ໃນໄລຍະ 5 ປີຜ່ານມາ (2021-2025) ລັດຖະບານ ໄດ້ສຸມໃສ່ປະຕິບັດ 12 ວຽກຈຸດສຸມທາງດ້ານເສດຖະກິດ ໂດຍສະເພາະ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວ ຕາມແຜນການ 5 ປີກຳນົດ ສະເລ່ຍ 4,24% ຕໍ່ປີ, ໃນຂະນະທີ່ໝົດປີ 2025 ຄາດວ່າເສດຖະກິດ ຈະຂະຫຍາຍຕົວໃນລະດັບ 4,8%.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ພະຈິກ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມແຜນການ 5 ປີກຳນົດ ສະເລ່ຍ 4,24% ຕໍ່ປີ ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 2,9%, ກວມເອົາ 19,4% ຂອງຈີດີພີ (ແຜນການ 5 ປີ ຂະຫຍາຍຕົວ 2,5% ແລະ ກວມເອົາ 15,3% ຂອງຈີດີພີ); ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4,7% ກວມເອົາ 32,5% ຂອງຈີດີພີ (ແຜນການ 5 ປີ ຂະຫຍາຍຕົວ 4,1% ແລະ ກວມເອົາ 32,3% ຂອງຈີດີພີ); ຂະແໜງບໍລິການ ຂະຫຍາຍຕົວ ສະເລ່ຍ 4,5%, ກວມເອົາ 36,6% ຂອງຈີດີພີ (ແຜນການ 5 ປີ: ຂະຫຍາຍຕົວ 6% ແລະ ກວມເອົາ 41,3% ຂອງຈີດີພີ) ແລະ ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວສະເລ່ຍ 3,8%, ກວມເອົາ 11,5% ຂອງຈີດີພີ (ແຜນການ 5 ປີ ຂະຫຍາຍຕົວ 5,8% ແລະ ກວມເອົາ 11,7% ຂອງຈີດີພີ).

ສຳລັບ ປັດໄຈຕົ້ນຕໍ ທີ່ຊຸກຍູ້ການເຕີບໂຕຂອງເສດຖະກິດ ແມ່ນມາຈາກການຜະລິດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຈຳນວນໜຶ່ງ, ການຜະລິດຂອງຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສະຫະກໍາປຸງແຕ່ງ, ການຂົນສົ່ງ ແລະ ການທ່ອງທ່ຽວ. ເຖິງຢ່າງໃດກໍຕາມ ເຫັນວ່າ ຂະແໜງບໍລິການ ແລະ ພາສີ-ອາກອນຜະລິດຕະພັນສຸດທິ ມີທ່າອ່ຽງອາດບໍ່ບັນລຸຕາມຄາດໝາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບອາກາດທີ່ບໍ່ເອື້ອອໍານວຍ, ໄພທຳມະຊາດ, ການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບທົ່ວສັງຄົມ ໂດຍສະເພາະ ພາກທຸລະກິດ ເຮັດໃຫ້ບໍ່ສາມາດດຳເນີນການເຄື່ອນໄຫວໄດ້ຢ່າງເປັນປົກກະຕິ. ພ້ອມນີ້, ຍັງມີປັດໄຈພາຍນອກຈຳນວນໜຶ່ງທີ່ສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດຂອງລາວ ເປັນຕົ້ນ ຄວາມຜັນຜວນຂອງສະພາບການ ຢູ່ພາກພື້ນ ແລະ ສາກົນ, ການຟື້ນຕົວເສດຖະກິດຂອງບາງປະເທດໃນພາກພື້ນ ຫລຸດຄາດໝາຍທີ່ກຳນົດໄວ້, ການປັບນະໂຍບາຍແຮງງານ ຂອງປະເທດເພື່ອນບ້ານ ແລະ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ພາຍໃນປະເທດພວກເຮົາ ໄດ້ສ້າງຄວາມກົດດັນດ້ານເງິນຕາ ເຮັດໃຫ້ເກີດມີສະພາບເງິນເຟີ້, ອັດຕາແລກປ່ຽນຜັນຜວນ, ລາຄາສິນຄ້າເພີ່ມສູງຂຶ້ນ ເປັນຕົ້ນ ສິນຄ້ານໍາເຂົ້າ ກະທົບຕໍ່ຄ່າຄອງຊີບ ແລະ ເຮັດໃຫ້ແຮງງານລາວຫລັ່ງໄຫລອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ.

