Thursday, November 13, 2025
Homeຂ່າວໜ້າໜຶ່ງສະເຫລີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກ

ສະເຫລີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ ພາຍໃຕ້ຄໍາຂວັນ:“ຮ່ວມແຮງຮ່ວມໃຈກັນ ຜະລິດອາຫານທີ່ດີ ເພື່ອຮັບປະກັນອະນາຄົດທີ່ສົດໃສ”; ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ“ຢຸດຕິການກະທໍາທີ່ບໍ່ເໝາະສົມຢູ່ໃນສັງຄົມ ແລະ ສະຖາບັນຄອບຄົວ ດ້ວຍການປູກຈິດສໍານຶກໃນການໃຫ້ກຽດ ແລະ ສະໜັບສະໜູນຄອບຄົວຢ່າງມີປະສິດທິພາບ” ໄດ້ຈັດຂຶ້ນໃນລະຫວ່າງໃນວັນທີ 7-8 ພະຈິກ 2025 ນີ້, ທີ່ນະຄອນຫລວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ບັກໂຄເດຍ ເບີຄານ໊ອບ ຜູ້ປະສານງານ ອົງການ ສະຫະປະຊາຊາດ ປະຈໍາລາວ, ທ່ານ ນາງ ຄະຢອງ ມິ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO), ມີບັນດາການນຳພັກ-ລັດ, ທູຕານຸທູດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມໄດ້ກ່າວວ່າ: ງານຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ, ບໍ່ສະເພາະແຕ່ແນໃສ່ປູກຈິດສຳນຶກ ແລະສ້າງຄວາມຮັບຮູ້ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງ ຄວາມທຸກຍາກ ແລະ ໄພອຶດຫິວ, ຊຶ່ງບໍ່ແມ່ນຜູ້ໃດຜູ້ໜຶ່ງເປັນຜູ້ກຳນົດໃຫ້ເກີດ ແຕ່ມັນແມ່ນປະກົດການທາງສັງຄົມທີ່ສາມາດລຶບລ້າງໃຫ້ໝົດໄປໄດ້ ແລະ ພວກເຮົາຕ້ອງສ້າງຈິດສໍານຶກ ແລະ ປຸກລະດົມປະຊາຊາດ ໂດຍສະເພາະຜູ້ທຸກຍາກ ອຶດຫິວ ໃຫ້ສາມາດເຂົ້າເຖິງແຫຼ່ງອາຫານ, ມີຄວາມກ້າຫານ ແລະ ສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ການສະເຫຼີມສະຫຼອງ ວັນອາຫານໂລກ ຄັ້ງທີ 45, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 33 ປີໃນປີນີ້ ໄດ້ຈັດຂຶ້ນທ່າມກາງບັນດາສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກ ຊຶ່ງໄດ້ມີຜົນສໍາເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄຽງຄູ່ກັນນັ້ນ ຫຼາຍປະເທດ ກໍໄດ້ຮັບຜົນກະທົບຈາກບັນຫາເສດຖະກິດ, ການຂັດແຍ່ງ ແລະ ໄພພິບັດທາງທໍາມະຊາດ. ສຳລັບສປປ ລາວ ເຮົາ ກໍຕົກຢູ່ໃນສະພາບເງື່ອນໄຂດຽວກັນ. ແຕ່ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ຂະແໜງກະສິກຳ ແລະ ສິ່ງແວດລ້ອມໂດຍຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ປະກອບການ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານການຜະລິດສະບຽງອາຫານ ແລະ ພັດທະນາຊົນນະບົດ ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ ສາມາດຄ້ຳປະກັນສະບຽງອາຫານໄດ້ໂດຍພື້ນຖານ, ໃນນັ້ນ ການຜະລິດເຂົ້າ ບັນລຸໄດ້ຕາມແຜນການ(3,9 ລ້ານ ໂຕນ),ການຜະລິດຊີ້ນ, ໄຂ່, ປາສາມາດຮັບປະກັນການສະໜອງໃຫ້ແກ່ການບໍລິໂພກພາຍໃນໄດ້ຢ່າງພຽງພໍ ແລະ ການສົ່ງອອກສິນຄ້າກະສິກໍາ-ປ່າໄມ້ ສາມາດບັນລຸໄດ້ 1,540 ລ້ານກວ່າໂດລາ ເກີນແຜນການທີ່ສະພາຮັບຮອງ (ແຜນ 1,500 ລ້ານ ໂດລາ).

