Thursday, November 13, 2025
Homeຂ່າວຕ່າງປະເທດເປີດງານວາງສະແດງສິນຄ້ານຳເຂົ້າສາກົນ

ເປີດງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນຫຼືCIIE ຄັ້ງທີ8 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ5 ພະຈິກຜ່ານມາທີ່ສູນວາງສະແດງຫໍປະຊຸມແຫ່ງຊາດເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າ ສປ ຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້ໂດຍໃຫ້ກຽດກ່າວເປີດງານຂອງທ່ານຫຼີ່ ສຽງ (Li Qiang) ນາຍົກລັດຖະມົນຕີແຫ່ງສປຈີນ, ພ້ອມດ້ວຍຜູ້ຕາງໜ້າວິສາຫະກິດຈາກຫຼາຍປະເທດ, ສຳລັບສປປລາວນຳໂດຍທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າພ້ອມຄະນະແລະພາກທຸລະກິດເຂົ້າຮ່ວມ.

CIIE ເປັນເວທີສາກົນທີ່ສົ່ງເສີມການຮ່ວມມືລະຫວ່າງຈີນກັບຕະຫຼາດໂລກ ທັງເປັນການເຊື່ອມໂຍງການຮ່ວມມືຂອງກຸ່ມອຸດສາຫະກຳ ແລະ ບໍລິສັດຊັ້ນນຳຈາກບັນດາປະເທດໃນທົ່ວໂລກ ສົ່ງເສີມການຄ້າລະຫວ່າງປະເທດ, ການແລກປ່ຽນຄວາມຄິດສ້າງສັນ ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ຊຸກຍູ້ເສດຖະກິດໂລກ ເປັນແພລັດຟອມ ສຳລັບທຸລະກິດຕ່າງປະເທດເຂົ້າສູ່ຜູ້ບໍລິໂພກໃນ ສປ ຈີນ, ສະໜັບສະໜູນການນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງເສີມການຮ່ວມມືດ້ານນະວັດຕະກຳ ເຕັກໂນໂລຊີ ເສດຖະກິດດີຈີຕ້ອນ ແລະ ການພັດທະນາທີ່ຍືນຍົງໃຫ້ແກ່ປະເທດຊາດ.

ສຳລັບສິນຄ້າທີ່ນຳມາວາງສະແດງໃນງານ CIIEຄັ້ງນີ້ມີຫຼາຍກວ່າ 4,100 ບໍລິສັດຈາກ155 ປະເທດທົ່ວໂລກ, ສິນຄ້າທີ່ນຳມາສແດງຄັ້ງນີ້ປະກອບມີ 7ກຸ່ມເຊັ່ນ; ກຸ່ມຜະລິດຕະພັນທາງການແພດ ແລະ ຜະລິດຕະພັນເພື່ອສຸຂະພາບ, ກຸ່ມຍານພາຫະນະ ແລະ ນະວັດຕະກຳ, ກຸ່ມອຸດສາຫະກຳອັດສະລິຍະ ແລະ ເຕັກໂນໂລຊີຂ່າວສານ, ກຸ່ມສິນຄ້າທົ່ວໄປ, ກຸ່ມອາຫານ ແລະ ຜະລິດຕະພັນດ້ານກະສິກຳ, ກຸ່ມບໍລິການດ້ານການຄ້າ ແລະ ກຸ່ມດ້ານນະວັດຕະກຳພິເສດເຕັກໂນໂລຊີໃໝ່.ສິນຄ້າທີ່ທາງວິສາຫະກິດຂອງສປປລາວ ນຳມາສະແດງແມ່ນສິນຄ້າດ້ານກະສິກຳແປຮູບມີຫຼາຍກວ່າ10ບໍລິສັດເປັນຕົ້ນແມ່ນຊາ ແລະ ກາເຟຜະລິດຕະພັນເຫຼົ່ານີ້ເປັນທີ່ສົນໃຈຂອງຜູ້ບໍລິໂພກຊາວຈີນຢ່າງຫຼວງຫຼາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments