊ) ເຫັນດີເປັນເອກະພາບຕໍ່ທິດທາງ ແລະ ວຽກຈຸດສຸມ ຕາມການສະເໜີຂອງລັດຖະບານ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ສະບັບເລກທີ 111/ສພຊ, ລົງວັນທີ 21 ພະຈິກ 2023 ໂດຍການເຊື່ອມສານເຂົ້າໃນຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມນີ້, ສະເໜີໃຫ້ລັດຖະບານ ສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ດີຂຶ້ນ; ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ໃຫ້ເຫັນໄດ້ຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ເພື່ອຄົ້ນຄວ້າສ້າງເປັນແຜນການລະອຽດ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດຢ່າງກົມກຽວ ແລະ ເປັນເອກະພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments