Thursday, November 13, 2025
Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ

ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ

ສຳນັກຂ່າວອິນໂຟເຄວສ ລາຍງານວ່າ: ໃນວັນທີ 5 ພະຈິກ, ພາຍຸໄຕ້ຝຸ່ນ ຄັລແມກິກ (Kalmaegi) ພັດຖະຫລົ່ມທາງພາກກາງ ຂອງ ຟີລິບປິນ ຢ່າງຮຸນແຮງ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 58 ຄົນ, ສູນຫາຍ 13 ຄົນ ແລະ ສ້າງຄວາມເສຍຫາຍ ໃນບາງພື້ນທີ່ ຂອງ ເກາະປາລາວັນ, ໃນຂະນະທີ່ ພາຍຸດັ່ງກ່າວ ໄດ້ເຄື່ອນຕົວ ອອກໄປສູ່ທະເລຈີນໃຕ້. ໂດຍສະເພາະແມ່ນ ແຂວງ ເຊບູ ເປັນແຫລ່ງ ທ່ອງທ່ຽວ ສຳຄັນ ໄດ້ຮັບຄວາມເສຍຫາຍ ຫລັງຈາກລະດັບນໍ້າຫລຸດລົງ, ເຮັດໃຫ້ເຮືອນຊານ ເປ້ເພ, ລົດໃຫຍ່ ພິກຂວໍ້າ ແລະ ເສດຊາກ ຫັກພັງ ສິ່ງຂອງ ກະແຈກກະຈາຍໄປທົ່ວພື້ນທີ່ ດັ່ງກ່າວ. ປັດຈຸບັນ, ໜ່ວຍງານ ບັນເທົາ ສາທາລະນະໄພ ພວມເລັ່ງ ໃຫ້ການ ຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments