ທ່ານ ພັນເອກ ວິໄລສອນ ສີສົມບັດ ຫົວໜ້າຫ້ອງການທີ່ປຶກສາປ້ອງກັນຊາດ (ປກຊ)ລາວ ປະຈໍາຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ລົງພົບປະໂອ້ລົມຊຸກຍູ້ໃຫ້ກໍາລັງໃຈອ້າຍນ້ອງນັກສຶກສາກອງທັບປະຊາຊົນລາວ ທີ່ກໍາລັງສຶກສາ ພາສາສາດ ແລະ ວັນນະຄະດີຂະແມ ລະບົບປະລິນຍາຕີ ຢູ່ມະຫາວິທະຍາໄລປ້ອງກັນຊາດກອງທັບ ແຫ່ງຣາຊະອານາຈັກກໍາປູເຈຍ ເມື່ອບໍ່ດົນມານີ້, ໃນໂອກາດທີ່ຈະເປີດສົກຮຽນໃໝ່ ປະຈໍາປີ 2025-2026 ໂດຍອ້າຍນັກສຶກສາກອງທັບປະຊາຊົນລາວ ທີ່ກໍາລັງສຶກສາ ຢູ່ຣາຊະອານາຈັກກໍາປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ພັນເອກ ວິໄລສອນ ສີສົມບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອ້າຍນ້ອງນັກສຶກສາໝົດທຸກຄົນ ພ້ອມກັນບຸກບືນອົດທົນຄົ້ນຄວ້າຮໍ່າຮຽນ ສາມາດຍາດໄດ້ຄະແນນດີຄະແນນເກັ່ງໃນປີຜ່ານມາ ພ້ອມທັງຍົກໃຫ້ເຫັນສະພາບພາກພື້ນ ແລະ ສາກົນໃນໂລກ, ສະພາບພາຍໃນ ແລະ ບັນດາປະເທດອ້ອມຂ້າງໃຫ້ຊາບໂດຍຫຍໍ້ ພ້ອມທັງເນັ້ນໜັກໃຫ້ນັກສຶກສາກອງທັບປະຊາຊົນລາວທຸກສະຫາຍ ເອົາໃຈໃສ່ມີສະຕິຕໍ່ການຈັດຕັ້ງ, ມີແນວຄິດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ແນວທາງແຜນນະໂຍບາຍຂອງພັກ, ອົດທົນ, ບຸກບືນ ເອົາໃຈຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັດ, ປະຕິບັດຂໍ້ກໍານົດກົດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄູ່, ພະນັກງານ, ຄູອາຈານ ແລະ ເພື່ອນມິດນັກສຶກສາຕ່າງປະເທດ ທີ່ພວມສຶກສາຢູ່ສະຖາບັນດຽວກັນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ອະນາໄມຮັກສາຄວາມສະອາດສະຖານທີ່ພັກ, ຫ້ອງນອນ, ຫ້ອງອາຫານ ສະຖານທີ່ຮັບຜິດຊອບໃຫ້ສະອາດຈົບງາມ ເພື່ອສຸຂະພາບທີ່ດີ ຮັບປະກັນໃຫ້ແກ່ການສຶກສາຮໍ່າຮຽນ.

ພ້ອມນີ້, ກໍໄດ້ຮຽກຮ້ອງໃຫ້ທຸກສະຫາຍຕ້ອງແຂ່ງຂັນກັນສຶກສາຮໍ່າຮຽນເອົາສິ່ງໃໝ່ໆ ຍາດໃຫ້ໄດ້ຄະແນນດີ, ຄະແນນເກັ່ງ ກາຍເປັນນັກຮຽນດີເດັ່ນ, ໄດ້ຮັບການຍ້ອງຍໍສັນລະເສີນຈາກໝູ່ຄູ່-ຄູອາຈານ, ໂຮງຮຽນ, ເປັນແບບຢ່າງທີ່ດີໃຫ້ແກ່ສະຖາບັນ ເພື່ອສ້າງຕົນເອງ ໃຫ້ກາຍເປັນນາຍທະຫານຮຸ້ນສືບທອດ ຂອງກອງທັບປະຊາຊົນລາວໃນອະນາຄົດ ແລະ ນໍາເອົາຄວາມຮູ້, ຄວາມສາມາດທີ່ຕົນເອງຮຽນມາໄປຮັບໃຊ້ໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ປະສົບຜົນສໍາເລັດຢ່າງຈົບງາມ.
ໂອກາດດຽວກັນ, ຍັງໄດ້ປະກາດແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຊາດນັກສຶກສາກອງທັບປະຊາຊົນລາວ ທີ່ກໍາລັງສຶກສາຢູ່ຣາຊະອານາຈັກກໍາປູເຈຍຕື່ມອີກ. ປັດຈຸບັນ ນັກສຶກສາລາວທີ່ກຳລັງສຶກສາຢູ່ ກຳປູເຈຍປະມານ 90 ກວ່າຄົນ ໃນນີ້, ມີນັກສຶກສາກອງທັບປະຊາຊົນລາວ 20 ຄົນ.
ຂ່າວ: ຮ້ອຍເອກ ຄໍາພັນ ຄອນມະນີ

