ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ນີ້, ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສຸນທອນພົດເປີດກອງປະຊຸມຢ່າງເປັນທາງການວ່າ: ຕາມມາດຕາ 57 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ເປັນກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດ ຊຸດທີ IX, ຊຶ່ງຕະລອດໄລຍະ 5 ປີທີ່ຜ່ານມາ ເຖິງວ່າສະພາບ ແວດລ້ອມຂອງພາກພື້ນ ແລະ ສາກົນ ໄດ້ຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ ຍາກ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ບັນດາປະເທດໃນໂລກ ລວມທັງປະເທດພວກເຮົາ, ບວກກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ພາຍໃນປະເທດທີ່ແກ່ຍາວມາຫຼາຍປີ ທີ່ສົ່ງຜົນກະທົບຕໍ່ການ ພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດ ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ. ແຕ່ດ້ວຍຄວາມເອົາໃຈໃສ່ປະສານສົມທົບວຽກງານຮ່ວມກັນຢ່າງໃກ້ຊິດ ແລະ ມີຄວາມ ເປັນເອກະພາບສູງ ລະຫວ່າງສະພາແຫ່ງຊາດ, ພັກ, ລັດຖະບານ, ອົງການກວດກາແຫ່ງລັດ, ອົງການກວດ ສອບແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ການຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ ເປັນອັນລະອຽດເຂົ້າໃນການສ້າງ ແລະປັບປຸງກົດໝາຍ ມີຄວາມເລິກເຊິ່ງ, ສອດຄ່ອງກັບສະພາບຕົວຈິງຫຼາຍຂຶ້ນ, ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ມີຄວາມສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ບັນດາມະຕິກອງປະຊຸມ ສະພາແຫ່ງຊາດ ໄດ້ເປັນນິຕິກຳສໍາຄັນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ນັບມື້ມີ ຄວາມສັກສິດ ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນລາວບັນດາເຜົ່າ; ການຕິດຕາມກວດກາ ຂອງສະພາແຫ່ງຊາດ ໄດ້ສ້າງສະຕິເຄົາລົບກົດໝາຍໃຫ້ແກ່ ອົງການລັດຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມງວດ, ການຄຸ້ມຄອງບໍລິຫານລັດມີຄວາມໂປ່ງໃສ, ໜັກແໜ້ນ ແລະ ມີປະສິດທິຜົນ.

