ສຳນັກຂ່າວ ເອເອຟພີ ລາຍງານວ່າ: ໃນໄລຍະແຜນພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ ຈີນ ສະບັບທີ 14 (2021-2025), ຈີນ ພວມກ້າວໜ້າ ໃນນການພັທະນາ ເຄືອຂ່າຍທາງດ່ວນ ໃຫ້ຄວບຄຸມ ແລະ ມີປະສິດທິພາບຫລາຍຍິ່ງຂຶ້ນ, ໂດຍມີ ການເຊື່ອມໂຍງເສັ້ນທາງ ສາຍຫລັກ ລະດັບປະເທດ 33 ສາຍ ເຂົ້າດ້ວຍກັນ ເພື່ອຍົກລະດັບ ການເຊື່ອມໂຍງ ລະຫວ່າງ ພາກພື້ນ ແລະ ສົ່ງເສີມ ການເຕີບໂຕ ທາງດ້ານເສດຖະກິດຢ່າງໜັ້ນຄົງ.
ຂໍ້ມູນຫລ້າສຸດ ໄດ້ສະແດງວ່າ ໃນທ້າຍປີ 2024, ຈີນ ມີເສັ້ນທາງຫລວງ ໄລຍະທາງລວມ 5,49 ລ້ານກິໂລແມັດ,ເພີ່ມຂຶ້ນ 290.000 ກິໂລແມັດ ເມື່ອທຽບໃສ່ 5 ປີຜ່ານມາ. ໃນຈຳນວນນີ້ ເປັນເສັ້ນທາງດ່ວນ ຫລາຍກວ່າ 191.000 ກິໂລແມັດ, ຄວບຄຸມ 99% ຂອງເມືອງ ທີ່ມີປະຊາກອນ ຫລາຍກວ່າ 200.000 ຄົນ , ພ້ອມກັນນັ້ນ ໄດ້ສະແດງໃຫ້ເຫັນເຖິງ ຄວາມກ້າວໜ້າ ຂອງລະບົບ ຄົມມະນາຄົມລະດັບຊາດ ທີ່ຄວບຄຸມຕົວເມືອງ ຢູ່ທົ່ວປະເທດ.
ຄຽງຄູ່ກັນນັ້ນ,ເສັ້ນທາງ ໃນຊົນນະບົດ ກໍ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ. ໃນຂະນະທີ່ ຂໍ້ມູນເຖິງທ້າຍປີ 2024 ລະບຸວ່າ: ໄລຍະທາງລວມ ຂອງ ຖະໜົນ ໃນຊົນນະບົດ ສູງເຖິງ 4,64 ລ້ານກິໂລແມັດ ກວມເອົາເກືອບ 85% ຂອງທາງຫລວງ ທົ່ວປະເທດ, ຊ່ວຍສະໜັບສະໜູນ ການພັດທະນາ ເສດຖະກິດ ທ້ອງ ຖິ່ນ ແລະ ຄຸນນະພາບຊີວິດ ຂອງປະຊາຊົນ ໃນພື້ນທີ່ຫ່າງໄກ./

