ທັບນັກກິລາ ແຂວງອັດຕະປື ມີຄວາມພ້ອມ 100% ເຂົ້າ ຮ່ວມມະຫາກໍາກິລາແຫ່ງຊາດ ຄັ້ງທີ XII
ໃນວັນທີ 7 ພະຈິກນີ້, ທີ່ຫໍປະຊຸມໃຫຍ່ຂອງແຂວງ, ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ໂອ້ລົມຄະນະນໍາ,ຄູຝຶກແລະນັກກິລາ ກ່ອນທີ່ຈະເດີນທາງ ເພື່ອເຂົ້າຮ່ວມ ແຂ່ງຂັນງານມາຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນ ຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງ ວັນທີ 15-25 ພະຈິກ 2025ນີ້.
ໃນພິທີ, ທ່ານເຈົ້າແຂວງ ໄດ້ໃຫ້ທິດຊີ້ນໍາວ່າ: ບັນດາຄະ ນະນໍາ,ຄູຝຶກ ແລະ ນັກກິລາແຕ່ລະປະເພດ ຕ້ອງເປັນເຈົ້າ ການເຂັ້ມງວດຕໍ່ຕົນເອງ ໃນການຝຶກຊ້ອມ-ແຂ່ງຂັນ,ເຂັ້ມງວດຕໍ່ລະບຽບວິໄນ,ຕໍ່ໜ້າທີ່ການເມືອງ ທີ່ຕົນໄດ້ຮັບມອບ ໝາຍ ກໍຄື ປະເພດ-ລາຍການກິລາທີ່ຕົນຖືກແຂ່ງຂັນ,ຕ້ອງ ຍົກສູງນໍ້າໃຈຄວາມຮັບຜິດຊອບ ມີຄວາມເປັນເຈົ້າການ,ມີຄວາມເປັນເອກະພາບກັນໃນໝູ່ຄະນະ, ພ້ອມກັນຮັກສາຄຸນສົມບັດ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ບໍ່ວ່າໃນຍາມຝຶກຊ້ອມ ກໍຄື ໃນຍາມແຂ່ງຂັນຕົວຈິງ,ຕ້ອງທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຄວາມສາມາດຂອງຕົນ ເຂົ້າໃສ່ການຝຶກຊ້ອມ ກໍຄື ເວລາແຂ່ງຂັນ ເພື່ອຍາດໄດ້ໄຊຊະນະ ແລະ ຍາດເອົາຫຼຽນໄຊ ປະເພດຕ່າງໆມາສູ່ແຂວງອັດຕະປື ໃຫ້ໄດ້.
ໂອກາດດັ່ງກ່າວ,ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ຊີ້ນໍາວຽກ ງານກິລາ-ກາຍຍະກໍາ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງອັດຕະປື ຈະສົ່ງ 15 ປະເພດກິລາ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ: ບານເຕະ,ບານສົ່ງ,ກະຕໍ້, ເປຕັງ, ມວຍ,ໝາກແລ້,ໝາກເສິກ, ໜ້າເກັກ, ກ໋ອບ,ແລ່ນ ແລະ ລານ,ລົດຖີບ,ເຮືອຊ່ວງ, ດືງເຊືອກ, ບານບ້ວງ ແລະ ດອກປີກໄກ່, ມີຄະນະນໍາ, ຄູຝຶກ, ນັກກິລາ ແລະ ຄະນະຮັບຜິດຊອບພາກສ່ວນຕ່າງໆ ລວມຈຳນວນ 342 ທ່ານ ຍິງ 87 ທ່ານ, ຊຶ່ງມາຮອດປັດຈຸ ບັນນີ້ ໄດ້ຜ່ານການຄັດເລືອກ,ສັງລວມ ແລະ ຝຶກຊ້ອມຕົວຈິງ ເຫັນວ່າ ກິລາແຕ່ລະປະເພດ ທີ່ຈະເຂົ້າຮ່ວມແຂ່ງຂັນແມ່ນມີຄວາມພ້ອມແລ້ວ 100%, ໂດຍຕັ້ງຄວາມຫວັງໃຫ້ໄດ້ 5 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ.

