Thursday, November 13, 2025
Homeຂ່າວຕ່າງປະເທດທ່າລົດໄຟສາກົນໜານໜິງ ສູນກາງເຊື່ອມຕໍ່ການຂົນສົ່ງທີ່ສໍາຄັນລະຫວ່າງຈີນ-ອາຊຽນ

ທ່າລົດໄຟສາກົນໜານໜິງ ສູນກາງເຊື່ອມຕໍ່ການຂົນສົ່ງທີ່ສໍາຄັນລະຫວ່າງຈີນ-ອາຊຽນ

ເຂດກວາງຊີຂອງຈີນ ມີເນື້ອທີ່ຕິດກັບຝັ່ງທະເລ ຍາວຫຼາຍກວ່າ 1.628 ກິໂລແມັດ, ຕັ້ງຢູ່ໃກ້ກັບອາຊຽນທັງທາງບົກ ແລະ ທາງທະເລ, ເປັນເຂດຍຸດທະສາດສໍາຄັນສໍາຫຼັບຈີນທີ່ຈະເຊື່ອມຕໍ່ກັບອາຊຽນ, ມີຂະບວນລົດໄຟສິນຄ້າສາກົນແລ່ນໄປມາຢ່າງບໍ່ຂາດສາຍ. ເຮືອບັນທຸກຕູ້ສິນຄ້າຫຼາຍລໍາໄດ້ມາທຽບທ່າຢູ່ອ້ອມອ່າວເປີຍປູ້, ທ່ຽວບິນຂົນສົນສິນຄ້າສາກົນບິນໄປມາຕະຫຼອດ. ຈາກພື້ນຖານໂຄງລ່າງທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ປັດຈຸບັນເຂດກວາງຊີ ແລະ ອາຊຽນມີເຄືອຂ່າຍການຂົນສົ່ງທີ່ເຊື່ອມຕໍ່ກັນທາງບົກ, ສິ່ງນີ້ໄດ້ຊ່ວຍສົ່ງເສີມການແລກປ່ຽນດ້ານເສດຖະກິດ ແລະ ການຄ້າລະຫວ່າງຈີນ ແລະ ອາຊຽນ ໄດ້ເປັນຢ່າງດີ.

ເວົ້າສຳຫຼັບທ່າລົດໄຟສາກົນໜານໜິງ ແມ່ນໂຄງການໃຫຍ່ຢູ່ເຂດກວາງຊີຂອງຈີນ ມີເປົ້າໝາຍກາຍເປັນສູນກາງຂົນສົ່ງສິນຄ້າອອກສູ່ອາຊຽນໃຫຍ່ທີ່ສຸດຂອງເຂດກວາງຊີ ແລະ ສອດຄ່ອງກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ແລວທາງໃໝ່ທາງບົກ-ທາງທະເລຕາເວັນຕົກ, ລວມເຖິງສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP).

ທ່າລົດໄຟສາກົນໜານໜິງ ເປັນໂຄງການພັດທະນາທີ່ສໍາຄັນພາຍໃຕ້ “ແຜນການລວມສຳລັບແລວທາງໃໝ່ທາງບົກ-ທາງທະເລຕາເວັນຕົກ” ແຫ່ງຊາດຈີນ, ໂດຍມີແຜນການລົງທຶນທັງໝົດ 10 ຕື້ຢວນ. ໃນຖານະເປັນຖານການຈໍລະຈອນສິນຄ້າທາງລົດໄຟຊັ້ນໜຶ່ງທີ່ວາງແຜນໂດຍກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ຈໍາກັດ (China State Railway Group Co., Ltd.), ໄດ້ຖືກຈັດໃຫ້ເປັນຈຸດສຳຄັນຂອງແລວທາງໃໝ່ທາງບົກ-ທາງທະເລຕາເວັນຕົກ, ສູນກາງການຂົນສົ່ງຫຼາຍຮູບແບບໃນພາກພື້ນ ແລະ ໂຄງການຫຼັກຂອງສູນກາງການຈໍລະຈອນຂົນສົ່ງສິນຄ້າແຫ່ງຊາດປະເພດທ່າທາງບົກ, ຕົ້ນຕໍແມ່ນໃຫ້ບໍລິການເຂດເສດຖະກິດອ່າວເປີຍປູ້ ແລະ ເຂດການຄ້າເສລີຈີນ-ອາຊຽນ. ໂຄງການນີ້ ໄດ້ເລີ່ມດຳເນີນການຂົນສົ່ງສິນຄ້າທາງລົດໄຟໃນເດືອນພຶດສະພາ 2018, ມາຮອດປີ 2023, ໄດ້ລົງທຶນລວມ 6 ຕື້ 580 ລ້ານຢວນ.

ໂຄງການນີ້, ໄດ້ວາງແຜນດ້ວຍຮູບແບບໂດຍລວມເອົາ “1 ແກນກາງ, 2 ທ່າລົດໄຟ, ເຈັດເຂດ”, ປະກອບດ້ວຍ 10 ພື້ນທີ່ເຮັດວຽກ. ສ່ວນ 8 ໂຄງການໄດ້ສໍາເລັດແລ້ວ, ລວມມີທ່າລົດໄຟ, ພື້ນທີ່ກວດກາພາສີ, ສູນແຈກຢາຍ ແລະອື່ນໆ. ສິ່ງອຳນວຍຄວາມສະດວກ ເຊັ່ນ: ເຂດປຸງແຕ່ງຜະລິດຕະພັນກະສິກຳ ແລະ ເຂດຂົນສົ່ງດ້ວຍລະບົບແຊ່ເຢັນໄດ້ສຳເລັດແລ້ວເຊັ່ນດຽວກັນ. ທ່າລົດໄຟໄດ້ເປີດບໍລິການລົດໄຟຂົນສົ່ງສິນຄ້າດ່ວນຂ້າມຊາຍແດນລະຫວ່າງຈີນ ແລະ ຫວຽດນາມ, ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ ແລະ ລົດໄຟຂົນສົ່ງສິນຄ້າລະຫວ່າງທາງທະເລ.

ມາຮອດປີ 2024, ລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນໄດ້ເປີດບໍລິການທຸກມື້, ກວມເອົາປະເທດສະມາຊິກອາຊຽນ ລວມມີຫວຽດນາມ ແລະ ລາວ. ເລີ່ມແຕ່ຕົ້ນປີ 2025 ໄດ້ປະຕິບັດໂຄງການກໍ່ສ້າງຖະໜົນຫົນທາງສຳລັບສວນອຸດສາຫະກຳປຸງແຕ່ງຂ້າມຊາຍແດນ ເພື່ອປັບປຸງປະສິດທິພາບດ້ານການຂົນສົ່ງ.

ທ່າລົດໄຟສາກົນໜານໜິງ ຖືເປັນຈຸດເຊື່ອມຕໍ່ທີ່ສໍາຄັນແຜນການລວມສຳລັບແລວທາງໃໝ່ທາງບົກ-ທາງທະເລຕາເວັນຕົກ” ແຫ່ງຊາດຈີນ ແລະ ເປັນໜຶ່ງໃນບັນດາໂຄງການສໍາຄັນທີ່ສຸດຂອງເຂດກວາງຊີໃນການກ້າວສູ່ການເປັນສູນກາງທ່າເຮຶອບົກລະດັບຊາດ ໄດ້ປະກອບສ່ວນປ່ຽນແປງຂໍ້ໄດ້ປຽບດ້ານທີ່ຕັ້ງພູມສາດໃຫ້ກາຍເປັນແຮງຂັບເຄື່ອນກ້າວສູ່ການເປັນສູນກາງດ້ານການຂົນສົ່ງສາກົນ ກໍຄືການເຊື່ອມໂຍງພື້ນທີ່ທາງຕອນໃຕ້ຂອງຈີນກັບປະເທດສະມາຊິກອາຊຽນ ໃນນັ້ນລວມທັງລາວ. ຄາດວ່າຈາກຂໍ້ໄດ້ປຽບດ້ານທີ່ຕັ້ງທາງພູມສາດດັ່ງກ່າວ ຈະເຮັດໃຫ້ທ່າລົດໄຟສາກົນໜານໜິງນັບມື້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ຈີນ ແລະ ອາຊຽນ ກໍຄື ເປັນສູນກາງເຊື່ອມຕໍ່ການຂົນສົ່ງທີ່ສໍາຄັນລະຫວ່າງຈີນ-ອາຊຽນ ນັບມື້ດີຂຶ້ນກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments