ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ພະຈິກ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານ ໃນຫລາຍບັນຫາສຳຄັນ ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍລວມແລ້ວໄດ້ເຫັນດີເປັນເອກະພາບ ຕໍ່ທິດທາງແຜນການ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ລັດຖະບານຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງ ສະເໜີໃຫ້ລັດຖະບານ ສຸມໃສ່ແກ້ໄຂບາງບັນຫາສຳຄັນ ໂດຍສະເພາະ ການແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຄວາມຍຸຕິທຳໃນສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ.
ທ່ານ ສີເຮັງ ຫອມສົມບັດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 14 ແຂວງສາລະວັນ ໄດ້ສະເໜີໃຫ້ລັດຖະບານ ຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດຢ່າງແຂງແຮງ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິຂອງພັກ ກໍຄື ກົດໝາຍໃນການຈັດຕັ້ງປະຕິບັດຕາແສງ ໃຫ້ເຂັ້ມແຂງ ຖ້າຫາກຮາກຖານມີຄວາມເຂັ້ມແຂງ ປະເທດຊາດ ກໍມີຄວາມເຂັ້ມແຂງ. ພ້ອມທັງ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບັນຫາທີ່ເຄັ່ງຮ້ອນທາງດ້ານເສດຖະກິດ-ສັງຄົມ ດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ຕ້ອງດັດປັບໂຄງປະກອບເສດຖະກິດ ຂະແໜງການຄືນໃໝ່, ເລັ່ງດ່ວນແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນທົ່ວປະເທດ, ການຕອບໂຕແກ້ໄຂໄພພິບັດທາງທຳມະຊາດ ແລະ ອື່ນໆ. ພ້ອມນີ້, ໄດ້ສະເໜີໃຫ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍໃຫ້ຈະແຈ້ງ, ຈັດລະບຽບການປົກຄອງຄືນໃໝ່, ປັບປຸງກົງຈັກໃຫ້ກະທັດຮັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດວາງອອກ. ທັງນີ້, ກໍເພື່ອແນໃສ່ເປັນພື້ນຖານໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2026-2030).
ທ່ານ ສີເຮັງ ຫອມສົມບັດ ຍັງໄດ້ຕີລາຄາສູງ ຕໍ່ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ. ພ້ອມທັງສະໜັບສະໜູນທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2026-2030) ຊຶ່ງຕະຫລອດໄລຍະ 5 ປີຜ່ານມາ, ເຫັນວ່າປະເທດຊາດມີສະຖຽນລະພາບ, ປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໄດ້ເປັນຢ່າງດີ. ສຳລັບດ້ານເສດຖະກິດຖ້າທຽບໃສ່ແຜນການ 5 ປີ ເຫັນວ່າການຂະຫຍາຍຕົວຢູ່ໃນລະດັບດີສົມຄວນ ລື່ນຄາດໝາຍທີ່ວາງໄວ້, ພິເສດ ແມ່ນສາມາດຈັດເກັບລາຍຮັບເຂົ້າງົບປະມານ ໃນເງື່ອນໄຂທີ່ປະເທດພົບຄວາມຍຸງຍາກ ກວມ 18% ຂອງຈີດີພີ ເຮັດໃຫ້ປະເທດຊາດສາມາດ ຜ່ານຜ່າວິກິດການທາງດ້ານເສດຖະກິດ. ສຳລັບ ແຂວງສາລະວັນ ເຫັນວ່າ 5 ປີຜ່ານມາ, ສະພາບໂດຍລວມ ແມ່ນມີຄວາມສະຫງົບປອດໄພ, ເສດຖະກິດສືບຕໍ່ຂະຫຍາຍຕົວ ບໍ່ຕໍ່າກວ່າ 5% ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ, ການຈັດເກັບລາຍຮັບ ໃນ 2-3 ປີຜ່ານມາ ສາມາດປະຕິບັດໄດ້ເກີນແຜນ ເຮັດໃຫ້ແຂວງສາມາດແບ່ງງົບປະມານຈຳນວນໜຶ່ງໄປພັດທະນາທ້ອງຖິ່ນ.

