ໃນວັນທີ 9 ພະຈິກ 2025 ນີ້, ທີ່ເມືອງວຽງໄຊ, ແຂວງຫົວພັນ ໄດ້ມີພິທີເປີດ ການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ສົກປີ 2025-2026 ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ເອວຊາດ ຕາລືບົບ ອັກຄະລັດຖະທູດ-ທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ, ມີຄະນະນໍາ 4 ກົມໃຫຍ່, ການນຳແຂວງຫົວພັນ, ອໍານາດການປົກຄອງເມືອງວຽງໄຊ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ວິລະພົງ ໄຊຍະນິກອນ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງເລຂາ ຮ່ວມມືກວດກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ໄດ້ລາຍງານແຜນການຮ່ວມມື ສົກປີ 2025-2026, ຄະນະວິຊາການກອງກວດກູ້ລະເບີດ ເພື່ອມະນຸດສະທຳ ກອງທັບປະຊາຊົນລາວ ຮວ່ມກັບ ຄະນະວິຊາການສູນກວດກູ້ມິນສາກົນ ກໍາລັງປະກອບອາວຸດແຫ່ງ ສ.ຣັດເຊຍ ໄດ້ສົມທົບກັບຄະນະວິຊາການຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫົວພັນ ລົງສໍາຫຼວດ ແລະ ເກັບກຳຂໍ້ມູນ ໄປຄົ້ນຄວ້າວາງແຜນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເມືອງວຽງໄຊ ມີ 3 ພື້ນທີ່ ທີ່ມີລະເບີດບໍທັນແຕກ ລວມເນື້ອທີ່: 38,2 ເຮັກຕາ ບ່ອນທີ 1: ຂອບເຂດບ້ານບັກ ເປັນພື້ນທີ່ພັດທະນາ ມີເນື້ອທີ່ 15 ເຮັກຕາ; ບ່ອນທີ 2: ຂອບເຂດບ້ານບັກ ເປັນພື້ນທີ່ພັດທະນາຂອງ ກອງບັນຊາການທະຫານເມືອງວຽງໄຊ ມີເນື້ອທີ່ 8,9 ເຮັກຕາ ແລະ ບ່ອນທີ 3: ເຂດບ້ານນາໄກ່ ເປັນພື້ນທີ່ເຂດກະສີກຳ ທັງໝົດມີເນື້ອທີ່ 14,3 ເຮັກຕາ, ການກວດກູ້ຄັ້ງນີ້ ມີກໍາລັງເຂົ້າຮ່ວມ ໃນການຈັດຕັ້ງເກັບກູ້ລະເບີດ ຕາມແຜນການທັງໝົດ 523 ຄົນ, ເຊິ່ງລວມມີ: ຄະນະຮັບຜິດຊອບຊີ້ນໍາລວມ, ກອງເລຂາ, ພາກສ່ວນ ຮັບຜິດຊອບວຽກງານປ້ອງກັນ ແລະ ຄວາມປອດໄພ, ວຽກງານການເມືອງ, ພະລາທີ່ການ, ເຕັກນິກ, ກອງບັນຊາການທະຫານອາກາດ, ກົມພົວພັນຕ່າງປະເທດ ແລະ ອົງການປົກທ້ອງຖິ່ນ.

ຫຼັງຈາກນັ້ນ, ສະຫາຍ ອ່ອນ ແຜງພູວັນ ຮອງປະທານຄະນະກຳມະການປົກຄອງ ເມືອງວຽງໄຊ ໄດ້ກ່າວມອບດິນ (ຊົ່ວຄາວ) ຈໍານວນ 3 ຕອນ ໃນເນື້ອທີ່ 38,2 ເຮັກຕາ ໃຫ້ກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ- ສ.ຣັດເຊຍ ເພື່ອປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກໃຫ້ສຳເລັດຕາມແຜນການ. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນ ໃນພິທີກ່າວເປີດວ່າ: ໃນຊຸມປີຜ່ານມາ, ພັກ-ລັດຖະບານລາວໄດ້ເອົາໃຈໃສ່ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ໂດຍ ຈັດເຂົ້າໃນເປົ້າໝາຍ ສະຫັດສະຫວັດຂອງການພັດທະນາ, ໂດຍຖືເອົາການໂຄສະນາສຶກສາໃຫ້ພົນລະເມືອງລາວ ຮັບຮູ້ເຖິງຄວາມອັນຕະລາຍ ຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ, ດໍາເນີນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ, ປົດປ່ອຍພື້ນທີ່ໃຫ້ປະຊາຊົນໄດ້ທຳການຜະລິດ ແລະ ດຳລົງຊີວິດຢ່າງປອດໄພ ພ້ອມທັງ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ປັບປຸງລະບົບຄຸ້ມຄອງຂໍ້ມູນຂ່າວສານ, ຄົ້ນຄ້ວາ – ພິຈາລະນາຮັບ ເອົາໂຄງການຊ່ວຍເຫຼືອ ຈາກເພື່ອນມິດ ແລະ ສາກົນ.

