ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ. ໃນພິທີ, ທ່ານນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳລາວ ກ່າວບາງຕອນວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບບັນດາທ່ານເຂົ້າສູ່ງານ ວັນຊາດຂອງຕວັກກີ ຊຶ່ງເປັນວັນທີ່ພວກຂ້າພະເຈົ້າສະເຫຼີມສະຫຼອງວັນສ້າງຕັ້ງເປັນສາທາລະນະລັດ ຕວັກກີ ຄົບຮອບ 102 ປີ ເປັນວັນແຫ່ງຄວາມພາກພູມໃຈ, ສະທ້ອນຄືນ ແລະ ສະແດງອອກເຖິງ ຄວາມກະຕັນຍູຮູ້ບຸນຄຸນ.
ເມື່ອ 102 ປີກ່ອນ, ໃນມື້ດຽວກັນນີ້ປີ 1923, ການປະຕິວັດແຫ່ງຕວັກກີໄດ້ຖືກປະກາດຂຶ້ນພາຍ ໃຕ້ການນຳພາ ຂອງທ່ານ ມຸສຕາຟາ ເຄມາຍ ອາຕາເຕີກ (Mustafa Kemal ATATURK) ຊຶ່ງເປັນຜູ້ບັນຊາການ ແລະ ວິລະຊົນຂອງຊາດ. ມື້ນີ້, ໃນຂະນະທີ່ພວກຂ້າພະເຈົ້າສະເຫຼີມສະຫຼອງ ວັນຊາດດ້ວຍຄວາມຮູ້ສຶກພາກພູມໃຈ, ພວກຂ້າພະເຈົ້າກໍຍັງລະນຶກເຖິງບັນດາທະຫານ ແລະ ຜູ້ຮັກ ຊາດທຸກທ່ານທີ່ຈາກໄປແລ້ວດ້ວຍຄວາມເຄົາລົບ ແລະ ຄວາມກະຕັນຍູຮູ້ບຸນຄຸນຕະຫຼອດໄປຕໍ່ກັບການ ເສຍສະຫຼະທີ່ເປັນຕຳນານຂອງພວກເຂົາ. ຍ້ອນການຕໍ່ສູ້ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງພວກ ເຂົາໃນລະຫວ່າງສົງຄາມຍາດເອກະລາດທີ່ແກ່ຍາວ, ຈຶ່ງເຮັດໃຫ້ປະເທດຊາດໃໝ່ໄດ້ຖືກຳເນີດເກີດຂຶ້ນ ຈາກການພັງທະລາຍຂອງຈັກກະພັດ.
ສາທາລະນະລັດ ຕວກກີ, ເດີນຕາມການປົກຄອງແບບປະຊາທິປະໄຕ, ມີຄວາມສະເໝີພາບ ແລະ ເຄົາລົບກົດຂອງກົດໝາຍ ພ້ອມທັງໂອບອ້ອມເອົາຫຼັກການທີ່ວ່າ “ສັນຕິພາບພາຍໃນ, ສັນຕິພາບໃນໂລກ” ຢ່າງສຸດອົກສຸດໃຈ, ກາຍເປັນກຳລັງທີ່ມີຄວາມສະຖຽນລະພາບຢູ່ລະຫວ່າງຈຸດ ເຊື່ອມທະວີບຕ່າງໆ.
ສາທາລະນະລັດ ຕວັກກີ ດຳເນີນນະໂຍບາຍການຕ່າງປະເທດຢ່າງມີຫຼັກການ, ມີມະນຸດສະທຳ ແລະ ມີຄວາມເປັນເຈົ້າການ ໂດຍຢຶດເອົາສັນຕິພາບໄວ້ເໜືອຂໍ້ຂັດແຍ່ງ, ການເຈລະຈາເໜືອການ ປະເຊີນໜ້າແບບຕອບໂຕ້ ແລະ ຢຶດຄວາມສາມັກຄີໄວ້ເໜືອການຢູ່ແບບໂດດດ່ຽວ. ຕວັກກີ ສະໜັບ ສະໜູນລະບົບຄວາມເປັນລະບຽບຂອງໂລກ ບ່ອນທີ່ຄວາມຍຸຕິທຳບໍ່ແມ່ນສິດທິພິເສດຂອງຜູ້ມີອຳນາດ, ແຕ່ເປັນສິດທິຂອງທຸກຊົນຊາດ.

ນະໂຍບາຍລິເລີ່ມ “AsiaAnew” ຂອງພວກຂ້າພະເຈົ້າສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ພວກຂ້າພະເຈົ້າໃນການເພີ່ມທະວີການເຊື່ອມຈອດກັບອາຊີ ແລະ ກ້າວເຂົ້າສູ່ລວງເລິກກວ່າເກົ່າ. ອາຊີ ແລະ ເອີຣົບແມ່ນອະດີດ, ປັດຈຸບັນ ແລະ ອະນາຄົດຂອງຕວັກກີ. ແນວທາງຂອງຕວັກກີຢູ່ເອີຣົບ ແລະ ການມີສາຍພົວພັນທີ່ແໜ້ນແຟ້ນກັບອາຊີແມ່ນເປັນແນວທາງທີ່ສົ່ງເສີມຊຶ່ງກັນ ແລະ ກັນຢ່າງ ສົມບູນ; ເຖິງແມ່ນວ່າສອງປະເທດຈະຢູ່ໄກກັນທາງດ້ານພູມສາດ, ແຕ່ສາທາລະນະລັດຕວັກກີ ແລະ ສປປ ລາວ ມີຄວາມໃກ້ຊິດກັນໃນຄຸນຄ່າທາງດ້ານຈິດໃຈ ແລະ ຄ່ານິຍົມຮ່ວມ; ນັບຕັ້ງແຕ່ການສ້າງ ຕັ້ງສາຍພົວພັນທາງການທູດໃນປີ 1958, ປະເທດຂອງພວກເຮົາມີສາຍພົວພັນທີ່ດີ ຊຶ່ງມີຮາກຖານມາ ຈາກການເຄົາລົບນັບຖືຊຶ່ງກັນ ແລະ ກັນ ແລະ ມີຄວາມປາຖະໜາດີຕໍ່ກັນ.
