ກະຊວງການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກ່າວວ່າ: ພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ ຄັ້ງນີ້, ເປັນຂີດໝາຍອັນຍິ່ງໃຫຍ່ທີ່ມີຄວາມໝາຍ-ຄວາມສໍາຄັນແຫ່ງຄວາມເອກອ້າງທະນົງໃຈຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການເງິນໃນຕະຫຼອດ 75 ປີ ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງການປະກອບສ່ວນອັນສໍາຄັນຢ່າງຕັ້ງໜ້າຂອງການນໍາ ກໍຄືພະນັກງານ-ລັດຖະກອນໃນແຕ່ລະສະໄໝ, ພ້ອມທັງສະແດງໃຫ້ເຫັນຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ຄວາມອົດທົນເສຍສະຫຼະຜ່ານຜ່າອຸປະສັກນາໆປະການ ແລະ ທັງເປັນການຈາລຶກຜົນງານ ແລະ ຄຸນງາມຄວາມດີອັນສູງສົ່ງຂອງພະນັກງານການນໍາ ກໍຄືພະນັກງານ-ລັດຖະກອນຂອງຂະແໜງການເງິນ ໃນແຕ່ລະຮຸ່ນແຕ່ລະສະໄໝຜ່ານມາທີ່ອຸທິດ ແລະ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ. ສະນັ້ນ, ບົນພື້ນຖານມູນເຊື້ອ ແລະ ຜົນສໍາເລັດໃນໄລຍະຜ່ານມາ ຈະເປັນເຂັມຊີ້ທິດເຍືອງທາງໃຫ້ສືບຕໍ່ເສີມຂະຫຍາຍ ແລະ ເຊີດຊູມານະຈິດປະຕິວັດຂອງພະນັກງານຮຸ່ນສືບທອດໃຫ້ສູງຂຶ້ນເຮັດໃຫ້ຂະແໜງການເງິນມີຄວາມເຂັ້ມແຂງ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ, ພ້ອມກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍທົດສອບນາໆປະການ ເພື່ອກ້າວໄປສູ່ຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.

ທ່ານ ສອນໄຊສີ ພັນດອນ ໄດ້ກ່າວສູນທອນພົດບາງເນື້ອໃນສໍາຄັນວ່າ: ວັນທີ 13 ສິງຫາ 1950 ບໍ່ສະເພາະແຕ່ເປັນວັນກໍາເນີດເກີດຂຶ້ນຂອງໜໍ່ແໜງລະບົບການເງິນເທົ່ານັ້ນແຕ່ຍັງມີຫຼາຍເຫດການທາງດ້ານປະຫວັດສາດທີ່ສໍາຄັນເກີດຂຶ້ນນັ້ນກໍຄືກອງປະຊຸມຜູ້ແທນລາວຕໍ່ຕ້ານທີ່ໄດ້ຈັດຂຶ້ນຢູ່ເຂດທີ່ໝັ້ນແຂວງຫົວພັນ. ຕະຫຼອດໄລຍະຜ່ານມາ ພັກເຫັນໄດ້ຄວາມສຳຄັນຂອງວຽກການເງິນແມ່ນໜຶ່ງໃນບັນຫາທີ່ມີລັກສະນະສັບສົນ ແລະ ຜົນກະທົບໃສ່ບັນຫາການເມືອງ, ເສດຖະກິດ-ສັງຄົມ, ບົນເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວລະບົບການເງິນຂອງພວກເຮົາໄດ້ຜ່ານຄວາມຫຍຸ້ງຍາກຫຼາຍປະການ. ດ້ວຍເຫດຜົນດັ່ງກ່າວ, ພັກ-ລັດເຮົາ ຈຶ່ງໄດ້ເອົາໃຈໃສ່ເປັນພິເສດຕໍ່ການນຳພາ-ຊີ້ນໍາວຽກງານການເງິນເວົ້າລວມເວົ້າສະເພາະວຽກງານການເງິນ ຊຶ່ງສະແດງອອກໃນບັນດາມະຕິຂອງພັກແລະ ແຜນງານຂອງລັດເປັນອັນສຳຄັນໃຫ້ແກ່ການເສີມຂະຫຍາຍບົດບາດຂອງລະບົບການເງິນເພື່ອປະກອບສ່ວນຢ່າງເໝາະສົມເຂົ້າໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດໃນເງື່ອນໄຂທາງປະຫວັດສາດແຕ່ລະໄລຍະມາຈົນເຖິງປັດຈຸບັນ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສໍາເລັດ ຂອງຂະແໜງການເງິນຕະຫຼອດ 75 ປີ ຜ່ານມາ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ບາງຈຸດຕື່ມວ່າ: ຕ້ອງປະກອບແນວຄິດການເມືອງໃຫ້ພະນັກງານທີ່ເຮັດວຽກຂະແໜງການເງິນ; ເພີ່ມທະວີຄວາມເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຄຸ້ມຄອງເສດຖະກິດມະຫາພາກດ້ານການເງິນ-ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງ ແລະ ປະຮັບກັນສະຖຽນລະພາບໃຫ້ເສດຖະກິດແຫ່ງຊາດ; ຂະແໜງການເງິນສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຕໍ່ສ້າງຄວາມໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນໃຫ້ໄດ້ໂດຍໄວ; ສຸມໃສ່ຮັກສາສະຖຽນລະພາບການບໍລິຫານໜີ້ສິນສາທາລະນະ; ສືບຕໍ່ສຸມໃສ່ການພັດທະນາ ແລະ ຍົກລະດັບຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ລວມສູນ ແລະ ເປັນວິທະຍາສາດ. ພ້ອມນັ້ນ, ຍັງມອບໃຫ້ສຸມໃສ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ໄລຍະສັ້ນ, ກາງ ແລະ ຍາວ) ໃຫ້ສອດຄ່ອງກັບສະພາບເງື່ອນໄຂຄວາມເປັນຈິງທາງດ້ານເສດຖະກິດໃນແຕ່ລະໄລຍະບົນຈິດໃຈບຸກທະລຸການສ້າງທ່າຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານໃນການຈັດຕັ້ງປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ (ສອຈ) ໃຫ້ປະກົດຜົນເປັນຈິງຢ່າງເປັນຮູບປະທຳ.

ໃນພິທີ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນ III ແລະ ມອບໃຍຍ້ອງຍໍ ໃຫ້ກະຊວງການເງິນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຂະແໜງການເງິນຕະຫຼອດໄລຍະ 10 ປີຜ່ານມາ (2016-2025), ມອບໃບຍ້ອງຍໍຜົນງານ ປະຈໍາປີ 2024 ໃຫ້ພະນັກງານທົ່ວຂະແໜງການເງິນ ແລະ ໃບຍ້ອງຍໍໃຫ້ 35 ບໍລິສັດ ປະຕິບັດພັນທະດີເດັ່ນປະເພດ I ໃຫ້ກຽດມອບໂດຍ ທ່ານ ສັນຕິພາບ ພົມວິຫານ.

 
                                    