ນອກຈາກນີ້ ພວກເຮົາຈະໄດ້ສືບຕໍ່ພັດທະນາວຽກງານກະສິກໍາ ແລະ ສິ່ງແວດລ້ອມແນໃສ່ລຶບລ້າງຄວາມທຸກຍາກ ໄປຕາມທິດຫັນເປັນທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ສີຂຽວ ແລະ ຍືນຍົງ ດ້ວຍການຊຸກຍູ້ສົ່ງເສີມການຜະລິດກະສິກໍາແບບປະສົມປະສານ,ປັບປຸງແລະຂະຫຍາຍລະບົບໂຄງລ່າງພື້ນຖານການຜະລິດກະສິກຳເພື່ອຍົກສູງປະສິດທິພາບ-ປະສິດທິຜົນຂອງການຜະລິດກະສິກຳ,ຄຸ້ມຄອງປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນປ່າໄມ້ ເພື່ອຫຼຸດຜ່ອນຄວາມສ່ຽງແລະຄວາມບອບບາງຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບປັດຈຸບັນ, ຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດກະສິກຳ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ,ຕອບສະໜອງໂພຊະນາການທີ່ດີໃຫ້ແກ່ປະຊາ ຊົນ, ຊຸກຍູ້ສົ່ງເສີມທຸກພາກສ່ວນ ເຂົ້າຮ່ວມການຜະລິດກະສິກໍາ ຕາມມາດຕະຖານກະສິກຳສະອາດ ແລະກະສິກໍາທີ່ດີ ທີ່ເປັນທ່າແຮງ ເພື່ອສະໜອງສະບຽງອາຫານທີ່ປອດໄພ ແລະ ເປັນສິນຄ້າທີ່ໄດ້ມາດຕະຖານເພື່ອສົ່ງອອກ,ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ ກໍຄື ການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນດັ່ງກ່າວ ໄດ້ນັ້ນ, ມັນຮຽກຮ້ອງໃຫ້ພວກເຮົາ ຖືເອົາວຽກດັ່ງກ່າວເປັນວຽກບຸລິມະສິດສຳຄັນຂອງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ປະກອບການ ແລະຊາວກະສິກອນທີ່ຈະຕ້ອງພ້ອມກັນປະກອບສ່ວນ ຕາມພາລະບົດບາດໜ້າທີ່ຂອງຕົນ. ຖືເອົາໂອກາດນີ້ ສົ່ງແຮງໃຈ ແລະ ການສະໜັບສະໜຸນ ໄປເຖິງຜູ້ທຸກຍາກ ແລະ ອຶດຫິວ, ຄົ້ນຄວ້າຊອກຫາວິທີການ ແລະມາດຕະການເພື່ອສູ້ຊົນຈັດຕັ້ງປະຕິບັດຄໍາຂວັນວັນອາຫານໂລກປີນີ້ໃຫ້ປະກົດຜົນເປັນຈິງ.

ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດ ຕັດແຖບຜ້າ ແລະ ລັ່ນຄອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເປີດງານວັນອາຫານໂລກ,ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ປີ 2025 ຢ່າງເປັນທາງການ,ຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ແລະ ບັນດາແຂກ ໄດ້ຢ້ຽມຊົມຮ້ານວາງສະແດງ ຜະລິດຕະພັນສິນຄ້າກະສິກຳຈາກທົ່ວປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments