Thursday, November 13, 2025
Homeຂ່າວກິລາສິລະປະ-ວັດທະນະທຳ ຊ້ອມໃຫຍ່ຄັ້ງທໍາອິດ ກຽມສະແດງໃນພິທີເປີດ-ປິດງານມະຫາກໍາກິລາແຫ່ງຊາດ

ສິລະປະ-ວັດທະນະທຳ ຊ້ອມໃຫຍ່ຄັ້ງທໍາອິດ ກຽມສະແດງໃນພິທີເປີດ-ປິດງານມະຫາກໍາກິລາແຫ່ງຊາດ

ທ່ານ ບົວເງິນ ຊາພູວົງ ສິນລະປິນແຫ່ງຊາດ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ຜູ້ຊ່ວຍປະທານຈັດງານມະຫາກຳກິລາແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະ ການສະແດງສິລະປະ-ວັດທະນະທຳ ໃນພິທີເປີດ-ປິດງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງ ຈັນ ເປັນເຈົ້າພາບ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາການຝຶກຊ້ອມໃຫຍ່ຂອງກ້ອນສະແດງສິລະປະ-ວັດທະນະທຳ ໃນວັນທີ 6 ພະຈິກ 2025 ມີຄະນະຮັບຜິດຊອບ, ຄູຝຶກ-ອະນຸກໍາມະການແຕ່ລະພາກສ່ວນເຂົ້າຮ່ວມ.

ການຝຶກຊ້ອມການສະແດງສິລະປະ-ວັດທະນະທຳຄັ້ງນີ້ ເປັນຄັ້ງທໍາອິດ ທີ່ໄດ້ນໍາເອົາແຕ່ລະກ້ອນການສະແດງມາສະແດງຮ່ວມກັນຢູ່ສະໜາມກິລາແຫ່ງຊາດ ( ຫຼັກ 16 ) ເຊິ່ງປະກອບມີ 4 ລາຍການສະແດງ, ມີນັກສະແດງ 2.500 ຄົນ ຄື: ຍິນດີຕ້ອນຮັບສູ່ວຽງຈັນເກມ ມີນັກສະແດງ 500 ຄົນ ມາຈາກ 3 ພາກສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ, ໂຮງຮຽນ ມສ ໂພນທັນ; ເຊີ້ງຊ່ວງເຮືອ ມີນັກສະແດງ 400 ຄົນ ມາຈາກ 2 ພາກສ່ວນຄື: ກອງສິລະປະກອນ ປກສ ແລະ ໂຮງຮຽນມໍປາຍ ໂນນສະຫວ່າງ; ກິລາພາໃຫ້ຮ່າງກາຍເຂັ້ມແຂງ ມີນັກສະແດງ 400 ຄົນ ມາຈກ 3 ພາກສ່ວນ ຄື: ກອງກາຍຍະສິນແຫ່ງຊາດ, ວິທະຍາໄລສິລະປະແຫ່ງຊາດ, ມສ ໄຊເສດຖາ; ຟ້ອນລຳວົງລາວ-ເຕັນບາສະຫຼົບ ນັກສະແດງ 2.500 ຄົນ ມາຈາກ 13 ພາກສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ, ກອງສິລະປະກອນ ປກສ, ກອງສິລະປະກອນ ກອງທັບ, ວິທະຍາໄລສິລະປະແຫ່ງຊາດ, ມສ ໂພນທັນ, ມໍປາຍ ໂນນສະຫວ່າງ, ມສ ເພຍວັດ, ມສ ລາວ-ຫວຽດນາມ, ມສ ຕານມີໄຊ, ມສ ສີວິໄລ ແລະ ມສ ໄຊເສດຖາ.

ໂອກາດນີ້, ທ່ານ ບົວເງິນ ຊາພູວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ນັກສະແດງທີ່ມີຄວາມພະຍາຍາມອົດທົນບຸກບືນຫ້າວຫັນຝຶກຊ້ອມ ແລະ ສ່ວນຫຼາຍແມ່ນເຮັດໄດ້ດີແລ້ວ, ແຕ່ມີຈຳນວນໜຶ່ງ ຕ້ອງໄດ້ເພີ່ມເຕີມ ເຊັ່ນ: ປັບປຸງເພງ ໃຫ້ຄຶກຄື້ນຕື່ມ, ເອົາໃຈໃສ່ເຮັດໃຫ້ເຂັ້ມແຂງເບີກບານມ່ວນຊື່ນ, ປັບປຸງຖັນແຖວໃຫ້ເອກະພາບກັນ, ກຽມພ້ອມອຸປະກອນທີ່ຮັບໃຊ້ການສະແດງໃຫ້ພຽງພໍ ເພື່ອຮັບປະກັນຄວາມພ້ອມໃຫ້ມື້ສະແດງເປີດ-ປິດງານມະຫາກຳກິລາ ແຫ່ງຊາດຄັ້ງນີ້ໃຫ້ມີຜົນສຳເລັດ.

ການຝຶກຊ້ອມໃຫຍ່ ແມ່ນຈະມີຂຶ້ນອີກ 2 ຄັ້ງ ຄືວັນທີ 10 ພະຈິກ 2025 ເຊິ່ງຈະຝຶກຊ້ອມໃສ່ໄຟ, ແສງ, ສີ, ສຽງ ຈັດຕັ້ງປະຕິບັດຄືມື້ສະແດງຕົວຈິງ ແລະ ໃນວັນທີ 13 ພະຈິກ 2025 ຈະສະແດງຜ່ານຄະນະນຳ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.

ພາບ-ຂ່າວ: ຄໍາໂຖ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments