ວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ ຂຶ້ນໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ວັດດັ່ງກ່າວ ໂດຍມີຍາທ່ານໃຫຍ່ ຄໍາສຸກ ທອງຈໍາປາ ຮອງປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ເປັນເຈົ້າສັດທາກະຖິນ (ເຈົ້າພາບກະຖິນ) ໂດຍແມ່ຕູ້ໃຫຍ່ ອາຈິນ ແສງສຸລິວົງ ພ້ອມດ້ວຍລູກ-ຫຼານ, ມີອົງ ການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ, ພ້ອມດ້ວຍຊາວພຸດທະສາສະນິກະຊົນທຸກທົ່ວໜ້າເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.

ງານບຸນກະຖິນໃນຄັ້ງນີ້, ຈັດຂຶ້ນເພື່ອສົມທົບທຶນສ້າງກຸດຕິສອງຊັ້ນ, ສ້າງເຮືອນຄົວວັດ-ສາງເກັບມ້ຽນເຄື່ອງ ໂດຍມີກິດຈະກໍາທາງສາສະໜາ: ຕອນເຊົ້າມີພິທີໃສ່ບາດ, ຟັງເທດສະໜາ, ຮັບພອນ, ຍາດນໍ້າ ແລະ ອື່ນໆ ຕາມປະເພນີ. ຈາກນັ້ນ, ຊາວພຸດທະສາສະນິກະຊົນ ກໍໄດ້ພ້ອມກັນເຕົ້າໂຮມກະກຽມແຫ່ກອງກະຖິນເຂົ້າວັດ ມີຂະບວນຄື: ຂະບວນຖືຟອຍປັດ, ຂະບວນພະສົງ, ຂະບວນເຈົ້າພາບ ແລະ ອົງການປົກຄອງບ້ານ, ຂະບວນແຫ່ຟ້ອນລາວເດີມ, ຂະບວນແຫ່ຊ້າງ-ມ້າ ພ້ອມດ້ວຍຊາວບ້ານ ໂດຍໄດ້ແຫ່ອ້ອມວັດ 3 ຮອບ ແລ້ວຖວາຍ, ເຄນຜ້າກະຖິນ ໃຫ້ພະອາຈານຕາມປະເພນີທີ່ເຄີຍປະຕິບັດສືບທອດກັນມາ. ບຸນກະຖິນຄັ້ງນີ້, ລວມຍອດກະຖິນໄດ້ທັງໝົດ 3 ຮ້ອຍກວ່າລ້ານກີບ.