ໃນຊຸມປີທີຜ່ານມານີ້, ການຮ່ວມມືໃນຂອບສອງຝ່າຍຂອງພວກເຮົາມີຄວາມເຂັ້ມແຂງດ້ວຍ ການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ແລະ ມີການຮ່ວມມືທີ່ເປັນ ຮູບປະທຳ; ໃນຖານະທີ່ເປັນປະທານຮ່ວມຂອງກຸ່ມເພື່ອນມິດຂອງບັນດາປະເທດດ້ອຍພັດທະນາ, ພວກ ຂ້າພະເຈົ້າໄດ້ເປັນເຈົ້າພາບຈັດກອງປະຊຸມສໍາລັບປະເທດດ້ອຍພັດທະນາຄັ້ງທີ 4 ໃນປີ 2011 ທີ່ ອິດສະຕັນບູ ແລະ ຍັງເປັນເຈົ້າພາບຈັດກອງປະຊຸມສະຫະປະຊາຊາດວ່າດ້ວຍທະນາຄານເຕັກໂນໂລ ຊີເພື່ອ LDCs ທີ່ປະເທດຕວັກກີຕັ້ງແຕ່ປີ 2018; ພວກຂ້າພະເຈົ້າຍິນດີທີ່ປະເທດລາວເພື່ອນມິດ ຈະ ໝູນໃຊ້ກົນໄກນີ້ໃນໄລຍະຕໍ່ໄປ; ພວກເຮົາກໍຫວັງວ່າຈະໄດ້ຈັດກອງປະຊຸມຄະນະກຳມະການຮ່ວມ ທາງດ້ານເສດຖະກິດຄັ້ງທຳອິດ, ຫວັງຢ່າງຍິ່ງວ່າຈະໄດ້ຈັດຂຶ້ນໃນຊ່ວງເຄິ່ງປີໜ້າ ແລະ ກໍຍັງຄາດຫວັງ ວ່າຈະມີກອງປະຊຸມການປຶກສາຫາລືທາງດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດຂອງພວກເຮົາພາຍໃນປີນີ້; ໃນຕໍ່ໜ້າ, ພວກເຮົາຈະເພີ່ມທະວີການຮ່ວມມືທາງດ້ານການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ພະລັງງານ, ການຄົມມະນາຄົມ ແລະ ຂົນສົ່ງ, ການຫັນເປັນດີຈີຕອນ, ເຕັກໂນ ໂລຊີ, ວັດທະນະທໍາ ແລະ ການທ່ອງທ່ຽວ, ພ້ອມທັງການສຶກສາ, ສາທາລະນະສຸກ, ກະສິກໍາ, ການຄຸ້ມຄອງໄພພິບັດ ແລະ ການທູດລັດຖະສະພາ. ພວກຂ້າພະເຈົ້າຍັງຫວັງຢ່າງຈິງໃຈທີ່ຈະໄດ້ເຫັນ ທຸງຊາດລາວປິວສະບັດຢູ່ນະຄອນຫຼວງອັງກາລາພ້ອມກັບການເປີດສະຖານທູດລາວໃນອະນາຄົດອັນໃກ້ນີ້. ອາຊຽນໄດ້ກາຍເປັນເສົາຄໍ້າຫຼັກຂອງການປະຕິບັດນະໂຍບາຍອາຊີຂອງພວກຂ້າພະເຈົ້າ. ໃນຂະນະ ທີ່ພວກຂ້າພະເຈົ້າກຳລັງສ້າງການຮ່ວມມືກັບອາຊຽນ, ພວກຂ້າພະເຈົ້າກໍເສີມຂະຫຍາຍການພົວພັນກັບ ສປປ ລາວ ໃຫ້ຫຼາຍຂຶ້ນພາຍໃນຂອບອາຊຽນ.
ກ່ອນທີ່ຂ້າພະເຈົ້າຈະສິ້ນສຸດການກ່າວ, ຕາງໜ້າໃຫ້ປະຊາຊົນ ແລະ ລັດຖະບານ ແຫ່ງ ສາທາ ລະນະລັດ ຕວັກກີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງ ເຈົ້າໜ້າທີ່ລາວ ຜູ້ທີ່ມີນ້ຳໃຈ, ຊ່ວຍເຫຼືອ ແລະ ໃຫ້ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ຈາກທຸກຂະ ແໜງການ, ລວມທັງບັນດາຄະນະທູຕານຸທູດ ແລະ ບັນດາແຂກທຸກໆທ່ານທີ່ໄດ້ມາຮ່ວມງານ ກັບພວກ ຂ້າພະເຈົ້າໃນຄ່ຳຄືນນີ້. ຂໍໃຫ້ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມປອງດອງ ຈົ່ງມີແດ່ປະ ເທດຂອງພວກເຮົາ ແລະ ໂລກ.

 
                                    