ໃນນີ້ ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ເປັນເຈົ້າການຮ່ວມມືກັບ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ແກ້ໄຂບັນຫາລະເບີດບໍ່ທັນແຕກ ໄລຍະ 7 ປີ ທີ່ຜ່ານມາຄື: ຢູ່ເມືອງຄຳເກີດ, ແຂວງບໍລິຄໍາໄຊ ໃນສົກ 2018-2019, ຢູ່ເມືອງແປກ ແຂວງຊຽງຂວາງ ສົກ 2019-2020 ແລະ 2020-2021 ຢູ່ເມືອງນາກາຍ ແຂວງຄໍາມ່ວນ, ສົກ 2021-2022 ແລະ ສົກປີ 2022-2023, ຢູ່ເມືອງກາສີ ແຂວງວຽງຈັນ, ສົກປີ 2023-2024 ແລະ ສົກປີ 2024-2025 ຢູ່ເມືອງວຽງໄຊ ແຂວງຫົວພັນ ເຊິ່ງ ສາມາດປົດປ່ອຍພື້ນທີ່ດິນ ອອກຈາກບັນຫາລະເບີດບໍ່ທັນແຕກໄດ້ 212,74 ເຮັກຕາ, ທໍາລາຍລະເບີດອອກຈາກຜືນແຜ່ນດິນລາວໄດ້ 3.634 ໜ່ວຍ. ພ້ອມກັນນັ້ນ, ສູນກວດກູ້ມິນສາກົນ ແຫ່ງ ສ.ຣັດ ເຊຍ ໄດ້ສົ່ງຄູມາເຝິກອົບຮົມດ້ານການແກ້ໄຂລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ໃຫ້ພະນັກງານ, ນັກຮົບ ກອງທັບປະຊາຊົນລາວ ໄດ້ 164 ສະຫາຍ. ຜ່ານການປະຕິບັດແຜນການຮ່ວມມືລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ເຫັນວ່າ ປະສົບຜົນສໍາເລັດດີ ແລະ ໄດ້ນໍາເອົາຜົນປະໂຫຍດ ມາໃຫ້ປະເທດຊາດ ແລະ ປະຊາຊົນລາວ ຢ່າງໜ້າພາກພູມໃຈ ສະນັ້ນ, ໃນສົກ 2025-2026 ນີ້ ສອງກໍາລັງພວກເຮົາຈຶ່ງໄດ້ຮັບອະນຸມັດຈາກ ລັດຖະບານ ຂອງສອງປະເທດ ລາວ ແລະ ຣັດເຊຍ ມາສືບຕໍ່ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຕົກຄ້າງ ຢູ່ເມືອງວຽງໄຊ ແລະ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອປະກອບສ່ວນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ປົດປ່ອຍເນື້ອທີ່ທຳການຜະລິດໃຫ້ປະຊາຊົນບັນດາເຜົ່າ, ເພື່ອເຮັດໃຫ້ການດຳລົງຊີວິດຂອງປະຊາຊົນ ປາສະຈາກຄວາມອັນຕະລາຍຈາກລູກລະເບີດບໍ່ທັນແຕກຕົກຄ້າງ, ຄຽງຄູ່ກັນນັ້ນ ຍັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະຫວັດ ແຫ່ງການພັດທະນາຂອງລັດຖະບານ ແນ່ໃສ່ລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃຫ້ໄດ້ໃນປີ 2030.

