ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ໄຂຂຶ້ນໃນວັນທີ 03 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ແລະ ບັນດາແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025.
ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 01 ວັນເຄິ່ງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື,ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ເປັນຕົ້ນ ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ; ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການກະກຽມຄວາມພ້ອມ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມທັງຜ່ານຮ່າງວິໄສທັດ ຮອດປີ 2045 ແລະ ແຜນຍຸດທະສາດ ການພັດທະນາລະບົບຂໍ້ມູນຂ່າວສານ ຕະຫລາດແຮງງານແຫ່ງຊາດ ຮອດປີ 2035; ຮ່າງດໍາລັດ ວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍ ສິດນຳໃຊ້ທີ່ດິນ ແບບມີກຳນົດ; ຮ່າງດໍາລັດ ວ່າດ້ວຍຢາງພາລາ; ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ; ຮ່າງດຳລັດ ວ່າດ້ວຍພະນັກງານທ້ອງຖິ່ນ ທີ່ເຮັດວຽກນຳອົງການຕ່າງປະເທດ ປະຈຳ ຢູ່ ສປປ ລາວ; ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງທະນະບັດ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະ ຄວາມຂັດແຍ່ງທາງດ້ານເສດຖະກິດ-ການຄ້າ, ການທະຫານ, ບັນຫາຊາຍແດນ ແລະ ອື່ນໆ, ຊຶ່ງຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການຮັບມື ຕໍ່ຜົນກະທົບ ທີ່ອາດຈະເກີດຂຶ້ນ. ນອກນັ້ນ, ສະພາບພາຍໃນປະເທດເຮົາ ຍັງເກີດມີຜົນກະທົບຈາກໄພທໍາມະຊາດ ແລະ ອື່ນໆ, ຊຶ່ງບັນຫາທັງໝົດເຫລົ່ານັ້ນ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ ຢ່າງຫລີກລ້ຽງບໍ່ໄດ້. ສະນັ້ນ, ຕ້ອງໄດ້ຮີບຮ້ອນພ້ອມກັນສຸມໃສ່ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ

