Saturday, November 1, 2025
Homeຂ່າວຕ່າງປະເທດບຣາຊິນ ຈະໂຈະການຜະລິດ ລົດໃຫຍ່

ບຣາຊິນ ຈະໂຈະການຜະລິດ ລົດໃຫຍ່

ສຳນັກຂ່າວອິນໂຟເຄວສ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ລັດຖະບານບຣາຊິນ ເປີດເຜີຍວ່າ: ຜູ້ຜະລິດລົດໃຫຍ່ບາງແຫ່ງອາດຈະຈຳເປັນຕ້ອງໂຈະການຜະລິດລົດໃຫຍ່ ພາຍໃນ 2-3 ອາທິດ ຖ້າຫາກເກີດວິກິດການຂາດແຄນຊິບເຊມິ ຄອນດັກເຕີຣ ລະດັບໂລກ.

ໂດຍ ທ່ານ ອັລລາເຊ ໂມເຣຣາ ເລຂານຸການ ກະຊວງພັດທະນາອຸດສາຫະກຳ , ການຄ້າ ແລະ ບໍລິການຂອງບຣາຊິນ ລະບຸວ່າ: ວິກິດການຂາດແຄນຊິບ ເກີດຈາກຄວາມຂັດແຍ້ງ ລະຫວ່າງ ຈີນ ແລະ ໂຮນລັງ ທີ່ກ່ຽວກັບເນັສເພຍເຣຍ (Nexperia) ເປັນບໍລິສັດຜະລິດຊິບທຶນຈີນ. ປັດຈຸບັນ, ຄວາມຂັດແຍ້ງນີ້ຍັງສືບຕໍ່ມາເປັນເວລາຫລາຍເດືອນແລ້ວ. ນອກນັ້ນ, ທ່ານ ອັລລາເຊ ໂມເຣຣາ ຍັງໄດ້ເຂົ້າຮ່ວມປະຊຸມ ກັບ ປະທານສະມາຄົມຜູ້ຜະລິດລົດໃຫຍ່ບຣາຊິນອັນຟາວີ (Anfavea) ເພື່ອປຶກສາຫາລື ກ່ຽວກັບສະຖານະການດັ່ງກ່າວ , ແຕ່ບໍ່ໄດ້ລະບຸວ່າຜູ້ຜະລິດສາຍໄດ້ຈະໄດ້ຮັບຜົນກະທົບເປັນສາຍທຳອິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments