Monday, January 12, 2026
Homeຂ່າວໜ້າໜຶ່ງການນຳຂັ້ນສູງ ຕິດຕາມ ແລະ ຊົມການສະແດງທົດລອງຂອງກ້ອນສວນສະໜາມກຳລັງ ປກຊ-ປກສ

ການນຳຂັ້ນສູງ ຕິດຕາມ ແລະ ຊົມການສະແດງທົດລອງຂອງກ້ອນສວນສະໜາມກຳລັງ ປກຊ-ປກສ

ພິທີສະແດງທົດລອງ ການສວນສະໜາມ ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 2 ຈັດຂຶ້ນໃນວັນທີ 6 ພະຈິກ 2025 ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາຄະນະນຳກົມໃຫຍ່ ປກຊ-ປກສ, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫລົ່າຮົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ, ກະຊວງປ້ອງກັນຄວາມສະຫງົບ, ກົມກອງກຳລັງຫລວງ ແລະ ກຳລັງທ້ອງຖິ່ນ ສ້າງແຜນການ ຈັດຕັ້ງສະແດງທົດລອງ ການສວນສະໜາມສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 2 ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ.

ໃນພິທີ, ບັນດາຄະນະນຳແຕ່ລະກ້ອນກຳລັງ ປກຊ-ປກສ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເອກະພາບກັນທາງດ້ານເນື້ອໃນ, ຮູບແບບການຫັດແອບ, ບັນດາຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ, ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂໃຫ້ມີປະສິດທິພາບດີຂຶ້ນ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມພາກພູມໃຈ ແລະ ຊົມເຊີຍຕໍ່ຄະນະຮັບຜິດຊອບແຕ່ລະໜ້າວຽກ ແລະ ພະນັກງານຫັດແອບສວນສະໜາມທຸກສະຫາຍ ທີ່ມີຄວາມຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດຫັດແອບ ຈົນມີຜົນສຳເລັດໄລຍະເບື້ອງຕົ້ນ ມັນໄດ້ສະແດງໃຫ້ເຫັນໃນການສະແດງທົດລອງໃນມື້ນີ້ ເຫັນວ່າມີຄວາມງົດງາມ, ເປັນເອກະພາບ, ເຂັ້ມແຂງ ແລະ ຮັກສາໄດ້ ບັນດາລະບຽບການຕ່າງໆ, ຜົນງານທັງໝົດ ລ້ວນແລ້ວແຕ່ເປັນຄວາມພະຍາມຍາມ, ຄວາມອົດທົນ ແລະ ຄວາມຮັບຜິດຊອບສູງໜ້າທີ່ການເມືອງ ຂອງແຕ່ລະພາກສ່ວນ. ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ ທຸຸກພາກສ່ວນທີ່ໄດ້ຮັບການມອບໝາຍ ແຕ່ລະໜ້າວຽກ ໃຫ້ສືບຕໍ່ແກ້ໄຂບັນຫາທີ່ຍັງບໍ່ທັນສ່ອດຄ່ອງ ເພື່ອຮັບປະກັນໃນມື້ສະແດງແທ້, ໃຫ້ສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງວິທີການຕ່າງໆໃຫ້ດີຂຶ້ນ, ໃຫ້ພ້ອມກັນຮັກສາສຸຂະພາບ ແລະ ປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ.

ຂ່າວ: ແສງເດືອນ-ຈອນນີ້

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments