ຄະນະຮັບຜິດຊອບລະດັບຊາດ ຈັດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ໄດ້ສືບຕໍ່ຈັດກິດຈະ ກຳ ແຫ່-ແລ່ນທວນໄຟ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ 2025 ໃນຕອນແລງວັນທີ 31 ຕຸລາ 2025 ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ (ເປັນເມືອງທີ 6 ຂອງການຈັດກິດຈະກຳ ແຫ່-ແລ່ນທວນໄຟ ຖັດຈາກເມືອງ ສີສັດຕະນາກ) ເພື່ອສະໜັບສະໜູນ ແລະ ເປັນເຈົ້າພາບຮ່ວມກັນ ໂດຍເລີ່ມຈາກໜ້າປໍ້ານໍ້າມັນ ປຕທ ສູ່ວັດຊຽງຄວນ ເມືອງຫາດຊາຍຟອງ

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຄະນະຮັບຜິດຊອບລະດັບຊາດ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນໍາພາຂະບວນແຫ່-ແລ່ນທວນໄຟ ເລີ່ມຈາກຈຸດທີ 1 (ໄລຍະ 200 ແມັດ) ແລ້ວມອບທວນໄຟ ສົ່ງຕໍ່ໃຫ້ ທ່ານ ວົງສະຫວັນ ໄຊຍະວົງ ຮອງເລຂາຄະນະພັກແຂວງອຸດົມໄຊ ເພື່ອນໍາພາຂະບວນສືບຕໍ່ ແຫ່-ແລ່ນທວນໄຟ ຈາກຈຸດທີ 2 (ໄລຍະ 200 ແມັດ) ແລະ ສົ່ງຕໍ່ໃຫ້ ທ່ານ ບຸນເສີດ ເສດຖິລາດ ຮອງເຈົ້າແຂວງອັດຕະປື ເພື່ອນໍາພາຂະບວນ ສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 3 (ໄລຍະ 200 ແມັດ) ແລະ ສົ່ງຕໍ່ໃຫ້ ທ່ານ ທະນົງສິນ ແສງພະວົງ ເລຂາພັກເມືອງຫາດຊາຍຟອງ ຮັບ ແລະ ສົ່ງຕໍ່ມອບໃຫ້ຄະນະຮັບຜິດຊອບຈັດງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ.

ທ່ານ ມະໂນທອງ ວົງໄຊ ໄດ້ກ່າວວ່າ: ການແຫ່-ແລ່ນທວນໄຟໃນຄັ້ງນີ້, ເປັນຄັ້ງທີ 6 ສືບຕໍ່ຈາກເມືອງສີສັດຕະນາກ ເພື່ອເປັນການແຈ້ງຂ່າວ ແລະ ປຸກລະດົມໃຫ້ທົ່ວສັງຄົມ, ພໍ່ແມ່ປະຊາຊົນ ຊາວນະຄອນຫລວງວຽງຈັນ ກໍຄື ບັນດາແຂວງໄດ້ຮັບຊາບ ແລະ ເປັນເຈົ້າການຮ່ວມກັນ, ເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລາຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ. ການແຫ່-ແລ່ນທວນໄຟ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີມິດຕະ ພາບອັນເປັນປຶກແຜ່ນ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນໍານັກກິລາ, ນັກກິລາຈາກບັນດາແຂວງ ໃນທົ່ວປະເທດ ພ້ອມກັນພັດທະນາວຽກງານກິລາກາຍຍະກຳ ຊຶ່ງເປັນໜຶ່ງໃນ 5 ຫລັກມູນການສຶກສາແຫ່ງຊາດ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນ ໃນວົງການກິລາລາວ ກໍຄື ການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫລາຍຮູບຫລາຍສີສັນ, ສ້າງເງື່ອນໄຂຍົກລະດັບຄວາມສາມາດຂອງນັກກິລາ ໃຫ້ທຽບທັນກັບລະດັບພາກພື້ນ ແລະ ສາກົນ. ດັ່ງຂວັນຂອງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ວ່າ: “ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ”. ພ້ອມກັນນັ້ນ, ກໍເພື່ອສືບຕໍ່ຊຸກຍູ້ ການສ້າງຂະບວນການໃຫ້ມີລັກສະນະຕໍ່ເນື່ອງ ແລະ ຟົດຟື້ນ, ທັງເປັນການຈັດງານມະຫະກຳກິລາ-ກາຍຍະກຳໃນທົ່ວປະເທດ ໃຫ້ປະສົບຜົນສໍາເລັດຢ່າງມີໝາກຜົນ ແລະ ຈົບງາມ. ສຳລັບ ກິດຈະກຳ ແຫ່-ແລ່ນທວນໄຟ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຄັ້ງຕໍ່ໄປຈະຈັດຂຶ້ນ ໃນວັນທີ 13 ພະຈິກ 2025 ຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ.

