Thursday, November 13, 2025
Homeຂ່າວການເມືອງຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຄະນະກຳມະການສະຖິຕິປະຊາຄົມອາຊຽນ ຄັ້ງທີ 15

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຄະນະກຳມະການສະຖິຕິປະຊາຄົມອາຊຽນ ຄັ້ງທີ 15

ໃນລະຫວ່າງວັນທີ 3-5 ພະຈິກ 2025, ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳພາໂດຍ ທ່ານ ຟອງສະມຸດ ຄຳວານວົງສາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການລະບົບສະຖິຕິປະຊາຄົມອາຊຽນ ຄັ້ງທີ 15 (ACSS15) ແລະ ກອງປະຊຸມສະຖິຕິອາຊຽນ-ມາເລເຊຍ (AMSF) ທີ່ເມືອງມາລະກາ, ປະເທດມາເລເຊຍ. ກອງປະດັ່ງກ່າວ, ມີບັນດາຫົວໜ້າອົງການສະຖິຕິ ຈາກ 11 ປະເທດສະມາຊິກອາຊຽນ (ລວມ ຕີມໍແລັດເຕ), ສະຖິຕິປະຊາຄົມອາຊຽນ (ASEANSTAT) ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “ຍົກສູງບົດບາດຂອງອາຊຽນ ດ້ວຍຂໍ້ມູນຂ່າວສານ ແລະ ນະວັດຕະກໍາໃໝ່” ເພື່ອຕອບຮັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ແລະ ຄວາມຕ້ອງການຂໍ້ມູນຂ່າວສານ ໃນການຕັດສິນໃຈ-ວາງແຜນນະໂຍບາຍທີ່ເພີ່ມສູງຂຶ້ນ ໃນບັນດາປະເທດປະຊາຄົມອາຊຽນ, ຊຶ່ງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ເພີ່ມທະວີການສ້າງນະວັດຕະກໍາ ແລະ ພັດທະນາລະບົບຂໍ້ມູນຂ່າວສານສະຖິຕິແຫ່ງຊາດ ໃຫ້ທັນສະໄໝ, ເຊື່ອມໂຍງພາກພື້ນ ແລະ ສາກົນ ດ້ວຍຂໍ້ມູນຂ່າວສານ ທີ່ມີຄຸນນະພາບ, ທັນເວລາ ແລະ ສາມາດເຂົ້າເຖິງນຳໃຊ້ໄດ້.

ໃນກອງປະຊຸມ, ໄດ້ມີການຕົກລົງເຫັນດີເປັນເອກະພາບ ບັນຫາສໍາຄັນຕ່າງໆ ເຊັ່ນ: ການພັດທະນາແຜນດໍາເນີນງານ ຂອງຄະນະກຳມະການລະບົບສະຖິຕິປະຊາຄົມອາຊຽນ (ACSS) ໃນໄລຍະປີ 2026-2030 ແລະ ແຜນປະຈໍາປີ 2026-2027; ການຂະຫຍາຍການນໍາໃຊ້ໂປຣແກຣມ ຖ່າຍໂອນຂໍ້ມູນ ລະຫວ່າງປະເທດອາຊຽນ ແລະ ສະຖິຕິອາຊຽນ (APIs); ການສ້າງຄວາມເຂັ້ມແຂງໃນກອບການຄຸ້ມຄອງຂໍ້ມູນ ແລະ ການສະໜອງຂໍ້ມູນໃຫ້ທັນເວລາ ສໍາລັບບັນດາປະເທດສະມາຊິກອາຊຽນ; ການປຶກສາຫາລືກ່ຽວກັບຂໍ້ສະເໜີຈຸດປະສົງ, ໂຄງສ້າງ ແລະ ໜ້າທີ່ວຽກງານຂອງຄະນະກໍາມະການສະເພາະກິດ ດ້ານຂໍ້ມູນຂະໜາດໃຫຍ່ (Big data) ຂອງບັນດາປະເທດສະມາຊິກອາຊຽນ; ການເພີ່ມທະວີຂີດຄວາມສາມາດວຽກງານ ສະຖິຕິຜ່ານການສຶກສາທາງໄກ (ASEAN Statistics Virtual Academy) ແລະ ໂຄງການອາຊຽນຊ່ວຍອາຊຽນ.

ກອງປະຊຸມຄະນະກໍາມະການ ລະບົບສະຖິຕິປະຊາຄົມອາຊຽນ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ບັນດາຂະແໜງການ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນໃຫ້ລະບົບສະຖິຕິອາຊຽນ ກໍຄືລະບົບແຫ່ງຊາດ ຂອງບັນດາປະເທດສະມາຊິກອາຊຽນ ໄດ້ຮັບການພັດທະນາແບບຍືນຍົງ.

ຂ່າວ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments