Saturday, November 1, 2025
Homeຂ່າວພາຍໃນສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ(CSG) ຈັດພິທີນໍາສະເໜີ ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ ແລະ ຈີນ ໃນວັນທີ 30 ຕຸລາ 225 ຢູ່ນະຄອນຫລວງວຽງຈັນ, ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ພາຍໃຕ້ຄຳຂວັນທີ່ວ່າ: “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”.

ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນໃນພິທີວ່າ: ວິດີໂອສາລະຄະດີນີ້, ບໍ່ພຽງແຕ່ບັນທຶກຄວາມປາຖະໜາດ້ານການສຶກສາຂອງຜູ້ອຳນວຍການ ໂຮງຮຽນເທົ່ານັ້ນ ແຕ່ຍັງ ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນໜັກແໜ້ນຂອງພັກ ແລະ ລັດຖະບານເຮົາ ໃນການຊຸກຍູ້ຄວາມຍຸຕິທໍາທາງດ້ານການສຶກສາ. ພວກເຮົາກຳລັງຊຸກຍູ້ການພັດທະນາການສຶກສາຢ່າງສົມດູນໃນທົ່ວປະເທດ ໂດຍສະເພາະການ ຮັບປະກັນບຸລິມະສິດໃນການກໍ່ສ້າງໂຮງຮຽນໃນຂົງເຂດຊົນນະບົດ ຕາມແຜນພັດທະນາການສຶກສາ ແລະ ກິລາ ປີ 2021-2030. ສາລະຄະດີນີ້, ແມ່ນການໂຄສະນາຢັ້ງຢືນຍຸດທະສາດແຫ່ງຊາດ ໄດ້ຢ່າງມີພະລັງທີ່ສຸດ. CSG ເປັບໜຶ່ງໃນບໍລິສັດທີ່ມີບົດບາດສຳຄັນໃນການສ້າງເສດຖະກິດ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳດັ່ງກ່າວ, ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນສອງຊາດລາວ-ຈີນ ຜ່ານການບອກເລື່ອງລາວ ແລະ ການແລກປ່ຽນວັດທະນະທຳ. ຜົນງານວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງ ທີ່ປະກອບສ່ວນໃນການສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອ ກະພາບ.

ທ່ານ ລີ ສີເຈິນ ທີ່ປຶກສາດ້າເສດຖະກິດ ແລະ ການຄ້າ ສະຖານທູດຈີນ ປະຈໍາລາວ ໄດ້ກ່າວວ່າ: ຈີນ ແລະ ລາວ ມີຊາຍແດນຕິດຈອດກັນ ແລະ ມີອານາຄົດຮ່ວມກັນ, ການດຳເນີນທຸລະກິດ ຂອງບໍລິສັດຈີນໃນລາວ ເປັນການຮ່ວມມືທາງດ້ານສັງຄົມ ລະຫວ່າງສອງປະເທດຢ່າງເປັນຮູບປະທໍາ, ຈີນ ແລະ ລາວ ຮ່ວມໃຈກັນເຮັດໃຫ້ປະຊາຊົນລາວໄດ້ຮັບການພັດທະນາຢ່າງແທ້ຈິງ.

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ແມ່ນຄວາມພະຍາຍາມທາງດ້ານຮູບເງົາທີ່ມາຈາກຫົວໃຈ ເພື່ອສ້າງຄວາມສໍາພັນລະຫວ່າງສອງປະເທດໃຫ້ເຂັ້ມແຂງຍິ່ງຂຶ້ນ. ຜ່ານຮູບເງົາຮູບນີ້, ພວກເຮົາມີຈຸດປະສົງທີ່ຈະບອກເລື່ອງລາວທີ່ແທ້ຈິງກ່ຽວກັບການຮ່ວມມື ແລະ ມິດຕະພາບ. ວິດີໂອສາລະຄະດີມີຄວາມຍາວ 22 ນາທີ ໄດ້ບອກເລົ່າເລື່ອງລາວຊີວິດ ຂອງຜູ້ອຳນວຍການໂຮງຮຽນສໍາລັບເດັກທີ່ມີຄວາມພິການທາງຫູ ໃນ ສປປ ລາວ ທີ່ CSG ໄດ້ໃຫ້ພວກເຂົາເກີດຄວາມຝັນທີ່ຈະໄປຮຽນທີ່ ສປ ຈີນ. ຮູບເງົາດັ່ງກ່າວ, ໄດ້ເລົ່າເລື່ອງລາວຄວາມເປັນຈິງໃນຊີວິດ ຊຶ່ງໄດ້ສ້າງຕວາມປະທັບໃຈຜູ້ຊົມຢ່າງແທ້ຈິງ.

