ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ສະພາການຄ້າ ແລະ ການລົງທຶນ ຂອງອົງການສະຫະປະຊາຊາດ ໄດ້ປະກາດບົດລາຍງານການຕິດຕາມທ່າອ່ຽງດ້ານການລົງທຶນໃນທົ່ວໂລກໂດຍລະບຸວ່າ: ສະພາບການທີ່ເຄັ່ງຕຶງດ້ານການຄ້າ, ອັດຕາດອກເບັ້ຍສູງ ແລະ ຄວາມບໍ່ແນ່ນອນດ້ານພູມສາດການເມືອງເຮັດໃຫ້ນັກລົງທຶນຮັກສາທ່າທີລະມັດລະວັງ, ເປັນເຫດເຮັດໃຫ້ການລົງທຶນ ໂດຍກົງຈາກຕ່າງປະເທດໃນທົ່ວໂລກໃນ 6 ເດືອນຕົ້ນປີນີ້ໄດ້ຫຼຸດລົງ 3% ຊຶ່ງໄດ້ສືບຕໍ່ສະພາບຕໍ່າໃນສອງປີຜ່ານມານີ້.
ການຫຼຸດລົງຄັ້ງນີ້ຕົ້ນຕໍແມ່ນຍ້ອນໄດ້ຮັບຜົນກະທົບຈາກອົງກອນເສດຖະກິດທີ່ພັດທະນາທີ່ການລວມຕົວຂ້າມຊາດໄດ້ຫຼຸດລົງ 18%. ອົງກອນເສດຖະກິດ ທີ່ກຳລັງພັດທະນາມີການປະພຶດທີ່ດີໃນດ້ານກວມ ລວມ, ການໄຫຼເຂົ້າດ້ານເງິນທຶນຮັກສາຄວາມຫມັ້ນທ່ຽງ, ແຕ່ພາກພື້ນຕ່າງໆມີທ່າອ່ຽງຕ່າງກັນ. ການໄຫຼເຂົ້າດ້ານເງິນທຶນຂອງທິວີບອາເມຣິກາລາຕິນ ແລະ ພາກພື້ນກາລີເບ ໄດ້ເພີ່ມຂຶ້ນ 12%, ສ່ວນຂອງປະເທດທີ່ກຳລັງພັດທະນາຢູ່ອາຊີໄດ້ເພີ່ມຂຶ້ນ 7%, ແຕ່ການໄຫຼເຂົ້າດ້ານເງິນທຶນຢູ່ອາຟຣິກາໄດ້ຫຼຸດລົງ 42%. ໃນ 6 ເດືອນຕົ້ນປີ 2025 ນີ້,ຕົ້ ນທຶນການກູ້ຢືມສູງຂຶ້ນ ແລະ ຄວາມບໍ່ແນ່ນອນດ້ານເສດຖະກິດສືບຕໍ່ບີບຮັດການລົງທຶນໃນຂົງເຂດອຸດສາຫະກຳ ແລະ ພື້ນຖານໂຄງລ່າງ.

