ກອງປະຊຸມກໍາມະການເຕັກນິກ-ຈັດການແຂ່ງຂັນກີລາທົ່ວປະເທດ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ອົງການປົກຄອງ ນວ ໂດຍການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນຜູ້ຊີ້ນໍາກໍາມະການເຕັກນິກ-ຈັດການແຂ່ງຂັນ ມີບັນ ດາປະທານ-ຮອງປະທານ ເລຂາທິການສະຫະພັນກີລາແຫ່ງຊາດ ຕາງໜ້າກຳມະການ ຫົວໜ້າພະແນກ ຮອງພະແນກສຶກສາທິການ ແລະ ກີລາແຂວງໃນທົ່ວປະເທດ ເຂົ້າຮ່ວມ.

ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກີລາລະດັບສູງ ຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນ ໄດ້ຂຶ້ນລາຍງານກ່ຽວກັບຄວາມພ້ອມຂອງກຳມະການເຕັກນິກ-ຈັດການແຂ່ງຂັນ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ໄດ້ສົມທົບກັບພາກສວນທີ່ກ່ຽວຂ້ອງຈັດຊື້ອຸປະກອນຮັບໃຊ້ການແຂ່ງຂັນ 33 ປະເພດກີລາ ກຳມະການຕັດສິນ ຜູ້ຊ່ວຍກຳມະການຕັດສິນ ແລະ ອາສາສະໝັກ 33 ປະເພດກີລາ ໄດ້ຂຶ້ນທະບຽນໃຫ້ຄະນະນຳກີລາ ຄູເຝິກ ນັກກີລາ 33 ປະເພດກີລາ ຄະນະຮັບຜິດຊອບ ກຳມະການຕ່າງໆ 12 ກຳມະການ ແລະ ກຳມະການຕັດສິນຂອງສະຫະພັນກີລາແຫ່ງຊາດ 33 ປະເພດກີລາ ໄດ້ອອກແບບ ແລະ ຮັບຮອງ ໃບສະຖິຕິຢັ້ງຢືນຫຼຽນໃຫ້ກັບນັກກີລາ ສຳເລັດການພັດທະນາລະບົບລາຍງານຜົນການແຂ່ງຂັນກີລາ 33 ປະເພດ ແລະ 4 ປະເພດກີລາຍ່ອຍ ເພື່ອລາຍງານຜົນແບບທັນເຫດການ 30 ນາທີ ພາຍຫຼັງສິ້ນສຸດການແຂ່ງຂັນ ໄດ້ສ້າງເວັບໄຊຕາມການມອບໝາຍຂອງກອງປະຊຸມລະດັບຊາດ ຊື່ເວັບໄຊ ພ້ອມໄດ້ເຜີຍແຜ່ເວັບໄຊໃຫ້ແກ່ສັງຄົມໄດ້ຮັບຮູ້ www.vientianesgames2025.org ໂດຍຜ່ານເພສກີລາ ປັດຈຸບັນ ມີຜູ້ເຂົ້າຮ່ວມລົງທະບຽນເຮັດບັດຈຳນວນທັງໝົດ 9.065 ຄົນ ເປັນນັກກີລາຈຳນວນ 4.063 ຄົນ (ເປັນຊາຍ 2.699 ຄົນ ຍິງ 1.364 ຄົນ).

ສ່ວນອານຸກຳມະການຈັດການແຂ່ງຂັນ: ກຳນົດເອົາ 5 ຈຸດໃຫຍ່ ແລະ 12 ຈຸດຍ່ອຍ ຮັບໃຊ້ການແຂ່ງຂັນ 33 ປະເພດກີລາ ໄດ້ຮັບຮອງກົດລະບຽບການແຂ່ງຂັນ ຈຳນວນ 33 ປະເພດກີລາ ແລະ 1 ກີລາສາທິດ ລາຍການແຂ່ງຂັນ 432 ລາຍການ (ຊາຍ: 224 ຍິງ: 182 ແລະ ລາຍການປະສົມ 26 ລາຍການ) ຫຼຽນມອບທັງໝົດ 3.747 ຫຼຽນ
ແຜນວຽກຈຸດສຸ່ມໃນຕໍ່ໜ້າ:ສືບຕໍ່ສົມທົບກັບກອງເລຂາ ແລະ ພາກສວນທີ່ກ່ຽວ ຖອນງົບປະມານຮັບໃຊ້ຂອງກຳມະການເຕັກນິກ-ຈັດການແຂ່ງຂັນ ອານຸກໍາມະການຕ່າງໆ ແລະ ບັນດາສະຫະພັນກີລາແຫ່ງຊາດ ຈຳນວນ 33 ປະເພດກີລາ ສືບຕໍ່ສົມທົບກັບກຳມະການປັບປຸງສ້ອມແປງ ລົງຕິດຕາມການສ້ອມແປງບັນດາສະໜາມກີລາ ທີ່ນໍາໃຊ້ເຂົ້າໃນການແຂ່ງຂັນໃຫ້ສຳເລັດຕາມກຳນົດ 100% ພ້ອມອອກບັດໃຫ້ກັບພາກສ່ວນເຂົ້າຮ່ວມການແຂ່ງຂັນຂອງບັນດາແຂວງ ນະຄອນຫຼວງ ກະຊວງ ໃຫ້ສຳເລັດໃນວັນທີ 6 ພະຈິກ 2025 ສົມທົບພາກສ່ວນທີ່ກ່ຽວຂ້ອງ ກຳນົດການຕິດຕັ້ງປ້າຍໂຄສະນາຕ່າງໆ ໃນຂອບສະໜາມແຂ່ງຂັນແຕ່ລະປະເພດກີລາ ການເດີນສວນສະໜາມຂອງຄະນະກີລາ ບັນດາແຂວງ ກະຊວງ ກຳນົດບໍ່ເກີນ 70 ທ່ານ ສ່ວນຄະນະກີລາ ນວ 120 ທ່ານ.

ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ ນວ ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15-25 ພະຈິກ 2025.

