ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ບັນດາຜົນສຳເລັດທີ່ປະທັບໃຈກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດຢ່າງພຽງພໍໃນການນຳການເຕີບໂຕບັນລຸລະດັບສອງໂຕເລກໃນຊຸມປີຕໍ່ໄປ. ນີ້ແມ່ນຂໍ້ສັງເກດຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານ ໃນວາລະປຶກສາຫາລືໃນວັນທີ 29 ຕຸລາ ຜ່ານມາ ຢູ່ກອງປະຊຸມຄັ້ງທີ 10 ສະພາແຫ່ງຊາດຊຸດທີ XV.
ຂ່າວລະບຸວ່າ: ເມື່ອຕີລາຄາ ຫວຽດນາມ ສາມາດບັນລຸໄດ້ບັນດາຜົນສຳເລັດສຳຄັນດ້ານເສດຖະກິດໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍ, ທ່ານ ເຈິ່ນຮວ່າງເງິນ ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ເນັ້ນໜັກວ່າ:ຫວຽດນາມ ໄດ້ປະຕິບັດສຳເລັດ 22 ຄາດໝາຍເສດຖະກິດ-ສັງຄົມໃນໄລຍະ 2021 – 2025, ສະເພາະສອງປີ 2024 – 2025 ໄດ້ປະຕິບັດສຳເລັດ 15/15 ຄາດໝາຍ ເຖິງວ່າຕ້ອງປະເຊີນໜ້າກັບພະຍາດໂຄວິດ – 19, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດທີ່ນັບມື້ນັບຮ້າຍແຮງ ແລະ ພູມີສາດການເມືອງໃນໂລກທີ່ຂາດສະຖຽນລະພາບ.
ທ່ານ ເຈິ່ນຮວ່າງເງິນ ໃຫ້ຮູ້ວ່າ: ຫວຽດນາມ ຕ້ອງໃຫ້ບຸລິມະສິດການພັດທະນາອີງຕາມຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ທີ່ຕັ້ງພູມີສາດການເມືອງຂອງປະເທດຊາດ, ສຸມໃສ່ໃຫ້ບຸລິມະສິດພັດທະນາເສດຖະກິດທະເລ, ໂລຈີສຕິກ, ກະສິກຳ, ການບໍລິການສາທາລະນະສຸກ, ການສຶກສາຄຸນນະພາບສູງ. ນອກຈາກນັ້ນ, ໄປຄຽງຄູ່ກັບການຍູ້ແຮງການສົ່ງເສີມທາງການຄ້າ, ຂຸດຄົ້ນຕະຫຼາດທີ່ມີຢູ່ແລ້ວ, ໝູນໃຊ້ສັນຍາການຄ້າເສລີ 17 ສະບັບທີ່ໄດ້ຮັບການລົງນາມແລ້ວນັ້ນ ແມ່ນຕ້ອງເພີ່ມທະວີປະລິມານສີຂຽວ, ດີຈີຕອນ, ວິທະຍາສາດເຕັກໂນໂລຊີ, ມູນຄ່າເພີ່ມໃນສິນຄ້າສົ່ງອອກຂອງ ຫວຽດນາມ.
ໂດຍແບ່ງປັນການຕີລາຄາກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດຊາດ, ທ່ານ ຫງວຽນວັນມິງ ສະມາຊິກສະພາແຫ່ງຊາດນະຄອນດານັ້ງ ໃຫ້ຂໍ້ສັງເກດວ່າ: ລັດຖະບານຕ້ອງມີນະໂຍບາຍລະອຽດໂດຍໄວ ເພື່ອນຳມະຕິເລກທີ 68 ຂອງກົມການເມືອງ ເຂົ້າໃນຊີວິດຕົວຈິງ, ໃນນັ້ນຈຸດສຸມແມ່ນພັດທະນາອຸດສາຫະກຳໜູນຊ່ວຍ ແລະ ເພີ່ມທະວີຖານະບົດບາດຂອງວິສາຫະກິດ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ໃນສະພາບການທີ່ບັນດາປະເທດໃນພາກພື້ນ ແລະ ໂລກ ລ້ວນແຕ່ເດີນຕາມຄວາມເປັນເຈົ້າຍຸດທະສາດໃນຫຼາຍຂົງເຂດ.