ໃນງານຄັ້ງນີ້, ທີມງານຈາກບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈໍາກັດ (EDL-T) ໄດ້ສົນທະນາກ່ຽວກັບການປະກອບສ່ວນຂອງພວກເຂົາໃນໂຄງການດ້ານສິ່ງແວດລ້ອມ, ສັງຄົມ ແລະ ການບໍລິຫານ (ESG). ນອກຈາກນີ້ ຍັງມີກິດຈະກຳອື່ນເຊັ່ນ: ວາງສະແດງຜົນງານດ້ານການກຸສົນຂອງ CSG, ບັນຍາຍຂ່າວພາຍໃນບົດສາລະຄະດີ, ເຂດປະສົບການມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ, ເຂດວິທະຍາສາດດ້ານໄຟຟ້າ ແລະ ກຳແພງແຫ່ງຄວາມຫວັງການກຸສົນ”. ນີ້ສະແດງເຖິງຄວາມພະຍາຍາມຂອງ CSG ດ້ານການສຶກສາ, ການພັດທະນາຊຸມຊົນ ແລະ ການຮ່ວມມືດ້ານພະລັງງານ ຜ່ານການສະແດງຮູບພາບ, ວັດຖຸບູຮານ ແລະ ວິດີໂອ.

ວິດີໂອ “ມືແຫ່ງຄວາມຫວັງ” ແມ່ນການຮ່ວມມືຜະລິດໂດຍ CSG, ສະຕູດິໂອຈີນຣີວິວ ແລະ ຊ່ອງ Discovery ໄດ້ອອກອາກາດຄັ້ງທຳອິດໃນວັນທີ 28 ກັນຍາ 2025, ເພື່ອຊົມເຊີວັນແຫ່ງຊາດຄົນຫູໜວກ ຄັ້ງທີ 68, ວິດີໂອດັ່ງກ່າວມີທັງພາສາຈີນ, ລາວ ແລະ ອັງກິດ ແລະ ຈະຖືກອອກອາກາດຫລາຍກວ່າ 9 ພາສາ ຜ່ານເວັບໄຊ ແລະ ແອັບພລິເຄຊັນສຳຄັນໆທົ່ວໂລກ ເພື່ອນຳເອົາເລື່ອງລາວກ່ຽວກັບມິດຕະພາບ ຈີນ-ລາວ ໄປສູ່ຜູ້ຊົມທົ່ວໂລກ.

ຜົນງານການຖ່າຍທໍາວິດີໂອ ໄດ້ໃຊ້ເວລາຖ່າຍທໍາເກືອບ 2 ປີ ຈຶ່ງສໍາເລັດ ໂດຍໄດ້ເດີນທາງ ຈາກ ສປປ ລາວ ໄປ ສປ ຈີນ ເພື່ອບັດທຶກເລືອງລາວທີ່ແທ້ຈິງຂອງຄູ-ອາຈານ ແລະ ນັກສຶກສາຜູ້ພິການທາງຫູ ທີ່ໄດ້ແບ່ງປັນການຊ່ວຍເຫລືອ ແລະ ມິດຕະພາບຮ່ວມກັນຂ້າມພົມແດນລະຫວ່າງສອງປະເທດ. ໃນນັ້ນ, ຄູຈາກ ສປປ ລາວ ທີ່ຮ່ວມໃນການຖ່າຍທໍາແມ່ນ ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອໍານວຍການໂຮງຮຽນສຶກສາພິເສດ “ມືແຫ່ງຄວາມຫວັງ”. ທັງນີ້ ກໍເພື່ອໃຫ້ສັງຄົມເຫັນຄວາມຫຍຸ້ງຍາກ ແລະ ຄວາມຍິ່ງໃຫຍ່ຂອງການສຶກສາພິເສດ ແລະ ເພື່ອໃຫ້ຄວາມປາຖະໜາອັນມິດງຽບຖືກຮັບຟັງ ແລະ ປາກົດຜົນເປັນຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments