ໃນເດືອນພະຈິກ 2025 ນີ້, ລັດຖະບານ ຈະສືບຕໍ່ສຸມໃສ່ປັບປຸງແກ້ໄຂ ປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ-ໄຟຟ້າ-ນໍ້າມັນເຊື້ອໄຟ ທີ່ປັບຂຶ້ນບາງໄລຍະ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງ ເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.
ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 3-4 ພະຈິກ 2025 ຜ່ານມານີ້, ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ຫລາຍບັນຫາສຳຄັນ ເປັນຕົ້ນ ໃຫ້ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ມາດຕະການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ, ມາດຕະການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ, ມາດຕະການສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ຕິດພັນກັບການສ້າງເສດຖະກິດ ຕາມທິດເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ); ສືບຕໍ່ສຸມໃສ່ການຄຸ້ມຄອງບັນດາໂຄງການແຮ່ທາດ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ; ສືບຕໍ່ປະຕິບັດມາດຕະການ ຕໍ່ໂຄງການແຮ່ທາດ ທີ່ໄດ້ຜ່ານການປະເມີນ ແລະ ຈັດຢູ່ໃນປະເພດອ່ອນ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສືບຕໍ່ຊຸກຍູ້ສົ່ງເສີມບັນດາໂຄງການ ທີ່ຢູ່ໃນໄລຍະຂຸດຄົ້ນ ໃຫ້ດໍາເນີນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ, ຫລຸດຜ່ອນການສົ່ງອອກວັດຖຸດິບ ໂດຍສະເພາະ ແຮ່ທາດທີ່ເປັນທ່າແຮງ; ສືບຕໍ່ແກ້ໄຂບັນຫາຄູອາສາສະໝັກ ແລະ ແພດອາສາສະໝັກ ຕາມໂກຕ້າລັດຖະກອນ ທີ່ໄດ້ອະນຸມັດແລ້ວນັ້ນ ໃຫ້ສຳເລັດໄວ ຊຶ່ງການຈັດສັນໂກຕ້າ ຕ້ອງຮັບປະກັນຖືກເປົ້າໝາຍຄູ ແລະ ແພດ ທີ່ເປັນອາສາສະໝັກ; ສືບຕໍ່ຕິດຕາມຊຸກຍູ້ ການເຄື່ອນໄຫວວຽກງານ ຂອງບໍລິສັດ, ແຮງງານ ຢູ່ບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ; ສືບຕໍ່ພັດທະນາສີມືແຮງງານລາວໃຫ້ມີຄຸນນະພາບ; ສືບຕໍ່ຈັດຕັ້ງປະຕິບັດ ມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ສືບຕໍ່ສຸມໃສ່ຊຸກຍູ້ ບັນດາໂຄງການກໍ່ສ້າງເສັ້ນທາງ ທີ່ສຳຄັນບຸລິມະສິດ; ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ, ທັງຮີບຮ້ອນອອກຄຳແນະນຳ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງ ສໍາລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ ໃຫ້ເປັນເອກະພາບກັນໃນທົ່ວປະເທດ.
ສຳລັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງ ໂດຍສະເພາະ ຢູ່ຈຸດຫລໍ່ແຫລມ ແລະ ເຂດຫ່າງໄກສອກຫລີກ; ສືບຕໍ່ປະຕິບັດແຜນປ້ອງກັນຮັກສາຄວາມສະຫງົບປອດໄພ ໃຫ້ແກ່ງານສະເຫລີມສະຫລອງວັນຊາດ ຄົບຮອບ 50 ປີ ແລະ ມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນມໍ່ໆມານີ້ ໃຫ້ມີຄວາມສະຫງົບປອດໄພ ໂດຍພິື້ນຖານ.

