Friday, November 14, 2025
Homeຂ່າວກິລາກໍາມະການເສດຖະກິດ-ລະດົມດົມທຶນ ມີຄວາມພ້ອມຮອບດ້ານ ຈັດມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ກໍາມະການເສດຖະກິດ-ລະດົມດົມທຶນ ມີຄວາມພ້ອມຮອບດ້ານ ຈັດມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ເພື່ອກຽມໃຫ້ແກ່ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນວັນທີ 15 ພະຈິກ 2025 ທີ່ຈະມາເຖິງນີ້, ກຳມະການເສດຖະກິດ ແລະ ລະດົມທຶນ ກໍຄື ພະແນກ ການເງິນ ນະຄອນຫລວງວຽງຈັນ ໄດ້ມີຄວາມພ້ອມຮອບດ້ານ ໂດຍໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍວຽກງານເສດຖະກິດ ແລະ ລະດົມທຶນ ຢ່າງເປັນລະບົບຕາມລະບຽບການ ໂດຍໄດ້ເປັນເຈົ້າການຄົ້ນຄວ້າ ບັນດານິຕິກໍາໃນການຄຸ້ມຄອງງົບປະມານ ເພື່ອນຳໃຊ້ເຂົ້າໃນການຈັດງານມະຫະກຳດັ່ງກ່າວ ໃຫ້ດຳເນີນໄປຢ່າງໂລ່ງລ່ຽນ, ຖືກຕ້ອງຕາມລະບຽບຫລັກການ ແລະ ອື່ນໆ.

ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ, ທັງເປັນຮອງຫົວໜ້າກໍາມະການເສດຖະກິດ ແລະ ລະດົມດົມທຶນ ໄດ້ລາຍງານໃຫ້ຮູ້ ໃນວັນທີ 29 ຕຸລາ 2025 ກ່ຽວກັບຄວາມຄືບໜ້າການກະກຽມຄວາມພ້ອມ ວຽກງານດ້ານການເງິນ ແລະ ການລະດົມທຶນ ເພື່ອຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຊຶ່ງຫລັງຈາກໄດ້ຮັບຂໍ້ຕົກລົງແຕ່ງຕັ້ງກໍາມະການຝ່າຍຕ່າງໆ ພະແນກການເງິນ ນະຄອນຫລວງວຽງຈັນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມະການຊ່ວຍວຽກ ໂດຍໄດ້ແບງຄວາມຮັບຜິດຊອບອອກເປັນ 3 ອະນຸກໍາມະການ ຄື: ອະນຸກໍາມະການບໍລິຫານ, ອະນຸກໍາມະການ ງົບປະມານ-ການເງິນ ແລະ ອະນຸກໍາມະການ ການຕະຫລາດ ແລະ ສິດທິປະໂຫຍດ ຊຶ່ງໄດ້ມີການກໍານົດ ສິດ ແລະ ໜ້າທີ່ ຂອງບັນດາອານຸກໍາມະການ ຢ່າງລະອຽດ. ມາຮອດປັດຈຸບັນ, ໄດ້ສຳເລັດການວາງແຜນງົບປະມານລວມຂອງການຈັດງານຢ່າງຮອບດ້ານ ໂດຍໄດ້ກຳນົດລາຍຮັບ ແລະ ລາຍຈ່າຍຢ່າງຊັດເຈນ.

ສຳລັບ ການເຄື່ອນໄຫວຂອງກໍາມະການເສດຖະກິດ ແລະ ລະດົມທຶນ ໄດ້ເປັນເຈົ້າການ ສົມທົບກັບບັນດາ 13 ກໍາມະການ. ໃນນັ້ນ, ໄດ້ສົ່ງແຜນງົບປະມານແລ້ວ 10 ກໍາມະການ ຊຶ່ງໄດ້ສໍາເລັດການກວດແກ້ການສ້າງແຜນງົບປະມານຮັບໃຊ້ ຮ່ວມກັນກັບ 8 ກໍາມະການ ຄື: ກຳມະການເຕັກນິກ-ຈັດການແຂ່ງຂັນ, ກໍາມະການກິດຈະກໍາເຍົາວະຊົນ, ກໍາມະການປັບປຸງ ແລະ ສ້ອມແປງສະໜາມກິລາ, ກໍາມະການຂົນສົ່ງ, ກໍາມະການ ພິທີເປີດ-ປິດ, ກຳ ມະການສະຖານທີ່ພັກ ແລະ ອາຫານ, ກໍາມະການການແພດ-ສຸຂະພາບ ແລະ ກໍາມະການໂຄສະນາ-ຂ່າວສານ. ພ້ອມນີ້, ຍັງໄດ້ເປັນເຈົ້າການສົມທົບກັບກໍາມະການປັບປຸງ ແລະ ສ້ອມແປງ ໃນການປັບປຸງສະໜາມກິລາ ຈໍານວນ 5 ຈຸດ ເພື່ອຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ. ຜ່ານມາການ ຈັດຕັ້ງປະຕິບັດຂະບວນການ ການຈັດຊື້-ຈັດຈ້າງ ແມ່ນສໍາເລັດ ແລະ ໄດ້ມອບວຽກໃຫ້ບໍລິສັດ ຈັດຕັ້ງປະຕິບັດ ມາຮອດປັດຈຸບັນ ສໍາເລັດແລ້ວເກືອບ 100%; ໄດ້ເປັນເຈົ້າການສົມທົບກັບກໍາມະການເຕັກນິກ ແລະ ຈັດການແຂ່ງຂັນ ໃນການຄົ້ນຄວ້າຈັດຊື່ເຄື່ອງຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຈໍານວນ 5 ລາຍການ, ປັດຈຸບັນ ສໍາເລັດການຈັດປະມູນຈັດຊື່-ຈັດຈ້າງ ຢູ່ໃນຂັ້ນຕອນສະເໜີ ປະທານຈັດງານຮັບຮອງຜູ້ຊະນະການປະມູນ.

ທ່ານ ວຽງສາລີ ອິນທະພົມ ຍັງໄດ້ຢືນຢັນວ່າ: ກຳມະການເສດຖະກິດ ແລະ ລະດົມທຶນ ພ້ອມທີ່ຈະເຮັດວຽກຢ່າງສຸດຄວາມສາມາດ ເພື່ອບັນລຸເປົ້າໝາຍການລະດົມທຶນ ແລະ ຄຸ້ມຄອງງົບປະມານ ໃຫ້ສຳເລັດຢ່າງມີປະສິດທິຜົນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments