Thursday, November 13, 2025
Homeຂ່າວໜ້າໜຶ່ງພົຕ ສາຍໃຈ ກົມມະສິດ ຮຽກຮ້ອງທຸກພາກສ່ວນຮັກສາຄວາມສະຫງົບ ຮັບປະກັນການສະຫຼອງວັນຊາດ ແລະ ງານມະຫາກຳກິລາແຫ່ງຊາດ ມີຄວາມສະຫງົບປອດໄພ

ພົຕ ສາຍໃຈ ກົມມະສິດ ຮຽກຮ້ອງທຸກພາກສ່ວນຮັກສາຄວາມສະຫງົບ ຮັບປະກັນການສະຫຼອງວັນຊາດ ແລະ ງານມະຫາກຳກິລາແຫ່ງຊາດ ມີຄວາມສະຫງົບປອດໄພ

ພົຕ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນໍາລະດັບຊາດ ໃນການປ້ອງກັນຄວາມສະຫງົບປອດໄພ ໃນການກະກຽມກ້ອນກຳລັງສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນໃນວັນທີ 7 ພະຈິກ 2025 ວ່າ: ເພື່ອຮັບ ປະກັນໃຫ້ແກ່ການກະກຽມ ແລະ ການຈັດຕັ້ງພິທີສະເຫຼີມສະຫຼອງ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ມ່ວນຊື່ນ ກາຍເປັນປາງບຸນໃຫຍ່ ຂອງປວງຊົນລາວທັງຊາດ ມີຜົນສຳເລັດຢ່າງຈົບງາມ ແລະ ມີຄວາມສະຫງົບປອດໄພນັ້ນ, ສຳລັບກຳລັງ ປກຊ ແມ່ນໄດ້ມີແຜນລວມ ແລະ ແຜນສະເພາະ ໃນການຊີ້ນຳບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ຂອບເຂດທົ່ວປະເທດ ຈັດຕັ້ງກຳລັງເຄື່ອນໄຫວຮັກສາຄວາມສະຫງົບປອດໄພຕາມບໍລິເວນຊາຍແດນ ໂດຍມີການປະສານສົມທົບແໜ້ນກັບກຳລັງ ປກສ ເປັນໄລຍະ ເວົ້າສະເພາະ ຢູ່ເຂດໃຈກາງ ກໍໄດ້ມີການຈັດວາງກຳລັງສົມທົບກັບກຳລັງ ປກສ ແລະ ອົງການປົກຄອງນະ ຄອນຫຼວງວຽງຈັນ ເຄື່ອນໄຫວລາດຕະເວນຕະຫຼອດ 24 ຊົ່ວໂມງ ແລະ ຫັນເຂົ້າສູ່ພາວະເພີ່ມທະວີ ແລະ ຂໍຢັ້ງຢືນວ່າການຮັກສາຄວາມສະຫງົບ ແມ່ນຄວາມຮັບຜິດຊອບລາວຂອງທົ່ວສັງຄົມ ໂດຍສະເພາະແມ່ນສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈະໃຫ້ມີຄວາມສະຫງົບ ແລະ ປອດໄພສູງສຸດ.

ໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ລວມເຖິງປະຊາຊົນຊົນລາວບັນດາເຜົ່າ, ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ຕ້ອງໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປ້ອງກັນປ້ອງ ກັນ ຄວາມສະຫງົບ ເປັນຕົ້ນແມ່ນ ຮັກສາຄວາມສະຫງົບພາຍໃນເຮືອນຊານບ້ານຊອງ, ສຳນັກງານ-ອົງການ ແລະ ສະຖານທີ່ສໍາຄັນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອງ ແລະ ສ່ວນລວມ ເຊິ່ງມັນເປັນໜ້າທີ່ຂອງທຸກຄົນ ທີ່ຕ້ອງເປັນເຈົ້າການເຄື່ອນໄຫວ ເກັບກຳສະພາບການຕ່າງໆ ໃນຂອບເຂດຮັບຜິດຊອບຂອງຕົນ ຕະຫຼອດເວລາ ເພື່ອພ້ອມກັນສະກັດກັ້ນ ແລະ ແກ້ໄຂສະພາບການທີ່ອາດຈະເກີດຂຶ້ນ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ ຂອງທຸກຄົນ ແລະອາດສົ່ງຜົນກະທົບຕໍ່ຊື່ສຽງຂອງປະເທດ ລາວເຮົາ; ດັ່ງນັ້ນ, ທຸກຄົນຕ້ອງເປັນຫູເປັນຕາຊ່ວຍກັນ ເພື່ອແນໃສ່ເຮັດໃຫ້ການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ແລະ ງານມະຫາກຳກຳກິລາແຫ່ງຊາດ ຄັ້ງນີ້ ເຕັມໄປດ້ວຍຄວາມສາມັກຄີອັນແໜ້ນແຟ້ນຂອງປວງຊົນລາວທັງຊາດ ທັງຮັບປະກັນໃຫ້ມີຄວາມສະຫງົບປອດ 100%.

ສຳລັບກ້ອນສວນສະໜາມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຂອງກະຊວງປ້ອງກັນປະເທດແມ່ນໄດ້ມີການຄັດເລືອກເອົາກຳລັງທີ່ເປັນຕົວແທນ ຂອງບັນດາເຫຼົ່າຮົບໃນທົ່ວກອງທັບ ມາຈັດຕັ້ງຫັດແອບ ປະ ກອບມີ 18 ກ້ອນ (ສະເພາະກຳລັງປ້ອງກັນຊາດ) ແບ່ງ ອອກເປັນ 3 ໄລຍະການຫັດແອບ ປັດຈຸບັນແມ່ນນອນຢູ່ ໃນໄລຍະທີ 3 ເຊິ່ງໄດ້ຈັດຕັ້ງຫັດແອບລວບລວມໃຫ້ຂັ້ນເທິງສັງເກດການ ທັງໝົດ 6 ຄັ້ງ ແລະ ຫັດແອບລວບລວມປະສານກັບກ້ອນກຳລັງ ປກສ ໄດ້ 2 ຄັ້ງ, ສາມາດຕີລາຄາຄວາມພ້ອມກ້ອນກຳລັງສ່ວນສະໜາມຂອງກອງທັບໄດ້ 80% ຄາດວ່າອີກປະມານສອງອາທິດຕໍ່ໜ້າຈະສາມາດສ້າງຄວາມພ້ອມໄດ້ 100%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments