Friday, November 14, 2025
Homeຂ່າວພາຍໃນສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຣັດເຊຍ ຄົບຮອບ 65 ປີ

ສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຣັດເຊຍ ຄົບຮອບ 65 ປີ

ໃນວັນທີ 31 ຕຸລາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ – ສ ຣັດເຊຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບ ລາວ – ຣັດເຊຍ; ຣັດເຊຍ – ລາວ ຄົບຮອບ 60 ປີ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານທູດ ສ ຣັດເຊຍ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ຄະນະພົວພັນຕ່າງປະເທດສູນກາງພັກໄດ້ຕາງໜ້າລັດຖະບານລາວປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານ ອາເລັກເຊ່ ຊາເລ່ມ້ອນ ແລະ ທ່ານ ວາລາດິມີຣ ໂຟກິນ ທີ່ເປັນສະມາຊິກສະມາຄົມມິດຕະພາບ ຣັດເຊຍ – ລາວ ທີ່ໄດ້ປະກອບສ່ວນ ແລະ ມີຜົນງານອັນພົ້ນເດັ່ນໃນການຮ່ວມມືຂອງ ລາວ ແລະ ຣັດເຊຍ ໃນໄລຍະຜ່ານມາ, ພ້ອມດຽວກັນ ສະມາຄົມມິດຕະພາບ ຣັດເຊຍ – ລາວ ຍັງໄດ້ປະດັບຫຼຽນ 60 ປີ ຄົບຮອບວັນສ້າງຕັ້ງສະມາຄົມມິດຕະພາບຣັດເຊຍ – ລາວ; ລາວ – ຣັດເຊຍ ໃຫ້ການນຳ ລາວ ຈຳນວນ 4 ທ່ານ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments