Friday, November 14, 2025
Homeຂ່າວໜ້າໜຶ່ງເປີດງານບຸນນະມັດສະການ ພະທາດຫຼວງວຽງຈັນ ປະຈຳປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການ ພະທາດຫຼວງວຽງຈັນ ປະຈຳປີ 2025 ຢ່າງເປັນທາງການ

ບຸນນະມັດສະການ ພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 1-5 ພະຈິກ 2025 ຢູ່ເດີ່ນສະໜາມຫຼວງ ແລະ ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີຫຼາກຫຼາຍກິດຈະກໍາ ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ຂອງຊາດລາວເຮົາ, ໂດຍເປັນກຽດເຂົ້າຮ່ວມເປີດງານ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາການນໍາພັກ-ລັດ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມແຂກຖືກເຊີນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໃນພິທີ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍາເຫັນກ່າວເປີດບຸນນະມັດສະການພະທາດຫຼວງວຽງຈັນ ຢ່າງເປັນທາງການ ໂດຍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອຳນາດການປົກຄອງນະຄອນຫຼວງວຽງຈັນ ກໍຄື ຄະນະຮັບຜິດຊອບຈັດງານ ທີ່ໄດ້ຈັດງານບຸນລະດັບຊາດຍິ່ງໃຫຍ່ນີ້ຂຶ້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຈັດບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈໍາປີ 2025 ແມ່ນເປັນການສືບສານປະເພນີອັນດີງາມຂອງຊາດ, ການສົ່ງເສີມສິນຄ້າພາຍໃນ ແລະ ຕ່າງປະເທດ, ທັງຈະເປັນການດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ ທີ່ຈະເດີນທາງເຂົ້າມາທ່ຽວງານບຸນ ກໍຄື ທ່ຽວຊົມສະຖານທີ່ທ່ອງທ່ຽວສໍາຄັນ ພາຍໃນນະຄອນຫຼວງວຽງຈັນ ກໍຄື ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນ ທັງພາກລັດ, ເອກະຊົນ, ບັນດາອົງການຈັດຕັ້ງສາກົນ ລວມທັງປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນໃຫ້ການຮ່ວມມືສະໜັບສະໜູນ ການຈັດງານບຸນນະມັດສະການພະທາດຫຼວງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນຕະຫຼອດງານ ແລະ ຮັບ ປະກັນໄດ້ຄວາມສະຫງົບປອດໄພ ຮອບດ້ານ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ກ່າວມີຄໍາເຫັນວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນກິດຈະກຳໜຶ່ງ, ແມ່ນຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາວລາວເຮົາ ເຊິ່ງໄດ້ສືບທອດປະຕິບັດກັນມາຄຽງຄູ່ກັບຄົນລາວ, ໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ, ນັບແຕ່ມື້ພະທາດຫຼວງແຫ່ງນີ້ ໄດ້ຮັບການສ້າງຂຶ້ນ ແລະ ພົ້ນເດັ່ນທີ່ສຸດແມ່ນໃນໄລຍະທີ່ ພະເຈົ້າ ໄຊຍະເສດຖາທິລາດ ມານຳພາປະຕິສັງຂອນພະທາດຫຼວງແຫ່ງນີ້ ແລະ ໄດ້ສະເຫຼີມສະຫຼອງໃຫຍ່ ໃນປີ ຄສ 1560 ໃນໂອກາດທີ່ໄດ້ມີການຍ້າຍນະຄອນຫຼວງ ຈາກຊຽງທອງ ມາຢູ່ນະຄອນວຽງຈັນ ເລົ່າຂານກັນວ່າ ເວລານັ້ນ ເພິ່ນໄດ້ນຳພາຈັດພິທີສະເຫຼີມສະຫຼອງພະມະຫາເຈດີ ເປັນງານໃຫຍ່ຕະຫຼອດ 7 ມື້ 7 ຄືນ (ອັນໄດ້ກາຍມາເປັນປະເພນີບຸນພະທາດຫຼວງວຽງຈັນ ເມື່ອເດືອນ 12 ລາວ ນັບແຕ່ມື້ຂຶ້ນ 8 ຄໍ່າຂອງທຸກໆປີ ສືບຕໍ່ກັນມາ). ບຸນທາດຫຼວງປີ້ນີ້, ມີກິດຈະກຳທາງສາສະໜາຫຼາກຫຼາຍ ເປັນຕົ້ນ ໃນຕອນແລງ ຂອງວັນທີ 3 ພະຈິກ ຈະມີພິທີ ສູດປະລິຕະມຸງຄຸນ ທີ່ດ້ານໃນກົມມະລຽນພະທາດ, ຕອນບ່າຍວັນທີ 4 ພະຈິກ ມີພິທີ ແຫ່ຜາສາດເຜິ້ງ, ສ່ວນມື້ສຸດທ້າຍຂອງງານ ວັນທີ 5 ພະຈິກ ໃນຕອນເຊົ້າ ຈະມີພິທີໃສ່ບາດ. ຈາກນັ້ນ, ໃນຕອນບ່າຍມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານ (ຕີຄີ), ສ່ວນໃນຕອນຄ່ຳ ຈະມີພິທີວຽນທຽນ ຖືວ່າ ສິ້ນສຸດ ຢ່າງເປັນທາງການ, ເຊິ່ງຕະຫຼອດໄລຍະ 5 ວັນ ຈະໄດ້ເປີດໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານ ແລະ ກິດຈະກຳປິ່ນອ້ອມ ໂດຍຈະເລີ່ມແຕ່ເວລາ 7:30 ໂມງ ຈົນຮອດເວລາ 23:30 ໂມງ.

ນອກຈາກກິດຈະກຳທີ່ໄດ້ຈັດຢູ່ສະໜາມຫຼວງແລ້ວ, ຍັງໄດ້ມີການວາງສະແດງ ແລະ ຂາຍສິນຄ້າ ຢູ່ສູນການຄ້າ ລາວ-ໄອເຕັກ ເຊິ່ງເນັ້ນໃສ່ຜະລິດຕະພັນສິນຄ້າພາຍໃນເປັນຕົ້ນຕໍ ເຊັ່ນ: ຜະລິດຕະພັນສິນຄ້າກະສິກຳ; ຫັດຖະກຳ ແລະ ຜະລິດຕະພັນວັດທະນະທຳ; ຜະລິດຕະພັນອຸດສາຫະກຳໂຮງຈັກ, ໂຮງງານຂະໜາດໃຫຍ່, ກາງ ແລະ ຂະໜາດນ້ອຍ. ນອກນັ້ນ, ໃນປີນີ້, ຍັງໄດ້ເຊີນບັນດານະຄອນເພື່ອນມິດຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ, ກຳປູເຈຍ, ໄທ ເຂົ້າມາຮ່ວມງານ ແລະ ສ້າງເງື່ອນໄຂໃຫ້ມີການນຳເອົາຜະລິດຕະພັນສິນຄ້າມາແລກປ່ຽນວາງສະແດງ ແລະ ຂາຍໃນງານ ຕື່ມອີກ.

ໂດຍ: ອະວິໄຊ ແລະ ສຸກສົງການ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments