Friday, November 14, 2025
Homeຂ່າວພາຍໃນແພດປະຕິວັດລາວ ເປັນກຳລັງຫລັກໃນການຊ່ວຍໃຫ້ປະເທດຊາດໄດ້ຮັບການປົດປ່ອຍ

ແພດປະຕິວັດລາວ ເປັນກຳລັງຫລັກໃນການຊ່ວຍໃຫ້ປະເທດຊາດໄດ້ຮັບການປົດປ່ອຍ

ເມື່ອຫວນຄືນໄລຍະແຫ່ງການຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ພະນັກງານແພດໝໍຍາມໃດ ກໍເປັນກຳລັງຫລັກແຫລ່ງທີ່ສຳຄັນ, ເປັນແພດປະຕິວັດນັກຮົບຂອງພັກ, ຂອງຊາດ, ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຄຽງບ່າຄຽງໄຫລ່ ໃນຍາມຕໍ່ສູ້ກູ້ຊາດ ກໍຄືໃນຍາມເສຍສະລະເລືອດເນື້ອ ເພື່ອປະເທດຊາດຕະຫລອດໄລຍະຕໍ່ສູ້ກູ້ຊາດຜ່ານມາ ຊຶ່ງແພດປະຕິວັດລາວໄດ້ເອົາໃຈໃສ່ເບິ່ງແຍງ, ປິ່ນປົວຮັກສາສຸຂະພາບ ໃຫ້ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ອ້າຍນ້ອງພໍ່ແມ່ລູກຫລານຂອງຊາດລາວ ໂດຍທີ່ບໍ່ຫ່ວງແຫນຊີວິດຕົນເອງ ແລະ ບໍ່ຮູ້ອິດຮູ້ເມື່ອຍ ເພື່ອເຮັດໃຫ້ສະໜາມຮົບຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບໃໝ່ ໄດ້ເປີດກວ້າງອອກທົ່ວປະເທດ.

ສະຫາຍ ຮ້ອຍໂທ ນາງ ອຳໄພ ນະຄອນໄຊ ແພດທົ່ວໄປ ໂຮງໝໍສູນກາງ 103 ຮັບຜິດຊອບແພດສະໜາມ ປະຈຳວິທະຍາຄານນາຍທະຫານບົກກົມມະດຳ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ໃນນາມເປັນແພດສະໜາມ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມຮັບໃຊ້ວຽກງານເດີນສວນສະໜາມ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ພາຍຫລັງທີ່ອ້າຍນ້ອງກ້ອນສວນສະໜາມເຂົ້າສູນຝຶກ ພວກເຮົາໄດ້ກະກຽມຄວາມພ້ອມ ເປັນຕົ້ນ ປະເພດຢາ ແລະ ອຸປະກອນການປະຖົມພະຍາບານຂັ້ນຕົ້ນ ພ້ອມທັງກວດສຸຂະພາບອ້າຍນ້ອງກ່ອນເຂົ້າສູນຝຶກ ແລະ ເບິ່ງແຍງໃກ້ຊິດຕິດແທດອ້າຍນ້ອງ ໃນຍາມຝຶກຊ້ອມເດີນສວນສະໜາມ ແລະ ການກິນຢູ່ພັກເຊົ່າ ເປັນປະຈຳຕາມແຜນການທີ່ວາງໄວ້, ຖ້າຫາກມີກໍລະນີສຸກເສີນແມ່ນຈະໄດ້ປະຖົມປະຍາບານຂັ້ນຕົ້ນ ແລະ ນຳສົ່ງໂຮງໝໍ, ຂໍ້ສະດວກ ແມ່ນຄະນະພັກ-ຄະນະບັນຊາເສນາຮັກ ໃຫ້ຄວາມສຳຄັນຕໍ່ສຸຂະພາບ ສາມາດຕອບສະໜອງອຸປະກອນຕ່າງໆ ເພື່ອມີຄວາມພ້ອມຮັບປະກັນໃນຍາມສຸກເສີນ, ສ່ວນຂໍ້ຫຍຸ້ງຍາກແມ່ນສະພາບອາກາດຝົນຕົກ, ແດດຮ້ອນອົບເອົ້າ ເຮັດໃຫ້ພະນັກງານ-ນັກຮົບສວນສະໜາມຂອງພວກເຮົາ ບໍ່ສະບາຍຈໍານວນໜຶ່ງ, ແຕ່ເຖິງຢ່າງໃດກໍຕາມ ແພດສະໜາມພວກເຮົາແມ່ນສາມາດຮັບປະກັນໄດ້ 100% ແລະ ພ້ອມທັງໃຫ້ຄຳໜັ້ນສັນຍາວ່າ ຈະຮັບປະກັນດ້ານສຸຂະພາບພະນັກງານ-ນັກຮົບ ສຸດຄວາມສາມາດ ໃຫ້ສົມກັບສາຍານາມແພດປະຕິວັດ.

ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ຕາງໜ້າພະນັກງານເສນາຮັກ ທີ່ເຮັດວຽກຢູ່ສະໜາມທຸກສະຫາຍ ຂໍອວຍພອນໄຊອັນປະເສີດ ໃຫ້ການນໍາພັກ-ລັດ, ອວຍພອນຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນຳພາ-ຊີ້ນໍາກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ ຢ່າງບໍ່ຢຸດຢັ້ງ, ອວຍພອນມາຍັງພະນັກງານແພດປະຕິວັດທຸກສະຫາຍ ຈົ່ງມີຄວາມຜາສຸກ ສືບຕໍ່ເຮັດວຽກງານວິຊາສະເພາະຂອງຕົນ ສຸດຄວາມສາມາດ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ, ມ່ວນຊື່ນ ແລະ ກວ້າງຂວາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments