Saturday, November 1, 2025
Homeຂ່າວຕ່າງປະເທດWHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.

ຂ່າວລະບຸວ່າ: ຕົວຊີ້ວັດສຳຄັນທີ່ຕິດຕາມໄພຂົ່ມຂູ່ຕໍ່ສຸຂະພາບ 12 ໃນ 20 ຕົວຊີ້ວັດ ໄດ້ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ, ສະແດງໃຫ້ເຫັນວ່າການຂາດການດຳເນີນການເພື່ອແກ້ໄຂການປ່ຽນແປງສະພາບອາກາດກຳລັງເຮັດໃຫ້ຜູ້ຄົນເສຍຊີວິດ, ສ້າງຄວາມກົດດັນໃຫ້ກັບລະບົບສາທາລະນະສຸກ ແລະ ສົ່ງຜົນກະທົບຕໍ່ເສດຖະກິດ.

ອັດຕາການເສຍຊີວິດທີ່ກ່ຽວຂ້ອງກັບຄວາມຮ້ອນໄດ້ເພີ່ມຂຶ້ນ 23% ນັບຕັ້ງແຕ່ຊຸມປີ 1990 ຊຶ່ງສົ່ງຜົນໃຫ້ມີການເສຍຊີວິດທີ່ກ່ຽວຂ້ອງກັບຄວາມຮ້ອນສະເລ່ຍ 546,000 ຄົນຕໍ່ປີ.

ໃນຂະນະທີ່ເຫດການສະພາບອາກາດທີ່ຮຸນແຮງເຮັດໃຫ້ປະຊາຊົນອີກ 124 ລ້ານຄົນເຂົ້າສູ່ສະພາບຄວາມບໍ່ໝັ້ນຄົງດ້ານອາຫານໃນປີ 2023 ຊຶ່ງຜົນກະທົບທາງເສດຖະກິດຮ້າຍແຮງ ແລະ ສະພາບອາກາດທີ່ຮຸນແຮງນໍາໄປສູ່ການສູນເສຍຜົນຜະລິດ 1.09 ພັນຕື້ໂດລາ ໃນປີ 2024.

ທ່ານ ເຈເຣມີ ຟາຣຣາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ຝ່າຍສົ່ງເສີມສຸຂະພາບ, ປ້ອງກັນ ແລະ ຄວບຄຸມພະຍາດຂອງ WHO ກ່າວວ່າ: ວິກິດການສະພາບອາກາດແມ່ນວິກິດການດ້ານສຸຂະພາບ. ທຸກໆສ່ວນອົງສາຂອງອຸນຫະພູມທີ່ເພີ່ມຂຶ້ນ ລ້ວນແຕ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments