Friday, November 14, 2025
Homeບຸນປະເພນີເຂົ້າຫຼາມ-ປີ້ງໄກ່ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.

ທ່ານ ນາງ ໝີ ໄຊສະຫວັນ ປະຊາຊົນບ້ານທາງແບ່ງນາໂພ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 2 ພະຈິກ ຜ່ານມາວ່າ: ຕົນເອງ ແລະ ຄອບຄົວໄດ້ມາຂາຍເຂົ້າຫຼາມ-ປີ້ງໄກ່ໃນງານບຸນນະມັດສະການພະທາດຫຼວງວຽງຈັນທຸກໆປີ, ເຂົ້າຫຼາມ-ປີ້ງໄກ່ ຖືເປັນເອກະລັກໃນງານບຸນທີ່ຂາດບໍ່ໄດ້ ປະຊາຊົນສ່ວນໃຫຍ່ນິຍົມຮັບປະທານ ແລະ ຊື້ກັບບ້ານເພື່ອເປັນຂອງຕ້ອນຂອງຝາກໃນຍາມບຸນ ລາຄາປີ້ງໄກ່ເລີ່ມຕົ້ນ 50,000 ກີບຂຶ້ນໄປ, ເຂົ້າຫຼາມເລີ່ມຕົ້ນ 20,000 ກີບຕໍ່ບັ້ງຂຶ້ນໄປຊຶ່ງມີຫຼາຍລາຄາທີ່ແຕກຕ່າງກັນ.ປີນີ້ເຫັນວ່າມີຄົນມາທ່ຽວງານບຸນຫຼາຍເປັນພິເສດ ແລະ ໄດ້ຂາຍດີກວ່າທຸກໆປີ ເຮັດໃຫ້ງານບຸນມີບັນຍາກາດຄຶກຄື້ນມ່ວນຊື່ນ ເພື່ອສົ່ງເສີມວັດທະນະທຳອັນດີງາມຂອງຊາດໄວ້ໃຫ້ຄົງຢູ່ຕະຫຼອດໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments