Thursday, November 13, 2025
Homeທຸລະກິດສາຍການບິນ ຫວຽດເຈັດ (Vietjet) ສຳເລັດການສັ່ງຊື້ເຮືອບິນ Airbus A321neo ຈຳນວນ 100 ລຳ ແລະ ສັນຍາເຄື່ອງຈັກ Rolls-Royce...

ສາຍການບິນ ຫວຽດເຈັດ (Vietjet) ສຳເລັດການສັ່ງຊື້ເຮືອບິນ Airbus A321neo ຈຳນວນ 100 ລຳ ແລະ ສັນຍາເຄື່ອງຈັກ Rolls-Royce Trent 7000 ມູນຄ່າ 3,8 ຕື້ໂດລາສະຫະລັດ

ສາຍການບິນ ຫວຽດເຈັດ (Vietjet) ແລະ ບໍລິສັດແອຣບັສ (Airbus) ໄດ້ສຳເລັດການສັ່ງຊື້ຄັ້ງປະຫວັດສາດ ສຳລັບເຮືອບິນແອບັດ A321neo ຈຳນວນ 100 ລຳ, ເປັນການເສີມສ້າງຍຸດທະສາດການຂະຫຍາຍເຄືອຂ່າຍ ແລະ ການປັບປຸງເຮືອບິນໃຫ້ທັນສະໄໝຂອງສາຍການບິນ. ສາຍການບິນຫວຽດເຈັດຂອງຫວຽດນາມ ຍັງໄດ້ເຊັນສັນຍາຄັ້ງໃຫຍ່ກັບບໍລິສັດໂຣລສ-ຣອຍສ (Rolls-Royce) ສຳລັບເຄື່ອງຈັກ Trent 7000 ຈໍານວນ 92 ເຄື່ອງ, ພ້ອມດ້ວຍບໍລິການບຳລຸງຮັກສາແບບຄົບວົງຈອນ TotalCare ມີມູນຄ່າລວມ 3,8 ຕື້ໂດລາ.

ເຫດການສຳຄັນເຫຼົ່ານີ້ ຈັດຂຶ້ນລະຫວ່າງການຢ້ຽມຢາມອັງກິດຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທ່ານ ໂຕ ເລີມ ຊື່ງເປັນໂອກາດປະຫວັດສາດທີ່ໄດ້ຍົກລະດັບການພົວພັນ ຫວຽດນາມ-ອັງກິດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (Comprehensive Strategic Partnership). ຂໍ້ຕົກລົງດັ່ງກ່າວໄດ້ເນັ້ນໜັກເຖິງການຮ່ວມມືທີ່ເລິກເຊິ່ງຂຶ້ນລະຫວ່າງສອງປະເທດໃນຂະແໜງການບິນ, ເຕັກໂນໂລຢີ, ແລະ ການລົງທຶນ, ໂດຍ Vietjet ສືບຕໍ່ເສີມສ້າງບົດບາດຂອງຕົນໃນທົ່ວອາຊີ ແລະ ຕະຫຼາດໂລກ, ລວມທັງຢູ່ລາວ.

ທ່ານ ນາງ Nguyen Thi Phuong Thao, ປະທານສະພາບໍລິຫານສາຍການບິນ Vietjet, ກ່າວວ່າ: “ຂໍ້ຕົກລົງເຫຼົ່ານີ້ບໍ່ແມ່ນພຽງແຕ່ເປັນສັນຍາການຄ້າເທົ່ານັ້ນ, ຍັງເປັນສັນຍາລັກຂອງຄວາມໄວ້ວາງໃຈ, ຄວາມທະເຍີທະຍານ ແລະ ວິໄສທັດຮ່ວມກັນເພື່ອການພັດທະນາທີ່ຍືນຍົງ ແລະ ການເຊື່ອມຕໍ່ທົ່ວໂລກ. Airbus ແລະ Rolls-Royce ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ ເຮັດໃຫ້ຄວາມຝັນໃນການເດີນທາງຂອງປະຊາຊົນ Vietjet ເປັນຈິງ, ດ້ວຍການມອບການເດີນທາງທີ່ປອດໄພ, ສະດວກສະບາຍ, ແລະ ເຕັມໄປດ້ວຍຄວາມສຸກສຳລັບຜູ້ໂດຍສານ. ພວກເຮົາບໍ່ພຽງແຕ່ເຊື່ອມຕໍ່ປະເທດຕ່າງໆເທົ່ານັ້ນ, ຍັງເຊື່ອມຕໍ່ວັດທະນະທຳ ແລະ ປະຊາຊົນ, ເປັນຂົວຕໍ່ຂອງການເຕີບໂຕ, ການຮ່ວມມື ແລະ ຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດເພື່ອໂລກທີ່ມີຄວາມສະຫງົບສຸກ ແລະ ດີກວ່າເກົ່າ.” ທ່ານ Christian Scherer, ຫົວໜ້າຝ່າຍການຄ້າເຮືອບິນໂດຍສານຂອງ Airbus ກ່າວວ່າ: “ພວກເຮົາພູມໃຈທີ່ໄດ້ເປັນຄູ່ຮ່ວມງານກັບ Vietjet, ຊຶ່ງເປັນສັນຍາລັກຂອງຄວາມມີຊີວິດຊີວາ ແລະ ຖານະທີ່ເຕີບໃຫຍ່ຂອງຫວຽດນາມ.”

ທ່ານ Ewen McDonald, ຫົວໜ້າຝ່າຍລູກຄ້າຂອງ Rolls-Royce Civil Aerospace ກ່າວວ່າ: “ຂ້າພະເຈົ້າດີໃຈທີ່ໄດ້ເຫັນ ແລະ ຮ່ວມເປັນພະຍານໃນການເຕີບໂຕທີ່ໂດດເດັ່ນຂອງ Vietjet. ຂໍ້ຕົກລົງນີ້ເປີດໂອກາດອັນສຳຄັນສຳລັບ Vietjet ໃນການສືບຕໍ່ຂະຫຍາຍເຄືອຂ່າຍຂອງຕົນ, ໂດຍສ້າງເງື້ອນໄຂໃຫ້ຜູ້ໂດຍສານມີປະສົບການເດີນທາງທີ່ລາຄາຖືກ, ສະດວກສະບາຍ, ແລະ ໜ້າຈົດຈຳ. ປັດຈຸບັນ Vietjet ເປັນໜຶ່ງໃນລູກຄ້າລາຍໃຫຍ່ທີ່ສຸດຂອງ Rolls-Royce, ພວກເຮົາຍິນດີທີ່ຈະສະໜັບສະໜູນສາຍການບິນໃນການເດີນທາງບົນເສັ້ນທາງພັດທະນາທີ່ປະທັບໃຈຂອງພວກເຂົາ.” ເຄື່ອງຈັກ Trent ຈໍານວນ 7000 ເຄື່ອງຈະໃຊ້ໃນການຂັບເຄື່ອນເຮືອບິນຂະໜາດໃຫຍ່ (wide-body) A330neo 40 ລໍາທີ່ຈະມາເຖິງຂອງ Vietjet, ເຮັດໃຫ້ສາມາດບິນໂດຍກົງລະຫວ່າງຫວຽດນາມ ແລະ ເອີຣົບໄດ້ໃນອະນາຄົດ. ບໍລິການບຳລຸງຮັກສາ TotalCare ຂອງ Rolls-Royce ຈະຊ່ວຍເພີ່ມຄວາມໜ້າເຊື່ອຖື ແລະ ປະສິດທິພາບການດຳເນີນງານຕະຫຼອດວົງຈອນຂອງເຄື່ອງຈັກ.

ດ້ວຍຖ້ຽວບິນປະຈໍາວັນຂອງ Vietjet ຈາກນະຄອນຫຼວງວຽງຈັນ ໄປນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ນັກທ່ອງທ່ຽວລາວສາມາດເດີນທາງໄປສອງນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ຢ່າງສະດວກສະບາຍ ກ່ອນທີ່ຈະເຊື່ອມຕໍ່ໄປຍັງຈຸດໝາຍປາຍທາງຊັ້ນນຳທົ່ວພາກພື້ນອາຊີ-ປາຊີຟິກ. ໃນຖານະທີ່ເປັນສ່ວນໜຶ່ງຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງ, Vietjet ຮັບປະກັນການເດີນທາງທີ່ລຽບງ່າຍ ແລະ ມ່ວນຊື່ນດ້ວຍເຮືອບິນທີ່ທັນສະໄໝ, ປອດໄພ, ລາຄາທີ່ສາມາດແຂ່ງຂັນໄດ້ ແລະ ການບໍລິການທີ່ດີເລີດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments