Thursday, November 13, 2025
Homeຂ່າວຕ່າງປະເທດສາຍສົ່ງໄຟຟ້າຂ້າມຊາດເຊື່ອມສານສາຍພານໃໝ່ຄູ່ຮ່ວມຊາຕາກຳ ຈີນ-ອາຊຽນ

ສາຍສົ່ງໄຟຟ້າຂ້າມຊາດເຊື່ອມສານສາຍພານໃໝ່ຄູ່ຮ່ວມຊາຕາກຳ ຈີນ-ອາຊຽນ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ສາຍສົ່ງໄຟຟ້າເສັ້ນໜຶ່ງຈະເຊື່ອມຕໍ່ຫຍັງໄດ້ແດ່? ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 7 ຊຶ່ງໄດ້ຈັດຢູ່ແຂວງຝູຈ້ຽນ ຂອງຈີນ ເມື່ອບໍ່ດົນມານີ້ ໄດ້ໃຫ້ຄຳຕອບທາງດ້ານພະລັງງານສະອາດ ຄື: ຈີນ ແລະ ອາຊຽນ ໄດ້ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັນຂະໜາດ 110 ກິໂລໂວນຂຶ້ນໄປ 16 ສາຍ, ສອງຝ່າຍດຳເນີນການຄ້າຂາຍພະລັງໄຟຟ້າ ແລະ ໃຫ້ການຊ່ວຍເຫລືອກັນດ້ານພະລັງໄຟຟ້າຂ້າມຊາດລື່ນກາຍ 75 ຕື້ກິໂລວັດໂມງ, ໃນນັ້ນໄຟຟ້າສີຂຽວ ໄດ້ກວມເອົາ 90%. ຕົວເລກຂໍ້ມູນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືສີຂຽວໃນພາກພື້ນ ລະຫວ່າງ ຈີນ-ອາຊຽນ ໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ໄດ້ເຊື່ອມສານສາຍພານໃໝ່ຄູ່ຮ່ວມຊາຕາກຳ ຈີນ-ອາຊຽນ.

ການເຊື່ອມຕໍ່ລະບົບໄຟຟ້າເຂົ້າກັນຢ່າງເລິກເຊິ່ງ ໄດ້ເປັນການສ້າງສິ່ງກຳບັງອັນແໜ້ນໜາໃຫ້ແກ່ຄວາມປອດໄພດ້ານພະລັງງານໃນພາກພື້ນ. ຈັງຫວະການເຕີບໂຕດ້ານເສດຖະກິດຂອງພາກພື້ນອາຊຽນ ໄດ້ນຳໜ້າໂລກ, ຄວາມຕ້ອງການຕໍ່ພະລັງງານໄດ້ເພີ່ມຂຶ້ນ 3% ຕໍ່ປີ, ຄວາມຕ້ອງການຕໍ່ພະລັງໄຟຟ້າຍິ່ງເພີ່ມຂຶ້ນ 4% ຕໍ່ປີ, ການຂາດເຂີນພະລັງງານກັບຄວາມກົດດັນດ້ານການຫັນປ່ຽນຮູບແບບການພັດທະນາໄດ້ປາກົດຕົວຂຶ້ນພ້ອມກັນ; ຂະນະທີ່ຈີນ ໄດ້ສະສົມບົດຮຽນເປັນຢ່າງດີໃນການພັດທະນາພະລັງງານທີ່ໝູນວຽນໄດ້ ແລະ ເຕັກໂນໂລຊີເຄືອຂ່າຍໄຟຟ້າ, ສອງຝ່າຍມີຊັບພະຍາກອນທີ່ອຸດົມສົມບູນ ແລະ ມີລັກສະນະຕາບຈູນກັນໄດ້ເປັນເງື່ອນໄຂທີ່ດີໃນການສ້າງໂຄງການເຊື່ອມຕໍ່ກັນ. ແຕ່ໂຄງການເຂື່ອນໄຟຟ້າເລກ 1 ຢູ່ສາຍນ້ຳທາຂອງລາວ ທີ່ສົ່ງໄຟຟ້າສູ່ແຂວງຢຸນນານ ຂອງຈີນ ຮອດໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 ກິໂລໂວນ ຈີນ-ລາວ, ເມື່ອໂຄງການນີ້ສ້າງສຳເລັດແລ້ວຈະມີຄວາມສາມາດສົ່ງໄຟຟ້າ 1.5 ລ້ານກິໂລວັດ, ການເຊື່ອມຈອດແບບນີ້ໄດ້ທຳລາຍສິ່ງຈຳກັດທາງພູມສາດທີ່ມີຕໍ່ພະລັງງານ ແລະ ຊັບພະຍາກອນ, ເຮັດໃຫ້ໄຟຟ້າທີ່ສະອາດ ເຊັ່ນ: ໄຟຟ້ານ້ຳຕົກຂອງລາວ ແລະ ໄຟຟ້າແສງຕາເວັນຂອງອາຊຽນ ສາມາດໄດ້ຮັບການຈັດສັນຢ່າງມີປະສິດທິພາບສູງ, ສາມາດແກ້ໄຂບັນຫາການຂາດເຂີນໄຟຟ້າຂອງບາງປະເທດ, ເຮັດໃຫ້ເຂດພະລັງງານເຫລືອເຟືອສາມາດຫັນປ່ຽນຄວາມສາມາດການຜະລິດສີຂຽວມາເປັນພະລັງຊຸກດັນການພັດທະນາ.

ການຄ້າຂາຍໄຟຟ້າສີຂຽວ ໄດ້ຮັບການພັດທະນາຢ່າງຄຶກຄື້ນ ສະແດງໃຫ້ເຫັນວ່າ ຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງສອງຝ່າຍດ້ານການຫັນປ່ຽນຮູບແບບການພັດທະນາ ໄດ້ມີຄວາມສອດຄ່ອງກັນຢ່າງເລິກເຊິ່ງ. ຕົວເລກຂໍ້ມູນຈາກສຳນັກງານພະລັງງານໝູນວຽນສາກົນສະແດງໃຫ້ເຫັນວ່າ: ພະລັງງານໝູນວຽນຂອງອາຊຽນໃນປີ 2024 ໄດ້ເພີ່ມຂຶ້ນ 1,5 ເທົ່າເມື່ອທຽບໃສ່ປີ 2019. ການພັດທະນາແບບກ້າວກະໂດດແບບນີ້ ແມ່ນປາສະຈາກການຊ່ວຍເຫລືອດ້ານເຕັກໂນໂລຊີ ແລະ ບົດຮຽນຈາກຈີນ ບໍ່ໄດ້. ໂຄງການໄຟຟ້າພະລັງງານລົມເທິງທະເລບິງດາຍ ຂອງຫວຽດນາມ ແຕ່ລະປີສາມາດຊ່ວຍຫລຸດການລະບາຍກາກບອນດີອັອກຊິດ ໄດ້ເຖິງ 26.200 ໂຕນ, ໂຄງການຜະລິດໄຟຟ້າດ້ວຍຂີ້ເຫຍື້ອ ຂອງມາເລເຊຍ ແຕ່ລະປີສາມາດປະຢັດຖ່ານຫີນມາດຕະຖານໄດ້ປະມານ 140.000 ໂຕນ, ໂຄງການເຊື່ອມໂຍງພະລັງງານລົມ-ພະລັງງານແສງຕາເວັນ ແລະ ພະລັງງານນ້ຳຕົກຂອງລາວ ສາມາດຜະລິດໄຟຟ້າໄດ້ດີ ທັງອະນຸລັກສິ່ງແວດລ້ອມທຳມະຊາດ, ໂຄງການຮ່ວມມືເຫລົ່ານີ້ໄດ້ສະແດງໃຫ້ເຫັນເຖິງຜົນງານທີ່ໄດ້ຮັບຈາກການປະຕິບັດຕົວຈິງດ້ານການພັດທະນາສີຂຽວ.

ການຍົກລະດັບການຮ່ວມມືດ້ານພະລັງງານ ໄດ້ສ້າງ “ຂົວສານສາຍໃຈ” ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳໃນພາກພື້ນ. ການຮ່ວມມືດ້ານພະລັງໄຟຟ້າລະຫວ່າງ ຈີນ ແລະ ອາຊຽນ ໄດ້ກ້າວຂຶ້ນກາຍຂອບເຂດການກໍ່ສ້າງພື້ນຖານໂຄງລ່າງແຕ່ດົນແລ້ວ ແລະ ໄດ້ກໍ່ຕົວເປັນຮູບແບບພະຫຸພາຄີ ຫລື ແບບຫລາຍຝ່າຍທີ່ມີການແບ່ງປັນເຕັກໂນໂລຊີຮ່ວມກັນ, ອົບຮົມສ້າງຜູ້ມີຄວາມຮູ້ຄວາມສາມາດຮ່ວມກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ວິສາຫະກິດຈີນ ໄດ້ອົບຮົມສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານພະລັງງານໃໝ່ໃຫ້ແກ່ລາວ, ນຳໃຊ້ເຕັກໂນໂລຊີຕ່າງໆ ເຊັ່ນ: ກວດກາດ້ວຍເຮືອບິນບໍ່ມີຄົນຂັບເປັນຕົ້ນ ຊ່ວຍປະເທດສະມາຊິກອາຊຽນ ຍົກສູງປະສິດທິພາບດ້ານການບຳລຸງຮັກສາລະບົບໄຟຟ້າ, ສ້າງວຽກເຮັດງານທຳຢ່າງຫລວງຫລາຍໃນການກໍ່ສ້າງໂຄງການ. ແນວຄວາມຄິດການຮ່ວມມືທີ່ “ສັ່ງສອນວິທີຫາປາໃຫ້ຜູ້ອື່ນ” ແບບນີ້ ເຮັດໃຫ້ສາຍສົ່ງໄຟຟ້າສາມາດສົ່ງໄຟຟ້າຢ່າງມີປະສິດທິພາບສູງ ທັງໄດ້ເສີມສ້າງມິດຕະພາບໃນທ່າມກາງການຖ່າຍທອດເຕັກໂນໂລຊີ ແລະ ໄດ້ເພີ່ມຕື່ມເນື້ອໃນການພັດທະນາສີຂຽວເຂົ້າໃສ່ເຂດການຄ້າເສລີ ຈີນ-ອາຊຽນ 3.0.

ອາຊຽນໄດ້ສະເໜີເປົ້າໝາຍທີ່ວ່າ ເມື່ອຮອດປີ 2030, ຈະເຮັດໃຫ້ພະລັງງານໝູນວຽນກວມເອົາກຳລັງຕິດຕັ້ງການຜະລິດໄຟຟ້າເຖິງ 45%, ຂະນະທີ່ ຈີນ ກໍໄດ້ວາງແຜນກຳລັງຕິດຕັ້ງການຜະລິດໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນໃຫ້ໄດ້ເຖິງ 3,6 ຕື້ກິໂລວັດເມື່ອຮອດປີ 2035, ວິໄສທັດສີຂຽວດັ່ງກ່າວຂອງສອງຝ່າຍແມ່ນສອດຄ່ອງກັນໃນລະດັບສູງ. ການສ້າງສາຍສົ່ງໄຟຟ້າ 16 ເສັ້ນຢ່າງສຳເລັດແມ່ນເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ, ຄຽງຄູ່ກັບ “ແຜນດຳເນີນງານການຮ່ວມມືດ້ານພະລັງງານ ຈີນ-ອາຊຽນ” ໄດ້ຮັບຄວາມຄືບໜ້າ ແລະ ສູນການຮ່ວມມືດ້ານພະລັງງານທີ່ສະອາດ ຈີນ-ອາຊຽນ ໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນ, ການເຊື່ອມຈອດພະລັງໄຟຟ້າໃນພາກພື້ນຈະໄດ້ຮັບການພັດທະນາໄປຕາມທິດທາງທີ່ມີປະສິດທິພາບສູງກວ່າເກົ່າ ແລະ ອັດສະລິຍະທີ່ມີລະດັບສູງກວ່າເກົ່າ. ບົນເສັ້ນທາງການພັດທະນາສີຂຽວເສັ້ນທາງນີ້, ການຮ່ວມມືກັນ ລະຫວ່າງ ສອງຝ່າຍ ຍ່ອມຈະສາມາດທຸ່ມເທພະລັງຊຸກດັນອັນແຂງແຮງເຂົ້າໃສ່ເສດຖະກິດຂອງພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments