Friday, November 14, 2025
Homeຂ່າວຕ່າງປະເທດເອຢິບ ເປີດນຳໃຊ້ຫໍພິພິທະພັນຢ່າງຍິງໃຫຍ່

ເອຢິບ ເປີດນຳໃຊ້ຫໍພິພິທະພັນຢ່າງຍິງໃຫຍ່

ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 1 ພະ​ຈິກ​ນີ້, ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ ທ່ານ ​ອັບ​ດຸນ ຟາ​ຕາ ອັນ ຊິ​ສ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ ​ເນື່ອງ​ໃນ​ໂອ​ກາດ​ເປີດ​ນຳ​ໃຊ້ຫໍ​ພິ​ພິ​ທະ​ພັນ​ເອ​ຢິບ. ເນື້ອ​ໃນ​ສານ​ຊົມ​ເຊີຍ​ຂອງ ​ທ່ານ ​ສີ ​ຈິ້ນ​ຜິງ​ ລະ​ບຸ​ວ່າ ສປ ຈີນ ແລະ ເອ​ຢິບ ​ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວມ​ກັນ​ມາແຕ່​ດົນ​ນານ​ແລ້ວ. ຊຸມ​ປີ​ມໍ່ໆ ​ມາ​ນີ້ສາຍ​ພົວ​ພັນ​ຄູ່​​ຮ່ວມຍຸດ​ທະ​ສາດ​ຮອບ​ດ້ານ​ ລະ​ຫວ່າງ ສປ ​ຈີນ-ເອ​ຢິບ ​ໄດ້​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ການ​ແລກ​ປ່ຽນດ້ານ​ວັດ​ທະ​ນະ​ທຳ​ ລະ​ຫວ່າງ ​ສອງ​ປະ​ເທດ​ມີ​ຈຸ​ດ​ເດັ່ນ​ທີ່ຫລາກ​ຫລາຍ. ການ​ຈັດ “ງານ​ວາງ​ສະ​ແດງ​ອະ​ລິ​ຍະ​ທຳເອ​ຢິບ​ບູ​ຮານ” ຢູ່​ຫໍ​ພິ​ພິ​ທະ​ພັນ​ຊຽງ​ໄຮ້ ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ໜ່ວຍ​ງານສຳຫລວດບູ​ຮານ​ຄະ​ດີ​ຮ່ວມ​​ຂອງ​ ສປ ຈີນ ແລະ ເອ​ຢິບ ​ພວມ​ຮ່ວມ​ກັນ​ຄົ້ນ​ຫາ​ອະ​ລິ​ຍະ​ທຳ​ເອ​ຢິບ​ບູ​ຮານທີ່​ໜ້າ​ອັດ​ສະ​ຈັນ​ຢູ່​ທາດ​ປີ​ຣາ​ມິດ​ຊາກ​ຄາ​ຣາ. ໂດຍທັງສອງອະ​ລິ​ຍະ​ທຳ​ບູ​ຮານ​​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ດຽວ​ກັນ, ປະ​ຊາ​ຊົນ​ສອງ​ຊາດ ​ມີ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ສະ​ໜິດ​ສະ​ໜົມ​ກັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ປັດ​ຈຸ​ບັນ​, ສະ​ພາບ​ການ​ປ່ຽນ​ແປງທີ່​ບໍ່​ເຄີຍ​ມີ​ມາ​​ກ່ອນໃນ​ຮອບ​ຮ້ອຍ​ປີ​ຂອງ​ໂລກ​ພວມ​ຜັນ​ແປ​ໄວ​ຂຶ້ນ, ສປຈີນ ແລະ ເອ​ຢິບ ​ທີ່​ເປັນ 2 ອະ​ລິ​ຍະ​ທຳ​ບູ​ຮານ​ຄວນ​ສືບ​ຕໍ່​ລົງ​ເລິກການ​ແລກ​ປ່ຽນ​ດ້ານ​ອະ​ລິ​ຍະ​ທຳ, ເພີ່ມ​ແຮງ​ຂັບ​ເຄື່ອນ​ໃໝ່ເຂົ້າ​ໃນ​ການ​ພັດ​ທະ​ນາ ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບ​ດ້ານ​ ລະ​ຫວ່າງ ສປ ​ຈີນ-ເອ​ຢິບ​ ຢ່າງ​ບໍ່​ຢຸດ​ຢັ້ງ, ເຕົ້າ​ໂຮມ​ກຳ​ລັງ​ແຮງ ​ຂອງ​ອະ​ລິ​ຍະ​ທຳເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments