Friday, November 14, 2025
Homeຂ່າວໜ້າໜຶ່ງປະທານຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ XII ເນັ້ນໃຫ້ທຸກວຽກງານສຳເລັດທັນກ່ອນພິທີເປີດງານ

ປະທານຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ XII ເນັ້ນໃຫ້ທຸກວຽກງານສຳເລັດທັນກ່ອນພິທີເປີດງານ

ວັນທີ 2 ພະຈິກ ນີ້, ທີ່ສຳນັກງານອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ຈັດງານມະຫາກຳກີລາແຫ່ງຊາດຄັ້ງທີ XII ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025, ໂດຍນະຄອນຫຼວງວຽງຈັນເປັນເຈົ້າພາບ, ພາຍໃຕ້ການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຈັດງານມະຫາກຳກີລາແຫ່ງຊາດຄັ້ງທີ XII, ມີບັນດາຄະນະກຳມະການລະດັບຊາດ, ອະນຸກຳມະການ, ກອງເລຂາ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອລາຍງານ ແລະ ປຶກສາຫາລືວຽກງານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຊັ່ນ: ວຽກງານຂອງກໍາມະການກອງເລຂາ ແລະ ຝ່າຍກຳມະການຕ່າງໆ ລາຍງານໂດຍທ່ານນາງ ວິໄລວອນ ຈັນທະລາຕີ ເລຂາພັກເມືອງໄຊເສດຖາ ຮອງຫົວຫນ້າກຳມະການກອງເລຂາ ຜູ້ປະຈຳການ; ດ້ານການແຂ່ງຂັນກີລາ ລາຍງານໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກີລາລະດັບສູງ, ຫົວຫນ້າກຳມະການເຕັກນິກ-ຈັດການແຂ່ງຂັນ; ດ້ານການປັບປຸງແລະສ້ອມແປງສະໜາມກີລາ ລາຍງານໂດຍ ທ່ານ ຄຳສິງ ເຢຍລີເຮີ ຮອງຫົວໜ້າພະແນກການເງິນນະຄອນຫຼວງ, ກຳມະການຮັບຜິດຊອບປັບປຸງແລະສ້ອມແປງສະໜາມກີລາ; ດ້ານພິທີເປີດ-ປິດ ລາຍງານໂດຍ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວນະຄອນຫຼວງວຽງຈັນ; ດ້ານທີ່ພັກຂອງນັກກີລາ ແລະ ຄູຝຶກ ລາຍງານໂດຍ ທ່ານ ພອນຈັນ ແພງພູວັນ ຮອງຫົວຫນ້າພະແນກວັດທະນະທຳ ແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ ຍັງມີການສະເໜີ ແລະ ປະກອບຄໍາຄິດເຫັນ ຈາກຄະນະກຳມະການ, ອະນຸກຳມາການ ແລະ ກອງເລຂາຕ່າງໆ ທີ່ເປັນສະມາຊິກໃນຄະນະກຳມະການລະດັບຊາດ. ທຸກຝ່າຍໄດ້ແບ່ງປັນທັງຜົນສຳເລັດ ແລະ ອຸປະສັກທີ່ຍັງຄົງຢູ່ ເພື່ອຮ່ວມກັນແກ້ໄຂ ໃຫ້ທັນເວລາກ່ອນວັນພິທີເປີດຢ່າງເປັນທາງການ.

ຫຼັງຈາກນັ້ນ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະຫຼຸບວ່າ: ການກະກຽມງານໂດຍລວມມີຄວາມຄືບໜ້າດີ ແຕ່ຍັງມີບາງພາກສ່ວນທີ່ຈຳເປັນຕ້ອງເຮັດໃຫ້ສຳເລັດໃຫ້ທັນເວລາ ເຊັ່ນ: ການປັບປຸງສະໜາມ, ການຕົກແຕ່ງສະຖານທີ່ພິທີ, ການຈັດທີ່ພັກຂອງນັກກີລາ, ການບໍລິການຂົນສົ່ງ ແລະ ການອຳນວຍຄວາມສະດວກດ້ານອາຫານແລະເຄື່ອງດື່ມ. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໃຫ້ທຸກຝ່າຍເຮັດວຽກຢ່າງໃກ້ຊິດ ແລະ ປະສານງານຢ່າງເຕັມທີ່ ເພື່ອໃຫ້ທຸກວຽກງານສຳເລັດທັນກ່ອນວັນພິທີເປີດຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025, ໃຫ້ສອດຄ່ອງກັບແຜນການ ແລະ ມາດຕະຖານທີ່ກຳນົດໄວ້.

ຂ່າວ: ສາວລາວໃຕ້

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments